ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໄຂຊຸດອົບຮົມວຽກງານ ປກຊ-ປກສ ໃຫ້ການນໍາ ພັກ-ລັດ ຊຸດທີ 17


ທ່ານ ພັນຄໍາ ວິພາວັນ ເປັນປະທານພິທີໄຂຊຸດອົບຮົມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ການນໍາ ພັກ-ລັດ ຊຸດທີ 17

     ໃນວັນທີ 23 ເມສາ 2019 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດພິທີໄຂຊຸດອົບ ຮົມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ການ
ນໍາພັກ-ລັດ ຊຸດທີ 17, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນຄໍາ ວິພາວັນ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງ
ພັກ ຮອງປະທານປະເທດ, ມີຕາງໜ້າຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສໍານັກງານນາຍົກ, ຫ້ອງການ ປກຊ-ປກສ ສູນກາງ, ກະຊວງປ້ອງ
ກັນຄວາມສະຫງົບ, ບັນດາກົມໃຫຍ່, ກົມນ້ອຍອ້ອມຂ້າງກະຊວງ, ຄະນະພັກ-ຄະນະອຳນວຍການ ວປກ, ນັກສຶກສາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພັນເອກ ປອ ສົງກາ ບຸນຄຸນ ຫົວໜ້າກົມອົບຮົມກໍ່ສ້າງ ວປກ ໄດ້ກ່າວວ່າ: ການເປີດບໍາລຸງວຽກງານ ປກຊ-ປກສ ຄັ້ງນີ້ ກໍເພື່ອເປັນການສືບຕໍ່ປະຕິບັດຕາມ
ແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານໃນໄລຍະໃໝ່ທີ່ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກວາງອອກໃຫ້ປາກົດຜົນເປັນຈິງ, ທັງເຮັດໃຫ້ການນໍາພັກ-ລັດຮັບຮູ້
ເຂົ້າໃຈແຈ້ງພື້ນຖານທາງດ້ານທິດສະດີຫຼັກການກ່ຽວກັບຍຸດທະສາດວຽກງານ ປກຊ-ປກສ, ການຕ່າງປະເທດ ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ ແລະ ຂົງ
ເຂດວຽກງານອື່ນໆທີ່ມີການພົວພັນເຖິງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກຳແໜ້ນທັດສະນະ ແລະ ການປະຕິບັດກົນໄກພັກນໍາພາ, ລັດຄຸ້ມຄອງທາງດ້ານ
ວຽກງານ ປກຊ-ປກສ ທົ່ວປວງຊົນຮອບດ້ານຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ແລະ ການປະຕິບັດມະຕິສາມສ້າງຂອງກົມການເມືອງສູນກາງພັກ, ຍົກສູງ
ຄວາມຮັບຜິດຊອບເປັນເຈົ້າການມີຫົວຄິດປະດິດສ້າງໃນການຄົ້ນຄວ້າຮໍ່າຮຽນທິດສະດີຫຼັກການ ແລະ ສົບທຽບບົດຮຽນພຶດຕິກຳຕົວຈິງຂອງອົງການ, ກົມກອງທ້ອງຖິ່ນ,
ປັບປຸງທັດສະນະແນວທາງການພັດທະນາຕໍ່ໄປໃຫ້ສອດຄ່ອງກັບຈຸດພິເສດຂອງອົງການທ້ອງຖິ່ນຂອງຕົນ, ພາຍຫຼັງສໍາເລັດການບໍາລຸງແລ້ວ ຕ້ອງສ້າງໃຫ້ໄດ້ທັດສະນະ
ຄວາມຮັບຮູ້ເຂົ້າໃຈຖືກຕ້ອງວຽກງານ ປກຊ-ປກສ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ, ເສີມຂະຫຍາຍໄດ້ພາລະບົດບາດເປັນເສນາທິການດ້ານວຽກງານ ປກຊ
ປກສ ໃຫ້ແກ່ສູນກາງພັກ-ລັດຖະບານຢູ່ແຕ່ລະຂັ້ນແຕ່ລະທ້ອງຖິ່ນໃຫ້ມີການຮັບປະ ກັນດີເພື່ອເຮັດໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ຊຸດບໍາລຸງດັ່ງກ່າວແມ່ນມີການນໍາ
ພັກ-ລັດ ທີ່ມາຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມທັງໝົດ 28 ສະຫາຍ, ສໍາລັບເນື້ອໃນການອົບຮົມແມ່ນໄດ້ແບ່ງອອກເປັນ 3 ພາກຄື: ພາກເນື້ອໃນອົບຮົມສະເພາະ
ວຽກງານ ປກຊ-ປກສ ລວມມີ 17 ບົດ, ເນື້ອໃນອົບຮົມວຽກງານເພີ່ມເຕີມຈໍານວນໜຶ່ງ ແລະ ຂຽນບົດເກັບກ່ຽວ ໂດຍຈະໃຊ້ເວລາໃນການອົບຮົມ 64 ວັນຈຶ່ງຈະສໍາເລັດ.

     ໂອກາດນີ້ ສະຫາຍ ພັນຄໍາ ວິພາວັນ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາຫຼາຍບັນຫາສໍາຄັນຕໍ່ການນໍາພັກ-ລັດທີ່ເຂົ້າຮັບການບໍາລຸງໃນຄັ້ງນີ້ ແລະ ເນັ້ນໜັກໃຫ້
ເປັນເຈົ້າການຕັ້ງໜ້າຄົ້ນຄວ້າຮໍ່າຮຽນກໍາແໜ້ນທິດສະດີຫຼັກການພື້ນຖານວຽກງານ ປກຊ-ປກສ ໃນໄລຍະໃໝ່, ສົມທົບກັບການປະຕິບັດຕົວຈິງຢູ່ກົມກອງຮາກຖານ ເພື່ອ
ນໍາເອົາບົດຮຽນຄັ້ງນີ້ໄປປັບປຸງໃຫ້ສອດຄ່ອງກັບຈຸດພິເສດຂອງອົງການທ້ອງຖິ່ນຂອງຕົນ, ພ້ອມດຽວກັນນັ້ນ ກໍຕ້ອງປະຕິບັດຢ່າງເຂັ້ມງວດຕາມລະບຽບຫຼັກການຫຼັກສູດ
ການຮຽນການສອນ, ຂໍ້ກໍານົດກົດລະບຽບຂອງກອງທັບ ກໍຄື: ຂອງວິທະຍາຄານວາງອອກ ເພື່ອເຮັດໃຫ້ຊຸດບໍາລຸງຄັ້ງນີ້ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້, ຕໍ່ກັບຄະນະອຳ
ນວຍການ ວປກ ຕ້ອງໄດ້ສືບຕໍ່ຄົ້ນຄວ້າປັບປຸງຫຼັກສູດການຮຽນການສອນໃຫ້ຮັດກຸມສອດຄ່ອງກັບເງື່ອນໄຂຕົວຈິງໃນສະພາບການໃໝ່ ກໍຄືແນວທາງນະໂຍບາຍຂອງ
ພັກ-ລັດ, ຮັບປະກັນໃຫ້ໄດ້ດ້ານເນື້ອໃນການຮຽນ-ການສອນ, ການກິນຢູ່ພັກເຊົາຕ້ອງມີການຮັບປະກັນດີ ເພື່ອສືບຕໍ່ຍົກລະດັບວຽກງານ ປກຊ-ປກສ ໃຫ້ການນໍາພັກ-ລັດ
ໃນຕໍ່ໜ້າໃຫ້ໄດ້ຮັບຜົນສູງກວ່າເກົ່າ.