ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານ
ສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 2 ສະໄໝທີ VII

     ກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງຮັບຟັງການເຜີຍແຜ່ເນື້ອໃນມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 2 ສະ
ໄໝທີ VII ໃນວັນທີ 21 ເມສາ 2017 ນີ້, ໂດຍການເຂົ້າຮ່ວມເຜີຍແຜ່ຂອງ ພັນໂທ ນາງ ຄຳພູ ສິດທິເສນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ
ລາວ ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ມີຄະນະພັກ-ຄະນະບັນຊາຈາກກົມ, ກອງ, ຫ້ອງການ ຕະຫຼອດຮອດເອື້ອຍນ້ອງແມ່ຍິງຈາກບັນດາກົມ
ກອງອ້ອມຂ້າງກົມໃຫຍ່ການເມືອງກອງທັບເຂົ້າຮ່ວມຮັບຟັງ.


ພັນໂທ ນາງ ຄຳພູ ສິດທິເສນ ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 2 ສະໄໝທີ VII

     ເຊິ່ງເນື້ອໃນມະຕິກອງປະຊຸມໄດ້ຄົ້ນຄວ້າພິຈາລະນາ ແລະຮັບຮອງເອົາຫຼາຍບັນຫາສຳຄັນ ເປັນຕົ້ນແມ່ນບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານ
ຮອບດ້ານຂອງສະຫະພັນແມ່ຍິງລາວ ປະຈຳປີ 2016 ແລະກຳນົດທິດທາງແຜນການປະຈຳປີ 2017, ພ້ອມນີ້ກໍໄດ້ຮັບຟັງການເຜີຍແຜ່ຂໍ້ຕົກລົງຂອງປະທານ
ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງສະຫະພັນແມ່ຍິງກະຊວງ-ອົງການຂັ້ນສູນກາງ ແລະບົດໂອ້
ລົມຂອງ ທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດຕໍ່ກອງປະຊຸມຄົບຄະນະບໍລິຫານ
ງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ II ສະໄໝທີ VII ອີກດ້ວຍ. ທັງນີ້ກໍເພື່ອແນໃສ່ເຮັດໃຫ້ເອື້ອຍນ້ອງແມ່ຍິງຮັບຮູ້ເຊື່ອມຊຶມເຂົ້າໃຈແຈ້ງຕໍ່ເນື້ອໃນມະ
ຕິກອງປະຊຸມດັ່ງກ່າວ ແລະພ້ອມກັນນຳມາສ້າງເປັນແຜນງານອັນລະອຽດເປັນແນວທາງແກ່ການເຄື່ອນໄຫວຕົວຈິງຂອງແມ່ຍິງແຕ່ລະກົມກອງໃຫ້ປາກົດ
ຜົນເປັນຈິງ.