ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີວາງສີລາລຶກໂຄງການກໍ່ສ້າງເຮືອນພັກຢູ່ກອງພົນທີ 5

     ໃນວັນທີ 16 ກຸມພາ 2017 ນີ້, ກອງພົນທີ 5 ໄດ້ຈັດຕັ້ງພິທີວາງສີລາລຶກໂຄງການກໍ່ສ້າງເຮືອນພັກຂຶ້ນ ໂດຍການເຂົ້າຮ່ວມຂອງ ທ່ານ ພັນເອກ ບຸນ
ທັນ ມາບຸດສະດີ ຫົວໜ້າການເມືອງກອງພົນທີ 5 ມີທ່ານ ພົນຈັດຕະວາ ຫງຽນດິງຕ໋ຽນ ຮອງຜູ້ບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ
ພ້ອມດ້ວຍຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ພະແນກການ ແລະວິຊາການເຂົ້າຮ່ວມ.

                  
                                                             ພັນເອກ ບຸນທັນ ມາບຸດສະດີ ເຂົ້າຮ່ວມພິທີວາງສີລາລຶກໂຄງການກໍ່ສ້າງເຮືອນພັກຢູ່ກອງພົນທີ 5

     ໂຄງການກໍ່ສ້າງເຮືອນພັກຄັ້ງນີ້, ໂດຍແມ່ນກອງພົນທີ 5 ເປັນຜູ້ອອກແບບກໍ່ສ້າງເຊິ່ງມີຂະໜາດ 8x21 ແມັດ ເປັນເຮືອນຊັ້ນດຽວມີ 8 ຫ້ອງ, ກໍ່ດ້ວຍ
ດິນຈີ່, ມຸງດ້ວຍກະເບື້ອງເປັນເຮືອນແບບຖາວອນ ເຊິ່ງໂຄງການກໍ່ສ້າງດັ່ງກ່າວແມ່ນທຶນຊ່ວຍເຫຼືອຈາກກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນ
ຫວຽດນາມ ມູນຄ່າ 800 ລ້ານດົງ ສະກຸນເງິນຫວຽດນາມ. ໂຄງການກໍ່ສ້າງເຮືອນພັກດັ່ງກ່າວຄາດວ່າໃນທ້າຍປີ 2017 ຈະສຳເລັດ.