ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມພົບປະສອງຝ່າຍລະຫວ່າງຄະນະຜູ້ແທນ
ກົມໃຫຍ່ເສນາທິການກອງທັບລາວ-ຫວຽດນາມ

     ກອງປະຊຸມພົບປະສອງຝ່າຍລະຫວ່າງຄະນະຜູ້ແທນກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ກັບຄະນະຜູ້ແທນກົມໃຫຍ່ເສນາທິການກອງທັບປະຊາ
ຊົນຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 22 ກຸມພານີ້, ທີ່ຫ້ອງປະຊຸມກົມພົວພັນຕ່າງປະເທດກະຊວງປ້ອງກັນປະເທດ.

                  
                           ກອງປະຊຸມພົບປະສອງຝ່າຍລະຫວ່າງຄະນະຜູ້ແທນກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ກັບຄະນະຜູ້ແທນກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ

    ຝ່າຍລາວນຳໂດຍ ສະຫາຍ ພົນຈັດຕະວາ ປະສິດ ທ່ຽງທຳ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ຝ່າຍຫວຽດນາມນຳໂດຍ ສະຫາຍ ພົນໂທ
ຟ້າມ ງັອກ ມິງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໃນໂອກາດທີ່ເດີນທາງມາຢ້ຽມຢາມມິດຕະພາບ ແລະເຮັດວຽກຢູ່ ສປປ
ລາວ ລະຫວ່າງວັນທີ 21-24 ກຸມພານີ້.

     ການພົບປະໃນຄັ້ງນີ້ ສອງຝ່າຍໄດ້ທົບທວນເຖິງໝາກຜົນຂອງການຮ່ວມມືລະຫວ່າງສອງກອງທັບໄລ ຍະຜ່ານມາ ແລະສືບຕໍ່ຈັດຕັ້ງປະຕິບັດແຜນການ
ຮ່ວມມືໃນຕໍ່ໜ້າລະຫວ່າງສອງກອງທັບ ກໍຄືສອງກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ແລະກອງທັບປະຊາຊົນຫວຽດນາມ ໃຫ້ກ້າວສູ່ລວງເລິກ.

     ສະຫາຍ ພົນຈັດຕະວາ ປະສິດ ທ່ຽງທຳ ກ່າວວ່າ: ການມາຢ້ຽມຢາມ ແລະເຮັດວຽກຂອງສະຫາຍຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ
ຫວຽດນາມ ແລະຄະນະຄັ້ງນີ້ ມີຄວາມໝາຍຢ່າງເລິກເຊິງ ເນື່ອງຈາກຢູ່ໃນຈຸດເວລາທີ່ສອງພັກ ສອງລັດ ສອງກອງທັບ ແລະປະຊາຊົນສອງຊາດ ພວມກະ
ກຽມສະເຫຼີມ ສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 55 ປີ ແລະວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ລາວ-ຫວຽດນາມ,
ຫວຽດນາມ-ລາວ ຄົບຮອບ 40 ປີ.

     ສະຫາຍ ພົນໂທ ຟ້າມ ງັອກ ມິງ ກໍສະແດງຄວາມປິຕິຍິນດີຕໍ່ການຮ່ວມມືດັ່ງກ່າວເຊັ່ນດຽວກັນ. ການຢ້ຽມຢາມ ສປປ ລາວ ຄັ້ງນີ້ ສະຫາຍ ພົນໂທ
ຟ້າມ ງັອກ ມິງ ພ້ອມຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ພົນຕີ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ເສນາທິການກອງທັບ.