ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜ່ວຍສະຫະພັນແມ່ຍິງກົມ ວສ-ປສ ການທະຫານ ຈັດກອງປະຊຸມ
ສະຫຼຸບວຽກງານກອງທຶນພັດທະນາ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ປະຈຳປີ 2016


ພັນເອກ ວິຊຽນ ສີສະອາດ ເປັນປະທານກອງປະຊຸມສະຫຼຸບວຽກງານກອງທຶນພັດທະນາ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ປະຈຳປີ 2016

     ໂດຍປະຕິບັດຕາມທິດຊີ້ນຳລວມຂອງສູນກາງສະຫະພັນແມ່ຍິງລາວ ກໍ່ຄືທິດຊີ້ນຳຂອງຫ້ອງການສະຫະ ພັນແມ່ຍິງກອງທັບກ່ຽວກັບແຜນພັດທະນາ
ເສດຖະກິດ-ສັງຄົມ ກໍ່ຄືແຜນພັດທະນາແມ່ຍິງ. ໃນວັນທີ 24 ກຸມ ພາ 2017 ນີ້, ໜ່ວຍສະຫະພັນແມ່ຍິງກົມ ວິທະຍາສາດ-ປະຫວັດສາດ ການທະຫານ
ໄດ້ຈັດກອງປະຊຸມສະ ຫຼຸບວຽກງານກອງທຶນພັດທະນາ ແລະ ຊ່ວຍເຫຼືອເຊິ່ງກັນ ແລະກັນ ປະຈຳປີ 2016 ຂຶ້ນ. ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະ
ຫາຍ ພັນເອກ ວິຊຽນ ສີສະອາດ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ, ມີຄະນະພັກ-ຄະນະບັນຊາ
ພ້ອມດ້ວຍສະມາຊິກກອງທຶນ ແລະ ເອື້ອຍນ້ອງແມ່ຍິງພາຍໃນກົມເຂົ້າຮ່ວມ.

                                                            
                     ພັນໂທ ນາງ ວັນທາ ບໍໃບຄຳ ຂຶ້ນອ່ານບົດສະຫຼຸບວຽກງານການເຄື່ອນໄຫວກອງທຶນພັດທະນາ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ປະຈຳປີ 2016 ແລະ ທິດທາງແຜນການ ປີ 2017

     ສະຫາຍ ພັນໂທ ນາງ ວັນທາ ບໍໃບຄຳ ຄະນະໜ່ວຍສະຫະພັນແມ່ຍິງກົມ ວິທະຍາສາດ-ປະຫວັດສາດ ການທະຫານ, ປະທານກຸ່ມຊີ້ນຳລວມ ກໍ່ໄດ້
ຂຶ້ນອ່ານບົດສະຫຼຸບວຽກງານການເຄື່ອນໄຫວກອງທຶນພັດທະນາ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນ ປະຈຳປີ 2016 ແລະທິດທາງແຜນການ ປີ 2017 ເຊິ່ງ
ວຽກງານການສ້າງກອງທຶນເປັນວຽກໜຶ່ງທີ່ນອນຢູ່ໃນຂະບວນການ 3​ ດີ ຂອງແມ່ຍິງ ສະນັ້ນ ເພື່ອເປັນການຍົກສູງນ້ຳໃຈ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ
ສ້າງຄວາມເຂັ້ມແຂງດ້ວຍຕົນເອງນັ້ນ. ໃນໄລຍະ 1 ປີຜ່ານມາ ຈິ່ງໄດ້ຈັດຕັ້ງປະຕິບັດຄາດໝາຍສູ້ຊົນທີ່ສຳຄັນຫຼາຍດ້ານ ສາມາດຊ່ວຍເຫຼືອແກ້ໄຂວຽກ
ສ່ວນຕົວ, ສ່ວນລວມ, ການເຈັບເປັນຂອງພະນັກງານ-ນັກຮົບຢູ່ພາຍໃນກົມ ແລະຄອບຄົວດ້ວຍດອກເບ້ຍຕໍ່າ, ສ້າງໄດ້ຄວາມສາມັກຄີເປັນປຶກແຜ່ນ, ມີ
ນ້ຳໃຈເສຍສະຫຼະ, ມີການຊ່ວຍເຫຼືອເຊິ່ງກັນ ແລະກັນຂອງສະມາຊິກພາຍໃນກອງທຶນ. ປະຈຸບັນກອງທຶນມີອາ ຍຸໄດ້ 3 ປີ ແລະກ້າວເຂົ້າປີທີ 4 ເຊິ່ງເງິນ
ທ້ອນຂອງສະມາຊິກໃນແຕ່ລະປີມີດັ່ງນີ້: ໃນປີ 2014 ມີເງິນທ້ອນ 153 ລ້ານກວ່າກີບ, ປີ 2015 ມີ 197 ລ້ານກວ່າກີບ ແລະປີ 2016 ມີ 238 ລ້ານ
ກວ່າກີບ. ສ່ວນທິດທາງແຜນການວຽກງານກອງທຶນໃນສົກປີ 2017 ນີ້ ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກໃນກຸ່ມມີຄວາມຮັບຮູ້ ແລະ
ເຂົ້າໃຈເລິກຕໍ່ຄວາມໝາຍຄວາມສຳຄັນຂອງວຽກງານກອງທຶນ, ສືບຕໍ່ປະຕິບັດຕາມຄາດໝາຍສູ້ຊົນຂອງກອງທຶນ ເພື່ອເຮັດໃຫ້ສະມາຊິກຫຼຸດພົ້ນຈາກ
ຄວາມທຸກຍາກຂຶ້ນເທື່ອລະກ້າວ.


ພະນັກງານເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານກອງທຶນພັດທະນາ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ປະຈຳປີ 2016

     ໂອກາດນີ້, ສະຫາຍ ພັນເອກ ວິຊຽນ ສີສະອາດ ກໍ່ໄດ້ໂອ້ລົມຊີ້ນຳຕື່ມບາງບັນຫາກ່ຽວກັບວຽກງານກອງທຶນ ສືບຕໍ່ສຶກສາອົບຮົມການເມືອງແນວຄິດ
ໃຫ້ສະມາຊິກມີສະຕິຕື່ນຕົວ ປະກອບສ່ວນເຂົ້າໃນການທ້ອນເງິນແຕ່ລະເດືອນ, ປະຕິບັດມະຕິຄຳສັ່ງ ຂໍ້ຕົກລົງ ນິຕິກຳຕ່າງໆໃຫ້ເຂັ້ມງວດ, ເຕົ້າໂຮມຄວາມ
ສາມັກຄີໃຫ້ໜັກແໜ້ນ, ເປັນປຶກແຜ່ນ ແລະກວ້າງຂວາງຍິ່ງໆຂຶ້ນ.