ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຊາວໜຸ່ມກົມ ວສ-ປສ ການທະຫານ ເຂົ້າຢ້ຽມຊົມອານຸສອນສະຖານປະທານ ໄກສອນ ພົມວິຫານ

     ເນື່ອງໃນໂອກາດເປີດວາງສະແດງຫໍປະຊຸມກາງ 401 ເຊິ່ງເປັນບ່ອນປະຊຸມຂອງກົມການເມືອງສູນກາງພັກ ແລະເປັນບ່ອນກະກຽມກອງປະຊຸມໃຫຍ່ ຄັ້ງ
ທີ III-IV ຂອງພັກປະຊາຊົນລາວ ເຊິ່ງໄດ້ຕິດພັນກັບຊີວິດ ແລະການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ໃນໄລຍະປີ 1975-1992. ຊາວໜຸ່ມ
ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດຕັ້ງກັນເຂົ້າຢ້ຽມຊົມອານຸສອນສະຖານປະທານ ໄກສອນ ພົມ ວິຫານ ໃນວັນທີ 23 ກຸມພາ 2017
ນີ້, ເຊິ່ງນຳພາໂດຍສະຫາຍ ຮ້ອຍເອກ ໄມມາ ບຸນລືໄຕ ຄະນະໜ່ວຍຊາວໜຸ່ມກົມ ວິທະຍາສາດ-ປະຫວັດສາດ ການທະຫານ, ມີສະມາຊິກຊາວໜຸ່ມເຂົ້າ
ຢ້ຽມຊົມຈຳນວນ 36 ສະຫາຍ.

                  
                                                        ຊາວໜຸ່ມກົມ ວິທະຍາສາດ-ປະຫວັດສາດ ການທະຫານ ເຂົ້າຢ້ຽມຊົມອານຸສອນສະຖານປະທານ ໄກສອນ ພົມວິຫານ

     ໃນໂອກາດເຂົ້າຢ້ຽມຊົມຄັ້ງນີ້, ກໍ່ເພື່ອຮຽນຮູ້ເຖິງຊີວິດການເປັນຢູ່ຂອງປະທານ ໄກສອນ ພົມວິຫານ ທ່ານເປັນຜູ້ນຳທີ່ເກັ່ງກ້າສາມາດ ສະຫຼຽວສະຫຼາດ
ແລະມີໄຫວພິບ ເປັນຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນທັງຊາດ ທັງນີ້ກໍ່ເພື່ອລະນຶກເຖິງຄຸນງາມຄວາມດີ ຜົນງານອັນໃຫຍ່ຫຼວງທີ່ປະທານໄກສອນໄດ້
ສ້າງໄວ້ ເພື່ອສຶກສາອົບຮົມໃຫ້ມະຫາຊົນຮ່ຳຮຽນຄຸນສົມບັດສິນທຳປະຕິວັດ, ແບບແຜນການຊີ້ນຳ-ນຳພາ, ແບບແຜນວິທີເຮັດວຽກ, ການດຳລົງຊີວິດ ແລະ
ອຸດົມການປະຕິວັດຂອງປະທານ ໄກສອນ ພົມວິຫານ.


ພາບລວມຊາວໜຸ່ມກົມ ວິທະຍາສາດ-ປະຫວັດສາດ ການທະຫານ ເຂົ້າຢ້ຽມຊົມອານຸສອນສະຖານປະທານ ໄກສອນ ພົມວິຫານ