ລົງຕິດຕາມໂຄງການກໍ່ສ້າງອານຸສອນສະຖານຮູບປັ້ນຈຳລອງ ປະທານໄກສອນ ພົມວິຫານ
ຢູ່ໂຮງຮຽນເລກ II ວຽງໄຊ
ກວດກາໂຄງການກໍ່ສ້າງອານຸສອນສະຖານຮູບປັ້ນຈຳລອງ ຂອງ ປະທານໄກສອນ ພົມວິຫານ
ວັນທີ 19 ກູມພາ 2017 ນີ້, ສະຫາຍພັນເອກ ສຸລິວັນ ແສງຈັນ ຮອງຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ພ້ອມດ້ວຍສະຫາຍ
ພັນເອກ ອີນຫວນ ວໍລະສານ ຫົວໜ້າອຳນວຍການໂຮງຮຽນວຽງໄຊ ພ້ອມຄະນະໄດ້ລົງຕິດຕາມເບີ່ງຄວາມຄືນໜ້າຂອງໂຄງການກໍ່ສ້າງອານຸສອນສະຖານ
ຮູບປັ້ນຈຳລອງປະທານ ໄກສອນ ພົມວິຫານ ສະຖິດໄວ້ທີ່ໂຮງຮຽນ ເລກ II ວຽງໄຊ, ທ່ານ ລຳພອນ ວົງວິໄລ ຜູ້ອຳນວຍການ ບໍລິສັດ ລາວ ຫົງໄທຕາ ວິ
ສະຫະກຳກໍ່ສ້າງໄດ້ໃຫ້ຂໍມູນວ່າພາຍຫຼັງໄດ້ຮັັບການຕົກລົງຂອງກະຊວງປ້ອງກັນປະເທດທາງບໍລິສັດໄດ້ເລີ່ມລົງມືກໍ່ສ້າງ ແຕ່ວັນທີ 25 ພະຈີກ 2016 ເປັນ
ຕົ້ນມາເຊີ່ງມີບັນດາໜ້າວຽກເປັນຕົ້ນແມ່ນສ້າງແທນຢືນ, ຮູບປັ້ນຈຳລອງໝົດຕົວທີ່ມີຄວາມສູງລວມ 4m20cm. ສ້າງຫໍມູນເຊື້ອ, ສ້າງສວນອຸທິຍານ
ສ້າງທາງເວຕົງ ອ້ອມລ້ອມຮູບປັ້ນ, ອ່າງນ້ຳ, ພຸລະບົບນ້ຳ ແລະໄຟຟ້າບ່ອນນັ່ງພັັກຜ່ອນ ຕີລາຄາຄວາມຄືບໜ້າຂອງໂຄງການ ປັດຈຸບັນສຳເລັດ 58% ຄາດ
ກະໂຄງການຈະສຳເລັດໃນເດືອນ 12 ປິ 2017 ມູນຄ່າຂອງໂຄງການກໍ່ສ້າງແມ່ນ 18 ຕື້ກີບ ໂດຍແມ່ນທືນຂອງລັດຖະບານສະໜອງໃຫ້.
ທິວທັດບໍລິເວນອານຸສອນສະຖານຮູບປັ້ນຈຳລອງ ປະທານໄກສອນ ພົມວິຫານຢູ່ໂຮງຮຽນນາຍສິບເລກ 2 ວຽງໄຊ
ພາຍຫຼັງໂຄງການ ຫາກສ້າງສຳເລັດຈະເປັນບ່ອນທ່ອງທ່ຽວສືກສາອົບຮົມປະຫວັດສາດ ຊີວິດການເຄື່ອນໄຫວຕໍ່ສູ້ປະຕິວັດຂອງປະທານ ໄກສອນ ພົມ
ວິຫານ ທີ່ໄດ້ໃກ້ຊິດຕິດພັນກັບໂຮງຮຽນ ວຽງໄຊ ໃນເມື່ອກ່ອນ ໄດ້ຢູ່ຄູ່ກັບໂຮງຮຽນ ວຽງໄຊ ໃນປັດຈຸບັນ.
ຄະນະຮັບຜິດຊອບໂຄງການກໍ່ສ້າງອານຸສອນສະຖານຮູບປັ້ນຈຳລອງ ປະທານໄກສອນ ພົມວິຫານ