ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ຫົວໜ້າ ກົມໃຫຍ່ການເມືອງກອງທັບ ຊີ້ນຳວຽກງານ​ກໍ່ສ້າງ​ຮາກ​ຖານ
ການ​ເມືອງ-ພັດທະນາ​ຊົນນະບົດ​ຮອບດ້ານ​ທົ່ວ​ກອງທັບ ຕາມ​ທິດ 3 ສ້າງ


     ສະຫາຍ ພົນໂທ ປອ ທອງ ລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ການເມືອງກອງທັບ ໄດ້ເຂົ້າຮ່ວມກອງ
ປະຊຸມຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດວ່າດ້ວຍການແຕ່ງຕັ້ງ ຄະນະຊີ້ນຳ ແລະ ອະນຸກຳມະການ ຊ່ວຍວຽກກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານກໍ່
ສ້າງຮາກຖານ ການເມືອງ-ພັດທະນາຊົນນະບົດຮອບດ້ານ ທົ່ວກອງທັບ ຕາມທິດ 3 ສ້າງ ໃນໄລຍະ 5 ປີ 2016-2020 ແລະ ທິດທາງແຜນການ2021-2025 ໄດ້ກ່າວ
ວ່າ: ວຽກງານກໍ່ສ້າງ ຮາກຖານການເມືອງ ແມ່ນວຽກງານໜຶ່ງທີ່ນອນຢູ່ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ, ໂດຍຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານຂອງ
ຄະນະພັກກະຊວງປ້ອງກັນປະເທດ ມີໜ້າທີ່ເຮັດໃຫ້ສະພາບມີຄວາມສະຫງົບປອດ ໄພໝັ້ນຄົງໃນທົ່ວປະເທດ ສະນັ້ນວຽກງານກໍ່ສ້າງຮາກຖານຂອງກອງທັບ ແມ່ນຕິດພັນ
ກັບການພັດທະນາຊົນນະບົດຮອບດ້ານ ທັງເປັນການເຮັດໃຫ້ຮາກຖານ ການເມືອງມີຄວາມເຂັ້ມແຂງ ໜັກແໜ້ນປອດໃສ.

     ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກໍຍັງໄດ້ເນັ້ນໜັກໃຫ້ ຄະນະອະນຸກຳມະການ ຮັບຜິດຊອບວຽກແຕ່ລະພາກສ່ວນ ຈົ່ງພ້ອມກັນເອົາໃຈໃສຄົ້ນຄວ້າຕາມໜ້າທີ່
ພາລະບົດບາດຂອງຕົນໃຫ້ເປັນຢ່າງດີ, ກຳແໜ້ນໄດ້ຂໍ້ມູນຕ່າງໆ ທີ່ພົວພັນກັບວຽກງານທີ່ ຄະນະຂອງຕົນເອງຮັບຜິດຊອບເປັນຕົ້ນແມ່ນ ຄະນະອະນຸກຳມະການເນື້ອໃນ,
ເຊິ່ງເນື້ອໃນແມ່ນຕ້ອງຮັບປະກັນໄດ້ກ່ຽວກັບບົດສະຫຼຸບວຽກງານ ໃນໄລຍະທີ່ໄດ້ປະຕິບັດ ຜ່ານມາໃຫ້ຖຶກຕ້ອງ ແລະ ສອດຄ່ອງກັບສະພາບການຕົວຈິງ, ທິດທາງແຜນ
ການທີ່ຈະຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳໃນຕໍ່ໜ້າ, ອະນຸກຳມະການທາງດ້ານວຽກງານການຍ້ອງຍໍ, ການຈັດຕັ້ງ, ບຸກຄະລາກອນ ແລະ ພິທີການ, ປະດັບປະດາ ແລະ
ໂຄສະນາ, ວຽກງານຮັບປະກັນ ແລະ ປ້ອງກັນແຕ່ສະພາກສ່ວນຈົ່ງພ້ອມ ກັນເປັນເຈົ້າການຕໍ່ໜ້າທີ່ຂອງຕົນໃຫ້ດີ ເພື່ອເຮັດໃຫ້ກອງປະຊຸມທີ່ຈັດຂຶ້ນໃນຄັ້ງນີ້ໄດ້ຮັບໝາກຜົນ
ອັນດີຮັບປະກັນໄດ້ຄວາມປອດໄພ100%.

     ກອງປະຊຸມຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ ແລະ ອະນຸກຳມະການຊ່ວຍວຽກ ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກ
ງານກໍສ້າງຮາກຖານ ການເມືອງ-ພັດທະນາຊົນນະບົດຮອບດ້ານທົ່ວກອງທັບ ຕາມທິດ 3 ສ້າງໃນໄລຍະ 5 ປີ ໄດ້ຈັດຂຶ້ນໃນວັນທີ 23 ມັງກອນ ນີ້, ມີຄະນະພັກ-ຄະນະບັນ
ຊາກົມ, ຫ້ອງການ, ກົມກອງ ແລະ ຄະນະທີ່ກ່ຽວຂອງເຂົ້າຮ່ວມ.