ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ
ລົງພົບປະໂອ້ລົມຕໍ່ພະນັກງານຫຼັກແຫຼ່ງກອງພົນທີ 2


ພົນເອກ ຈັນສະໝອນ ຈັນຍາລາດ ພົບປະໂອ້ລົມຕໍ່ພະນັກງານຫຼັກແຫຼ່ງກອງພົນທີ 2

     ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ລົງພົບປະພະນັກງານຫຼັກແຫຼ່ງກອງພົນທີ 2
ໃນວັນທີ 23 ມັງກອນນີ້, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໂດຍມີທ່ານ ພົນຈັດຕະວາ ພັນແສງ ບຸນພັນ ເລຂາຄະນະ
ພັກ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ມີບັນດາພະນັກງານຫຼັກແຫຼ່ງທົ່ວກອງພົນທີ 2 ແລະ ແຂກຖືກເຊີນເຂົ້າຮ່ວມ.

     ທ່ານ ພົນຈັດຕະວາ ພັນແສງ ບຸນພັນ ໄດ້ລາຍງານຫຍໍ້ສະພາບການເຄ່ືອນໄຫວຈັດຕັ້ງປະຕິບັດວຽກງານຂອງກົມກອງໃນໄລຍະຜ່ານມາວ່າ: ກົມກອງໄດ້ເອົາໃຈໃສ່
ປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ໂດຍສະເພາະແມ່ນສຸມໃສ່ສຶກສາອົບຮົມການເມືອງ, ນໍາພາແນວຄິດຂອງພະນັກ
ງານ-ນັກຮົບພາຍໃນກົມກອງໃຫ້ມີແນວຄິດຫຼັກໝັ້ນ, ເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມ
ສະຫງົບໃນຂອບເຂດຮັບຜິດຊອບ, ປັບປຸງກໍ່ສ້າງກໍາລັງ, ແກ້ໄຂຊີວິດການເປັນຢູ່, ປັບປຸງບູລະນະຄ້າຍຄູ, ວຽກງານເຕັກນິກການທະຫານ, ວຽກງານການພົວພັນກັບອໍາ
ນາດການປົກຄອງທ້ອງຖິ່ນ ແລະ ປະເທດເພື່ອນມິດສາກົນ.

     ໂອກາດດັ່ງກ່າວ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໂອ້ລົມ ເຊິ່ງບາງຕອນທ່ານກ່າວວ່າ: ຕະຫຼອດໄລຍະ 70 ປີຜ່ານມາ ກອງທັບປະຊາຊົນລາວໄດ້ເຕີບໃຫຍ່
ຂະຫຍາຍຕົວພາຍໃຕ້ການນໍາພາອັນປີຊາສາມາດສະຫຼາດສ່ອງໃສຂອງພັກ ແລະ ເຮັດສໍາເລັດໜ້າທີ່ທີ່ຊາດ ແລະ ປະຊາຊົນມອບໝາຍໃຫ້. ທ່ານ ພົນເອກ ຈັນສະໝອນ ຈັນ
ຍາລາດ ຍັງໄດ້ເນັ້ນໜັກໃຫ້ພະນັກງານຫຼັກແຫຼ່ງພາຍໃນກອງພົນທີ 2 ເອົາໃຈໃສ່ສຶກສາອົບ ຮົມການເມືອງ, ນໍາພາແນວຄິດໃຫ້ພະນັກງານ-ນັກຮົບ ພ້ອມກັນມີສະຕິລະວັງ
ຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກໍາລັງປໍລະປັກ, ພ້ອມກັນເສີມຂະຫຍາຍມູນເຊື້ອ ແລະ ຜົນງານທີ່ຍາດມາໄດ້, ນໍາພາກົມກອງກ້າວຂຶ້ນດ້ວຍທ່ວງທ່າໃໝ່ຢ່າງ
ໜັກແໜ້ນ.

     ໃນໂອກາດດັ່ງກ່າວ ບັນດາກະຊວງກໍໄດ້ມອບຂອງຂັວນຈໍານວນໜຶ່ງໃຫ້ກອງພົນທີ 2 ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີດັ່ງນີ້: ກະຊວງ
ປ້ອງກັນປະເທດ, ກະຊວງພະລັງງານ-ບໍ່ແຮ່, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງວິທະຍາສາດ-ເຕັກໂນ
ໂລຊີ.

     ໃນໂອກາດລົງເຄື່ອນໄຫວຄັ້ງນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ຍັງໄດ້ເຂົ້າຮ່ວມ
ປະຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢູ່ທີ່ສະໂມສອນໂຮງຮຽນທິດສະດີການເມືອງແຂວງໄຊຍະບູລີ ໂດຍການເຂົ້າຮ່ວມຂອງ ທ່ານ ພົງສະ
ຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆໄຊຍະບູລີ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ມີຫົວໜ້າກອງບັນຊາການທະ
ຫານແຂວງ, ຫົວໜ້າກອງບັນຊາການ ປກສ ແຂວງ, ພະນັກງານຫຼັກແຫຼ່ງ, ພະນັກງານອາວຸໂສບໍານານ ແລະ ພະນັກງານ-ນັກຮົບເຂົ້າຮ່ວມຮັບຟັງ.