ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງງານມິດຕະພາບລາວ-ຫວຽດນາມ ມອບຕຽງນອນ ແລະ ລໍ້ຍູ້ຄົນເຈັບໃຫ້ໂຮງໝໍ 103

     ໃນວັນທີ 16 ມັງກອນ 2017 ນີ້, ຢູ່ທີ່ໂຮງໝໍ 103 ໄດ້ຈັດພິທີມອບ-ຮັບຜະລິດຕະພັນຂອງໂຮງງານມິດຕະພາບລາວ-ຫວຽດນາມ ເຊິ່ງປະກອບມີ
ຕຽງນອນ ແລະລໍ້ຍູ້ຄົນເຈັບໃຫ້ແກ່ໂຮງໝໍ 103 ໂດຍການເຂົ້າ ຮ່ວມຂອງ ທ່ານ ພົນຈັດຕະວາ ກິລະກອນ ບຸນນະຜົນ ຮອງຫົວໜ້າກົມໃຫຍ່ເຕັກນິກກອງ
ທັບ, ມີຫົວໜ້າອຳນວຍການໂຮງໝໍ 103 ພ້ອມດ້ວຍຄະນະ, ຫົວໜ້າອຳນວຍການໂຮງງານມິດຕະພາບລາວ-ຫວຽດນາມ ພ້ອມດ້ວຍຄະນະ, ກົມອຸດສາ
ຫະກຳປ້ອງກັນຊາດ, ກົມພະລາທິການ, ກົມເສນາຮັກ, ວິທະຍາຄານການແພດກອງທັບປະຊາຊົນລາວ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

                                
                                             

     ໃນພິທີ ພັນໂທ ສົມເພັງ ເພັດສຸລີ ຫົວໜ້າອຳນວຍການໂຮງງານມິດຕະພາບລາວ-ຫວຽດນາມ ໄດ້ໃຫ້ກຽດກ່າວມອບຜະລິດຕະພັນຂອງໂຮງງານ
ເຊິ່ງປະກອບມີຕຽງນອນສອງຊັ້ນຈຳນວນ 3 ໜ່ວຍ, ຕຽງນອນຄົນ ເຈັບ 1 ໜ່ວຍ, ລໍ້ຍູ້ຄົນເຈັບ 1 ໜ່ວຍ, ລວມມູນຄ່າ 10.000.000 ກີບ ແລະກ່າວ
ຮັບໂດຍ ພັນເອກ ຄຳແພງ ພູມາແກ້ວ ຫົວໜ້າອຳນວຍການໂຮງໝໍ 103 ພ້ອມທັງໄດ້ສະແດງຄວາມຂອບໃຈ ແລະຮູ້ບຸນຄຸນພ້ອມທັງອວຍໄຊໃຫ້ພອນ
ມາຍັງຫົວໜ້າອຳນວຍການໂຮງງານມິດຕະພາບລາວ-ຫວຽດນາມ ພ້ອມດ້ວຍຄະນະທີ່ໄດ້ນຳເອົາຜະລິດຕະພັນອັນໃໝ່ມາມອບເປັນຂອງຂວັນ ທ່າມກາງ
ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາ ຊົນລາວ ທີ 20 ມັງກອນ ທີ່ຈະມາເຖິງນີ້.