ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປີດການແຂ່ງຂັນກີລາເຂດໃຈກາງອ້ອມຂ້າງກະຊວງປ້ອງກັນປະເທດ
ຕ້ອນຮັບວັນສ້າງຕັ້ງກອງທັບ ຄົບຮອບ 68 ປີ

     ການແຂ່ງຂັນກີລາເຂດໃຈກາງອ້ອມຂ້າງກະຊວງປ້ອງກັນປະເທດ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ (20/1/1949
20/ 1/2017) ໄດ້ປິດລົງຢ່າງຈົບງາມໃນວັນທີ 19 ມັງກອນ 2017 ຜ່ານມານີ້, ທີ່ເດີ່ນກີລາກອງທັບ (ຫຼັກ 5) ໂດຍການເປັນປະທານຂອງ ພົນຈັດຕະວາ
ຈັນທອງ ສອນຕະອາດ ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຫົວໜ້າກົມ, ຮອງກົມ, ພະນັກງນ-ນັກ
ຮົບ, ນັກກີລາ ແລະແຂກຖືກເຊີນເຂົ້າຮ່ວມຢ່າງຫຼວງຫຼາຍ.

               
                                             ທ່ານ ພົນຈັດຕະວາ ຈັນທອງ ສອນຕະອາດ ເປັນປະທານປີດການແຂ່ງຂັນກີລາເຂດໃຈກາງອ້ອມຂ້າງກະຊວງປ້ອງກັນປະເທດ

     ພັນເອກ ບຸນເຕົ້າ ທອງມະນີລາ ຮອງຫົວໜ້າກົມອົບຮົມກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນລາຍງານຜ່ານຂະບວນການເຄື່ອນໄຫວຈັດຕັ້ງການ
ແຂ່ງຂັນກີລາກອງທັບເຂດໃຈກາງນະຄອນຫຼວງ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ ເຊິ່ງໄດ້ດຳເນີນມາເປັນເວລາ 11 ວັນ
(9-19/ 1/2017) ແລະໄດ້ສຳເລັດລົງຢ່າງຈົບງາມ ເຊິ່ງເຕັມໄປດ້ວຍຄວາມເບີກບານມ່ວນຊື່ນສ້າງໄດ້ຄວາມສາມັກຄີ, ແລກປ່ຽນບົດຮຽນເຊິ່ງກັນ ແລະ
ກັນຢ່າງເປັນຂະບວນຟົດຟື້ນ ແລະມີຄວາມເປັນລະບຽບຮຽບຮ້ອຍປອດໄພດີທຸກປະການ. ຜ່ານການແຂ່ງຂັນທັງປະເພດບຸກຄົນ ແລະລວມໝູ່ໃນ 7 ປະ
ເພດກີລາ ສາມາດສະຫຼຸບໄດ້ດັ່ງນີ້: ກີລາຍິງປືນສັ້ນຂັ້ນການນຳປະກອບມີ 3 ສາຍຄື: ສາຍນາຍພົນຊະນະເລີດໄດ້ແກ່ ພົນຈັດຕະວາ ຄຳມີ ຫຼ້າບຸນທັນ ໄດ້
ຮັບຂັນຊະນະເລີດ 1 ໜ່ວຍ, ຮອງຊະນະເລີດ ພົນຈັດຕະວາ ວັນທອງ ກອງມະນີ ໄດ້ຮັບຂັນ 1 ໜ່ວຍ ແລະຮອງອັນດັບສອງ ພົນຈັດຕະວາ ຄຳພັດ ພິມ
ມະຫາໄຊ ໄດ້ຮັບຂັນ 1 ໜ່ວຍຕາມລຳດັບ, ສາຍພັນເອກ ຊະນະເລີດໄດ້ແກ່ ພັນເອກ ບຸນເຕົ້າ ທອງມະນີລາ, ຮອງຊະນະເລີດ ພັນເອກ ສີພອນໄຊ ຄຳ
ທອງເຫວີນ ແລະ ຮອງອັນດັບທີສອງ ພັນເອກ ສົມພອນ ສີສຸວັນນະ ໄດ້ຮັບຂັນ 1 ໜ່ວຍຕາມລຳດັບ, ສາຍຄະນະນຳກີລາອົງການ, ກົມກອງທົ່ວໄປຊະ
ນະເລີດໄດ້ແກ່ ພັນໂທ ພູທອງ ພົມມະຈັນ, ຮອງຊະນະເລີດ ພັນໂທ ຄຳແພງ ລັດຕະນະວົງ ແລະຮອງອັນດັບສອງ ພັນຕີ ຄຳພີ ດິມະນີວົງ ໄດ້ຮັບຂັນ 1
ໜ່ວຍຕາມລຳດັບ, ກີລານັກຮົບແຂງແຮງບຸກຄົນ ຊະນະເລີດໄດ້ແກ່ ຊັ້ນ I ອຸລີໄຊ ກົມໃຫຍ່ເສນາທິການກອງທັບ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນ
ສົດ1.500.000 ກີບ, ຮອງຊະນະເລີດ ຮ້ອຍເອກ ກ້ວຍ ກອງພັນໃຫຍ່ 941 ໄດ້ຮັບເງິນລາງວັນ 1 ລ້ານກີບ ແລະຮອງອັນດັບສອງ ສິບເອກ ລຳເງິນ
ວິທະຍາຄານກົມມະດຳ ໄດ້ຮັບເງິນລາງວັນ 7 ແສນກີບ, ປະເພດລວມໝູ່ ຊະນະເລີດກອງພັນໃຫຍ່ 941 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 2
ລ້ານກີບ, ຮອງອັນດັບຊະນະເລີດວິທະຍາຄານກົມມະດຳ ໄດ້ຮັບເງິນລາງວັນ 1.500.000 ກີບ ແລະຮອງອັນດັບສອງ ວິທະຍາຄານພະລາທິການ ໄດ້
ຮັບເງິນລາງວັນ 1 ລ້ານກີບ, ກີລາແລ່ນມ້າງປະກອບອາວຸດປະເພດບຸກຄົນ ຊະນະເລີດ ວາທີ ມ່ວງ ບຸນຊູ ເຫຼົ່າຮົບເຄມີສາດ ໄດ້ຮັບຂັນ 1 ໜ່ວຍ ພ້ອມ
ເງິນລາງວັນ 1.500.000 ກີບ, ຮອງຊະນະເລີດ ຮ້ອຍຕີ ສັງ ຄານ ກົມ 213 ໄດ້ຮັບເງິນລາງວັນ 1 ລ້ານກີບ ແລະຮອງອັນດັບທີສອງ ຊັ້ນ I ແອ ເຫຼົ່າ
ຮົບລົດຕັງ ໄດ້ຮັບເງິນລາງວັນ 7 ແສນກີບ, ປະເພດລວມໝູ່ຊະນະເລີດ ກອງພັນໃຫຍ່ 941 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 2 ລ້ານກີບ,
ຮອງຊະນະເລີດ ເຫຼົ່າຮົບເຄມີສາດ ໄດ້ຮັບເງິນລາງວັນ 1.500.000 ກີບ ແລະຮອງອັນດັບທີສອງ ກົມ 213 ໄດ້ຮັບເງິນລາງວັນ 1 ລ້ານກີບ, ກີລາ
ເປຕັງທິມປະສົມ (ຊາຍ 2 ຍິງ 1) ຊະນະເລີດໄດ້ແກ່ ກົມ 213 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 3 ລ້ານກີບ, ຮອງຊະນະເລີດ ກົມໃຫຍ່ພະລາ
ທິການກອງທັບ ໄດ້ ຮັບເງິນລາງວັນ 2 ລ້ານກີບ ແລະຮອງອັນດັບສອງ ກອງພັນໃຫຍ່ 279 ໄດ້ຮັບເງິນລາງວັນ 1.500.000 ກີບ ກີລາກະຕໍ້ດ່ຽວ
ຊາຍຊະນະເລີດ ກົມໃຫຍ່ເສນາທິການກອງທັບ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 3 ລ້ານກີບ, ຮອງຊະນະເລີດ ກອງພັນໃຫຍ່ 941 ໄດ້ຮັບ
ເງິນລາງວັນ 2 ລ້ານກີບ ແລະຮອງອັນດັບທີສອງ ກອງພັນໃຫຍ່ 279 ໄດ້ຮັບເງິນລາງວັນ 1.500.000 ກີບ, ກີລາບານສົ່ງຍິງຊະນະເລີດ ກົມວິທະຍາ
ສາດ-ປະຫວັດສາດ ການທະຫານ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 6 ລ້ານກີບ, ຮອງຊະນະເລີດ ກອງພັນໃຫຍ່ 11 ໄດ້ຮັບເງິນລາງວັນ 4 ລ້ານ
ກີບ, ຮອງອັນດັບສອງ ກົມ 213 ໄດ້ຮັບເງິນລາງວັນ 3 ລ້ານກີບ, ບານສົ່ງຊາຍຊະນະ ເລີດໄດ້ແກ່ກົມຊ່າງແສງກົມໃຫຍ່ເສນາທິການກອງທັບ ໄດ້ຮັບ
ຂັນ 1 ໜ່ວຍ ພ້ອມເງິນລາງວັນ 6 ລ້ານກີບ, ຮອງຊະນະເລີດກອງບັນຊາການທະຫານນະຄອນຫຼວງ ໄດ້ຮັບເງິນລາງວັນ 4 ລ້ານກີບ ແລະຮອງອັນດັບ
ສອງ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຮັບເງິນລາງວັນ 3 ລ້ານກີບ, ກີລາເຕະບານຊາຍ ຊະນະເລີດໄດ້ແກ່ ກົມ 213 ໄດ້ຮັບຂັນ 1 ໜ່ວຍ
ພ້ອມເງິນລາງວັນ 8 ລ້ານກີບ, ຮອງຊະນະເລີດ ກອງພັນໃຫຍ່ 641 ໄດ້ຮັບເງິນລາງວັນ 6 ລ້ານກີບ ແລະຮອງອັນດັບສອງ ກອງພັນໃຫຍ່ 279 ໄດ້
ຮັບເງິນລາງວັນ 4 ລ້ານກີບ.