ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະນຳກະຊວງປ້ອງກັນປະເທດ ເຂົ້າອວຍພອນ ທ່ານ ບຸນຍັງ ວໍລະຈິດ

     ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ (20 ມັງ ກອນ 1949-20 ມັງກອນ 2017) ໃຫ້ມີ
ຄວາມໝາຍ ແລະເນື້ອໃນເລິກເຊິງ. ຕອນເຊົ້າວັນທີ 18 ມັງກອນ 2017 ນີ້, ທ່ານ ພົນຕີ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນ
ຕີກະຊວງປ້ອງກັນປະເທດພ້ອມຄະນະໄດ້ນຳເອົາກະຕ່າດອກໄມ້ ແລະຂອງຂວັນເຂົ້າອວຍພອນ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານ
ງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ທີ່ຫ້ອງຮັບແຂກສຳນັກງານສູນກາງພັກ (ຫລັກ 6) ນະຄອນຫລວງວຽງຈັນ.

                                
                                             

     ທ່ານ ພົນຕີ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳ, ນາຍ ແລະພົນທະຫານກຳລັງປະກອບ
ອາວຸດກອງທັບປະຊາຊົນລາວທຸກຖ້ວນໜ້າສະແດງຄວາມອວຍພອນອັນປະເສີດ ແລະສະແດງຄວາມກະຕັນຍູຮູ້ບຸນຄຸນມາຍັງ ທ່ານ ບຸນຍັງ ວໍລະຈິດ ຈົ່ງມີ
ສຸຂະພາບແຂງແຮງ ອາຍຸໝັ້ນຂວັນຍືນ, ເປັນຮົ່ມໂພຮົ່ມໄຊ ແລະສືບຕໍ່ໃກ້ຊິດຕິດແທດຊີ້ທິດເຍືອງທາງໃຫ້ກຳລັງປະກອບວຸດກອງທັບປະຊາຊົນລາວໃນການ
ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະກ້າວໜ້າຍິ່ງໆຂຶ້ນ.

     ໂອກາດນີ້, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂອບໃຈພ້ອມທັງໄດ້ຝາກຄວາມເປັນຫ່ວງເປັນໃຍ ແລະຄຳຢ້ຽມຢາມຖາມຂ່າວບັນດາສະຫາຍ
ນາຍ ແລະພົນທະຫານໃນທົ່ວກອງທັບ ພ້ອມກັນຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ ໃຫ້ມີຄວາມໝາຍໜັກແໜ້ນ,
ມີຄວາມສະຫງົບ ແລະປອດໄພຮອບດ້ານ ແລະກຳນົດເອົາວັນສຳຄັນດັ່ງກ່າວເປັນການແຂ່ງຂັນກັນສ້າງຜົນງານປັບປຸງກົມກອງ, ສ້າງກອງທັບໃຫ້ເປັນກອງ
ທັບປະຕິວັດທີ່ມີແບບແຜນ ແລະທັນສະໄໝ, ເປັນຫຼັກແຫຼ່ງໃນການປະຕິບັດສອງໜ້າທີ່ຍຸດທະສາດຂອງພັກ.