ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການນຳກະຊວງປ້ອງກັນປະເທດ ເຂັ້ົ້າອວຍພອນ ທ່ານ ຄຳໄຕ ສີພັນດອນ

     ການນໍາກະຊວງປ້ອງກັນປະເທດ ແລະກອງບັນຊາການທະຫານແຂວງຈໍາປາສັກ, ກອງພົນທະຫານຮາບທີ 5 ເຊິ່ງນໍາໂດຍ ທ່ານ ພົນຕີ ວິໄລ ຫຼ້າຄໍາຟອງ
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະໄດ້ນໍາເອົາກະຕ່າດອກໄມ້ ແລະກະຕ່າຂອງຂວັນເຂົ້າອວຍພອນ ທ່ານ ຄໍາໄຕ ສີພັນດອນ ອະດີດ
ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ໃນວັນທີ 22 ມັງກອນ
ນີ້, ຢູ່ທີ່ເຮືອນພັກຂອງເພິ່ນເອງ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ ( 20 ມັງກອນ 1949-20 ມັງກອນ 2017).

                                
                                             

     ທ່ານ ພົນຕີ ວິໄລ ຫຼ້າຄໍາຟອງ ຕາງໜ້າໃຫ້ຄະນະນໍາກະຊວງປ້ອງກັນປະເທດ ນາຍ ແລະພົນທະຫານທຸກທົ່ວໜ້າໃນກອງທັບປະຊາຊົນລາວໄດ້ກ່າວຄໍາ
ເຫັນວ່າ: ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວເຮົາ ຂ້າພະເຈົ້າຂໍນໍາເອົານໍ້າຈິດນໍ້າໃຈຄວາມສາມັກຄີຮັກແພງ ແລະຄວາມນັບຖືຢ່າງສູງຄວາມເຊື່ອ
ໝັ້ນມາຍັງທ່ານສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງ ຕໍ່ການເອົາໃຈໃສ່ຢ່າງຈົດຈໍ່ໃນການຊີ້ນໍາ-ນໍາພາສຶກສາອົບຮົມກໍ່ ສ້າງກອງທັບປະຊາຊົນລາວ
ເຮົາຕະຫຼອດມາ ເຊິ່ງໄລຍະຜ່ານມາກອງທັບປະຊາຊົນລາວພວກເຮົາກໍສາມາດເຮັດລ້ອນໜ້າທີ່ທີ່ໄດ້ຮັບມອບໝາຍ ຄະນະນຳກະຊວງປ້ອງກັນປະເທດຂໍອວຍ
ພອນໄຊອັນປະເສີດໃຫ້ອະດີດເລຂາທິການໃຫຍ່ ຈົ່ງມີສຸຂະພາບເຂັ້ມແຂງ ມີພາລະນາໄມສົມບູນ, ສຶບຕໍ່ຊີ້ນໍາ-ນໍາພາສຶກສາອົບຮົມ ແລະເປັນຮົ່ມໂພຮົ່ມໄຊ
ອັນປະເສີດໃຫ້ແກ່ກໍາລັງປະກອບອາວຸດ ກໍຄືກອງທັບປະຊາຊົນລາວໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະກ້າວຂຶ້ນຢ່າງບໍ່ຍຸດຢັ້ງ.

     ໂອກາດດັ່ງກ່າວ ທ່ານ ຄໍາໄຕ ສີພັນດອນ ໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ການນໍາກະຊວງປ້ອງກັນປະເທດ ທີ່ມີຄວາມເປັນຫ່ວງເປັນໃຍນໍາ
ເອົາກະຕ່າດອກໄມ້ ແລະຂອງຂວັນມາອວຍພອນໃນຄັ້ງນີ້ ເຊິ່ງຜ່ານມາກອງທັບປະຊາຊົນລາວຍາມໄດ້ກໍຮັກສາໄດ້ບົດບາດມູນເຊື້ອອັນດີງາມຂອງກອງທັບ
ປະຕິວັດ ເຮັດທຸກສິ່ງທຸກຢ່າງເພື່ອພະລາກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ຍາມໃດກໍໄດ້ເອົາໃຈໃສ່ປະຕິ ບັດໜ້າທີ່ທີ່ປະຊາຊົນມອບ
ໝາຍໃຫ້ຢ່າງສົມກຽດ, ພ້ອມທັ້ງໄດ້ຮຽກຮ້ອງໃຫ້ການນໍາກະຊວງປ້ອງກັນປະເທດ ເພີ່ມທະວີການນໍາພາຂອງພັກຕໍ່ກໍາລັງປະກອບອາວຸດປ້ອງກັນຊາດ.