ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບ
ເອກອັກຄະລາດຊະທູດ ສປ ຈີນ ເຂົ້າຢ້ຽມຂໍ່ານັບອຳລາ

     ໃນຕອນບ່າຍຂອງວັນທີ 18 ມັງກອນ 2017 ນີ້, ຢູ່ທີ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມ
ການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ກວນ ຮວາ ບິ່ງ ເອກອັກຄະລາດຊະທູດແຫ່ງ ສປ ຈີນ ເຂົ້າຢ້ຽມຂ່ຳ
ນັບອຳລາໃນໂອກາດສີ້ນສຸດວາລະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

                                
                                             

     ໂອກາດດັ່ງກ່າວ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະຕີລາຄາສູງຕໍ່ຜົນສຳເລັດໃນການມາ
ປະຕິບັດໜ້າທີ່ທາງການທູດຂອງ ທ່ານ ກວນ ຮວາ ບິ່ງ ຕະຫຼອດໄລຍະເວລາທີ່ຜ່ານມາ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມສ້າງສາຍພົວ
ພັນອັນສຳຄັນລະຫວ່າງສອງປະເທດ ແລະຄວາມສາມັກຄີຮອບດ້ານທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ໄດ້ຮັບການເພີ່ມພູນຄູນສ້າງຂຶ້ນເລື້ອຍໆ, ພ້ອມນີ້
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນໃນການປະຕິບັດໜ້າທີ່ຂອງທ່ານເອກອັກຄະລາດຊະທູດ
ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕະຫຼອດໄລຍະທີ່ຜ່ານມາ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍ
ສາຍພົວພັນມິດຕະພາບທີ່ມີມູນເຊື້ອຂອງສອງປະເທດ ລາວ-ຈີນ ໃຫ້ນັບມື້ມີຄວາມຈະເລີນງອກງາມຂຶ້ນຢ່າງບໍ່ຢຸດຢັ້ງ.

     ໂອກາດດຽວກັນນັ້ນ ທ່ານ ກວນຮວາບິ່ງ ກໍໄດ້ສະແດງຄວາມຂອບໃຈ ແລະຮູ້ບຸນຄຸນຢ່າງສູງມາຍັງທ່ານລັດຖະມົນຕີກະຊວງປ້ອງກັນປະເທດທີ່ໄດ້ໃຫ້
ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະຄວາມສາມັກຄີລະຫວ່າງສອງຊາດ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍ
ແລະຮັດແໜ້ນ ຍິ່ງໆຂຶ້ນ.