ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 68 ປີ

     ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ (20 ມັງກອນ 1949-20 ມັງກອນ 2017) ໄດ້ຈັດຂຶ້ນໃນ
ຕອນເຊົ້າວັນທີ 20 ມັງກອນ 2017 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພົນໂທ ຈັນສະໝອນ
ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍຫົວໜ້າກົມໃຫຍ່, ຫ້ອງວ່າການກະຊວງ,
ບັນດາກົມກອງອ້ອມຂ້າງກະຊວງປ້ອງກັນປະເທດ, ສະຫະພັນນັກຮົບເກົ່າແຫ່ງຊາດ, ພະນັກງານປະຕິວັດອາວຸໂສບຳນານ ແລະບັນດາສະຫາຍຄະນະພັກ
ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບເຫຼົ່າຮົບວິຊາສະເພາະອ້ອມຂ້າງກະຊວງເຂົ້າຮ່ວມ.

                                
                                             

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ກ່າວປາໄສຕໍ່ງານໂຮມຊຸມນຸມມິດຕິງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ
ໃນບາງຕອນທ່ານໄດ້ກ່າວວ່າ: ຜົນງານ ແລະໄຊຊະນະອັນໃຫຍ່ຫຼວງເປັນປະຫວັດສາດຂອງກອງທັບເຮົາທີ່ຍາດມາໄດ້ໃນໄລຍະ 68 ປີ ຜ່ານມານັ້ນ ກ່ອນ
ອື່ນໝົດແມ່ນໄດ້ມາຈາກການນໍາພາອັນຖືກຕ້ອງສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ພັກເປັນຜູ້ສ້າງຕັ້ງນໍາພາ ແລະສຶກສາອົບຮົມກອງທັບ
ເຮົາຕະຫຼອດມາ, ພັກໄດ້ວາງແນວທາງລວມ ແລະແນວທາງການທະຫານຢ່າງປະດິດສ້າງຖືກກັບເງື່ອນໄຂຂອງສະພາບການແຕ່ລະໄລຍະ, ໄດ້ວາງຍຸດທະ
ສາດການຕໍ່ສູ້ທີ່ຖືກຕ້ອງ ແລະຍຸດໂທບາຍທີ່ຄ່ອງແຄ່ວ, ມີໄຫວພິບ, ໄດ້ນໍາໃຊ້ ແລະສົມທົບກັບບັນດາຮູບການຕໍ່ສູ້ຢ່າງຊໍານິຊໍານານ ເສີມຂະຫຍາຍທຸກ
ກໍາລັງແຮງບົ່ມຊ້ອນພາຍໃນປະເທດ ໂດຍສົມທັບຢ່າງແໜ້ນກັບກໍາລັງແຮງຂອງຍຸກສະໄໝ, ກອງທັບເຮົາໄດ້ພ້ອມກັບປວງຊົນລາວທັງຊາດດໍາເນີນການ
ຕໍ່ສູ້ຢ່າງອົງອາດກ້າຫານ, ທົນທານໜຽວແໜ້ນ ແລະບໍ່ຍອມຈໍານົນ ເຮັດໃຫ້ການປະຕິວັດເຮົາໄດ້ຮັບໄຊຊະນະອັນໃຫຍ່ຫຼວງເປັນກ້າວໆມາ ສາມາດຕີເອົາ
ຊະນະຈັກກະພັດຜູ້ຮຸກຮານ 2 ໂຕໃຫ້ປະລາໄຊ ລົບລ້າງລະບອບເກົ່າທີ່ຄອບງໍາມາຫລາຍຮ້ອຍປີ, ໄດ້ສະຖາປະນາລະບອບໃໝ່ລະ ບອບທີ່ປະຊາຊົນລາວ
ທຸກເຜົ່າເປັນເຈົ້າປະເທດຊາດຢ່າງແທ້ຈິງ, ຜ່ານຂະບວນວິວັດແຫ່ງການຕໍ່ສູ້ປະຕິວັດກອງ ທັບປະຊາຊົນປະຕິວັດລາວໄດ້ສ້າງມູນເຊື້ອອັນສະຫງ່າງາມໄວ້ຄື:

     1. ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ຕໍ່ປະຊາຊົນ ແລະອຸດົມການສັງຄົມ-ນິຍົມ.

     2. ມີນໍ້າໃຈຕໍ່ສູ້ພິລະອາດຫານກ້າແກ່ນໜຽວແໜ້ນ ແລະໄຫວພິບ.

     3. ມີນໍ້າໃຈດຸໝັ່ນຂະຫຍັນພຽນໃນການອອກແຮງງານ, ເພີ່ມພູນຜະລິດຜົນ ແລະປະຢັດມັດທະຍັດ.

     4. ຍາມໃດກໍຍຶດໝັ້ນການພົວພັນສາມັກຄີແບບກາຍອິນຊີອັນແໜ້ນແຟ້ນກັບປະຊາຊົນບັນດາເຜົ່າ.

     5. ກອງທັບປະຊາຊົນລາວໄດ້ສາມັກຄີກັບກອງທັບປະເທດສັງຄົມນິຍົມອ້າຍນ້ອງ ແລະບັນດາປະເທດເພື່ອນມິດທີ່ກ້າວໜ້າໃນໂລກ.

     6. ກອງທັບປະຊາຊົນລາວຍາມໃດກໍຮັກສາມູນເຊື້ອອັນດີງາມຄື: ພາຍໃນມີປະຊາທິປະໄຕ ມີລະບຽບວິໄນເຂັ້ມງວດ.

     ເພື່ອເຮັດສໍາເລັດໜ້າທີ່ອັນໜັກໜ່ວງ ແລະມີກຽດສະຫງ່າທີ່ປະເທດຊາດ ແລະປະຊາຊົນມອບໝາຍໃຫ້ບັນດາພະນັກງານ-ນັກຮົບນາຍ ແລະພົນທະ
ຫານໃນທົ່ວກອງທັບເຮົາ ຈົ່ງອອກແຮງເສີມຂະຫຍາຍທາດແທ້ມູນເຊື້ອຂອງຊາດ ແລະຂອງກອງທັບ ເດັດດ່ຽວປະຕິບັດແນວທາງປ່ຽນແປງໃໝ່ຢ່າງຮອບ
ດ້ານ ແລະມີຫຼັກການຂອງພັກເສີມຂະຫຍາຍບົດບາດເປັນກໍາລັງຫຼັກແຫຼ່ງແກ່ນສານໃນການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດໃນໄລຍະໃໝ່ທີ່ພັກ
ວາງອອກ ປົກປັກຮັກສາ ແລະສ້າງສາປະເທດຊາດ ກອງທັບເຮົາຈຶ່ງກ້າວຂຶ້ນຍາດເອົາຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າໃຫ້ສົມກັບຄໍາສັ່ງສອນຂອງປະທານ
ໄກສອນ ພົມວິຫານທີ່ວ່າ: “ເວລາໃດກອງ ທັບກໍນໍາໜ້າທຸກວຽກງານ, ເດັດດ່ຽວໜຽວແໜ້ນຜ່ານຜ່າອຸປະສັກ, ສໍາເລັດທຸກໜ້າທີ່, ຕີເອົາຊະນະສັດຕູ
ທຸກໂຕ, ສົມແລ້ວເປັນກໍາລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນແຫລມຄົມຂອງພັກ”.