ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບໂອນ ກົມການເງິນຂຶ້ນກັບ ກະຊວງປ້ອງກັນປະເທດ ໂດຍກົງ


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ ​ເປັນ​ປທານ

     ວັນທີ 22 ທັນວາ 2020 ນີ້, ກົມໃຫຍ່ພະລາທິການ ກອງທັບ ໄດ້ຈັດພິທີປະກາດການມອບໂອນ ກົມການເງິນຂຶ້ນກັບ ກະຊວງປ້ອງກັນປະເທດ ໂດຍ
ກົງ, ຢູ່ທີ່ສະໂມສອນ ກົມໃຫຍ່ພະລາທິການ ກອງທັບ, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງ
ສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີບັນດາຄະນະພັກ-ຄະນະກົມໃຫຍ່, ຫ້ອງວ່າການກະຊວງ, ຫ້ອງການ ປກຊ-ປກສ ສູນກາງ, ກົມກອງ
ທ້ອງຖິ່ນ, ວິທະຍາຄານ, ໂຮງຮຽນ, ໂຮງໝໍທົ່ວກອງທັບ ພ້ອມດ້ວຍບັນດາ ພະນັກງານຫຼັກແຫຼ່ງທົ່ວກົມແຜນການ-ການເງິນ ກອງທັບ ເຂົ້າຮ່ວມ.

     ສະຫາຍ ພັນເອກ ບຸນເພັງ ເທບພະພອນ ຮອງຫົວໜ້າ ກົມກໍາລັງພົນ ກົມໃຫຍ່ເສນາທິການ ກອງທັບ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ
ວ່າດ້ວຍການໂອນກົມການເງິນຂຶ້ນກັບ ກະຊວງປ້ອງກັນປະເທດ ໂດຍກົງເປັນກົມເອກະລາດຂຶ້ນກັບການຊີ້ນໍາ-ບັນຊາ ໂດຍກົງ ແລະ ຮອບດ້ານຂອງ ກະ
ຊວງປ້ອງກັນປະເທດ ນັບແຕ່ ວັນທີ 1 ມັງກອນ 2021 ເປັນຕົ້ນໄປ; ມອບໃຫ້ກົມການເງິນ ແລະ ບັນດາອົງການກ່ຽວຂ້ອງ ຈັດຕັ້ງເຜີຍແຜ່ເຊື່ອມຊຶມ, ປະ
ຕິບັດຂໍ້ຕົກລົງສະບັບນີ້ຢ່າງຖືກຕ້ອງ, ເຂັ້ມງວດ ແລະ ໄດ້ຮັບຜົນດີ ແລະ ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນ
ໄຫວ ຂອງກົມການເງິນ ກະຊວງປ້ອງກັນປະເທດ ມີພາລະບົດບາດ, ໜ້າທີ່, ຂອບເຂດສິດ, ໂຄງປະກອບ ການຈັດຕັ້ງ, ຫຼັ້ກການ, ແບບແຜນວິທີເຮັດວຽກ
ແລະ ການເຄື່ອນໄຫວຂອງວຽກງານກົມການເງິນ, ພະແນກການເງິນ, ຂະແໜງການເງິນ ແລະ ຄຸ້ມຄອງການເງິນ ເພື່ອປັບປຸງກົງຈັກການຈັດຕັ້ງດ້ານນໍາພາ-
ບັນຊາ, ການເຄື່ອນໄຫວເຮັດໜ້າທີ່ວຽກງານ ແລະ ລະບົບການເດີນເອກະສານຕ່າງໆ ໃນຂົງເຂດວຽກງານການເງິນກອງທັບໃຫ້ມີຄວາມກະທັດຫັດ, ໜັກ
ແໜ້ນ, ຖືກຕ້ອງຕາມລະບຽບຫຼັກການ ເຮັດສໍາເລັດໜ້າທີ່ການເມືອງຂອງຕົນທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ກົມການເງິນ ກະຊວງປ້ອງກັນປະເທດ
ແມ່ນກົງຈັກການຈັດຕັ້ງໜຶ່ງຂອງ ກະຊວງປ້ອງກັນປະເທດ, ເປັນການເງິນຂັ້ນ 1, ເປັນກົມວິຊາສະເພາະສູງສຸດທາງດ້ານການເງິນ, ຖານະເທົ່າຂັ້ນ 4, ມີພາ
ລະບົດບາດເປັນເສນາທິການໂດຍກົງ ໃນການຄຸ້ມຄອງວຽກງານການເງິນມະຫາພາກໃຫ້ ລັດຖະມົນຕີ ກະຊວງປ້ອງກັນປະເທດ ມີສາຍໄຍການຈັດຕັ້ງຄື:
ວຽກງານວິຊາສະເພາະແມ່ນຂຶ້ນກັບສິດບັນຊາສັ່ງການ ໂດຍກົງຮອບດ້ານຈາກຜູ້ສັ່ງ ການຂັ້ນ 1; ວຽກງານພັກ-ວຽກງານການເມືອງ, ພະລາທິການ-ເຕັກນິກ
ແມ່ນຂຶ້ນກັບສາຍຕັ້ງ ແລະ ສິດບັນຊາສັ່ງການໂດຍກົງຮອບດ້ານຈາກ ກະຊວງປ້ອງກັນປະເທດ; ວຽກງານການເງິນເປັນຫົວໜ່ວຍງົບປະມານ ເອກະລາດ
ຂຶ້ນກັບງົບປະມານລວມຂອງ ກະຊວງປ້ອງກັນປະເທດ (ເລີ່ມແຕ່ງົບປະມານປີ 2021 ເປັນຕົ້ນໄປ).

     ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ໂອ້ລົມຕໍ່ພະນັກງານຜູ້ທີ່ເຂົ້າຮ່ວມພິທີໃນຄັ້ງນີ້ ໂດຍສະເພາະແມ່ນພະນັກງານການເງິນ
ທົ່ວຖັນແຖວກອງທັບກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຊົມເຊີຍຕໍ່ກັບການເຮັດສໍາເລັດໜ້າທີ່ວິຊາສະເພາະໃນຕະຫຼອດໄລຍະຜ່ານມາ ແລະ ຮຽກຮ້ອງ
ໃຫ້ສືບຕໍ່ເຮັດໜ້າ ທີ່ຂອງຕົນຕາມການມອບໝາຍຢ່າງມີປະສິດທິພາບຖືກຕ້ອງ ແລະ ເໝາະສົມ, ສາມາດຮັບປະກັນທາງດ້ານການເງິນໃຫ້ແກ່ກອງທັບປະ
ຊາຊົນລາວ, ຕອບສະໜອງເຂົ້າໃນວຽກງານສຳເລັດຢ່າງມີປະສິດທິຜົນສູງ.