ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການນຳພັກ-ລັດ ຂັ້ນສູງ ແລະ ມວນຊົນຮ່ວມໃສ່ບາດ
ໃນໂອກາດບຸນພະທາດຫຼວງວຽງຈັນປີ 2018


ທ່ານ ບຸນຍັງ ວໍລະຈິດ ພ້ອມດ້ວຍບັນດາການນຳຄະນະລັດຖະບານ, ການນຳນະຄອນຫຼວງວຽງຈັນ
ເຂົ້າຮ່ວມພິທີໃສ່ບາດຖວາຍສັງຂະທານແກ່ພະສົງ-ສາມະເນນໃນວັນບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີ 2018

   ການນຳພັກ-ລັດຂັ້ນສູງ ໂດຍມີ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍບັນດາການນຳຄະນະລັດຖະບານ, ການນຳນະຄອນຫຼວງວຽງ
ຈັນ, ມວນຊົນຊາວນະຄອນຫຼວງວຽງຈັນ ຕະຫຼອດຄົນເຊື້ອຊາດລາວທີ່ຢູ່ຕ່າງປະເທດ ແລະ ຊາວຕ່າງປະເທດໄດ້ພ້ອມກັນເຂົ້າຮ່ວມພິທີໃສ່ບາດຖວາຍສັງຂະທານແກ່ພະສົງ
-ສາມະເນນທີ່ມາຈາກພາຍໃນ ແລະ ຕ່າງປະເທດຈຳນວນ 5.000 ກວ່າອົງ ທີ່ມາຮ່ວມໃນວັນບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີ 2018, ໃນຕອນເຊົ້າຂອງ
ວັນທີ 22 ພະຈິກ 2018 ນີ້, ຢູ່ທີ່ເດີ່ນພະທາດຫຼວງ, ນະຄອນຫຼວງວຽງຈັນຢ່າງຄັບຄາໜາແໜ້ນ.

     ພິທີໃສ່ບາດບໍລິຈາກສັງຂະທານໃນໂອກາດບຸນພະທາດຫຼວງແມ່ນກິດຈຳກຳໜຶ່ງທີ່ສຳຄັນ, ເຊິ່ງເຄີຍປະຕິບັດຕໍ່ກັນມາແຕ່ບູຮານນະການ ແລະ ຖືວ່າເປັນປາງບຸນໃຫຍ່
ຂອງປວງຊົນລາວທັງຊາດ ເພື່ອເປັນການອຸທິດບຸນກຸສົນເຖິງດວງວິນຍານຂອງບັນພະບູລຸດທີ່ລ່ວງລັບໄປແລ້ວນັ້ນ, ນອກນັ້ນຍັງເປັນການສະແດງເຖິງຄວາມສາມັກຄີເປັນ
ປຶກແຜ່ນຂອງປວງຊົນລາວ ເຊິ່ງເປັນຊາດໜຶ່ງທີ່ມີວັດທະນະທຳປະເພນີອັນດີງາມ ແລະ ເປັນເອກະລັກຄວນແກ່ການສືບທອດ ແລະ ອະນຸລັກສົ່ງເສີມໃຫ້ຄູ່ກັບຄົນລາວ ແລະ
ຊາດລາວສືບຕໍ່ໄປ.

     ພິທີໄດ້ເລີ່ມຕົ້ນຂຶ້ນໂດຍການຈູດທູບທຽນເພື່ອບູຊາພະລັດຕະນະໄຕຂອງ ທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ຈາກນັ້ນໄດ້ໄຫ້ວພະຮັບສິນຖວາຍທານ, ຟັງທຳມະ
ເທສະໜາຮັບພອນ ແລະ ໃສ່ບາດຢາດນໍ້າຕາມລຳດັບຖືກຕ້ອງສອດຄ່ອງຕາມພິທີທາງພຸດທະສາສະໜາ.

   ໃນຕອນບ່າຍກໍຈະມີພິທີແຂ່ງຂັນຕີຄີ ແລະ ໃນຕອນຄໍ່າມື້ດຽວກັນນັ້ນກໍຈະມີພິທີແຫ່ງທຽນອ້ອມພະທາດຫຼວງ ເຊິ່ງເປັນສີສັນອັນງົດງາມສ້າງຄວາມສົນໃຈແກ່ມວນ
ຊົນທັງພາຍໃນ ແລະ ຕ່າງປະເທດ.