ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບເຮົາຈະຄົ້ນຄ້ວາອອກແບບລູກປືນໃຫຍ່ໜ້າດິນສຳລັບການອົບຮົມ-ຫັດແອບ

     ຕອນເຊົ້າວັນທີ 22 ພະຈິກ 2017 ນີ້, ຢູ່ຫ້ອງປະຊຸມຂອງກົມໃຫຍ່ການເມືອງກອງທັບ ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງ
ກັນປະເທດ ໄດ້ເປີດກອງປະຊຸມເຜີຍແຜ່ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ເລກທີ 3952/ກປທ ລົງວັນທີ 13/10/2017 ວ່າດ້ວຍການ
ແຕ່ງຕັ້ງຄະນະຊີ້ນຳ ແລະ ຄະນະອະນຸກຳມະການຮັບຜິດຊອບໂຄງການຄົ້ນຄວ້າອອກແບບລູກປືນໃຫຍ່ໜ້າດິນສຳລັບການຮຽນ-ການສອນ ແລະ ຫັດແອບ
ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມ
ໃຫຍ່ການເມືອງກອງທັບ, ປະທານສະພາວິທະຍາສາດ-ປະຫວັດສາດ ການທະຫານ ເປັນປະທານຄະນະຊີ້ນຳ ແລະ ຄະນະອະນຸກຳມະການໂຄງການຄົ້ນຄວ້າ
ອອກແບບລູກປືນໃຫຍ່ໜ້າດິນສຳລັບການຮຽນ-ການສອນ ແລະ ຫັດແອບ. ມີແຂກທີ່ຮັບເຊີນຈາກກົມກອງ ແລະ ວິທະຍາຄານ ພ້ອມດ້ວຍພາກສ່ວນທີ່
ກ່ຽວຂ້ອງເຂົ້າຮ່ວມ.


ພົນໂທ ວິໄລ ຫຼ້າຄຳຟອງ ເປັນປະທານກອງປະຊຸມເຜີຍແຜ່ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ

     ໃນວາລະດຳເນີນກອງປະຊຸມ, ພາຍຫຼັງໄດ້ເຜີຍແຜ່ຂໍ້ຕົກລົງດັ່ງກ່າວຂອງລັດຖະມົນຕີກະຊວງປ້ອງກັນປະເທດແລ້ວ, ກອງປະຊຸມຍັງໄດ້ຮັບຟັງການລາຍ
ງານຈຸດປະສົງຂອງໂຄງການ, ລະດັບຄາດໝາຍ ແລະ ແຜນການ ການຄົ້ນຄວ້າອອກແບບລູກປືນໃຫຍ່ໜ້າດິນສຳລັບການອົບຮົມ-ຫັດແອບໃນແຕ່ລະຂັ້ນ
ຕອນຂອງການດຳເນີນໂຄງການຄົ້ນຄວ້າດັ່ງກ່າວຈາກ ພັນໂທ ສັນຕິ ຫຼ່ຽມຜີ ຮອງຫົວໜ້າພະແນກວິທະຍາສາດການທະຫານ ກົມວິທະຍາສາດ-ປະຫວັດ
ສາດ ການທະຫານ ກະຊວງປ້ອງກັນປະເທດ ຈາກນັ້ນກອງປະຊຸມຍັງໄດ້ປະກອບຄຳຄິດຄຳເຫັນຂອງກົມກອງເຫຼົ່າຮົບທີ່ກ່ຽວຂ້ອງຢ່າງເປັນເອກະພາບຕໍ່ກັບ
ການດຳເນີນໂຄງການດັ່ງກ່າວ.

     ຕອນທ້າຍກອງປະຊຸມ, ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ໃນນາມປະທານຄະນະຊີ້ນຳໂຄງການໄດ້ຊີ້ນຳໃຫ້ແຕ່ລະສະຫາຍໃນຄະນະຊີ້ນຳ ແລະ ຄະນະອະ
ນຸກຳມະການທຸກຄົນຕ້ອງຍົກສູງສະຕິເປັນເຈົ້າການ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານທີ່ໄດ້ຮັບການມອບ
ໝາຍ, ເພື່ອເຮັດໃຫ້ໂຄງການ ກໍຄືວຽກງານດັ່ງກ່າວໄດ້ດຳເນີນໄປຕາມຈຸດປະສົງຄາດໝາຍ ແລະ ໃຫ້ມີປະສິດທິຜົນ, ໂດຍເລັ່ງໃສ່ຕອບສະໜອງໃຫ້ແກ່
ຄວາມຮຽກຮ້ອງຕ້ອງການໃນການຮຽນ-ການສອນ ແລະ ຫັດແອບຂອງກຳລັງປະກອບອາວຸດເຮົາເຂົ້າສູ່ຄຸນນະພາບໃໝ່. ເພື່ອສ້າງກອງທັບໃຫ້ເຕີບໃຫຍ່
ເຂັ້ມແຂງໜັກແໜ້ນ ແລະ ທັນສະໄໝເທື່ອລະກ້າວ.