ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຕ່ງຕັ້ງຫົວໜ້າກົມຊ່າງແສງກົມໃຫຍ່ເສນາທິການກອງທັບຜູ້ໃໝ່

     ໃນວັນທີ 22 ພະຈິກ 2016 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດຕັ້ງພິທີປະກາດແຕ່ງຕັ້ງຫົວໜ້າກົມຊ່າງແສງກົມໃຫຍ່ເສນາທິການກອງທັບ
ຜູ້ໃໝ່ຂຶ້ນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຕີ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະ
ເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ເຊິ່ງມີບັນດາສະຫາຍຫົວໜ້າກົມ, ຮອງກົມ, ຫ້ອງການ ແລະຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ
ຂອງເຫຼົ່າຮົບຊ່າງແສງເຂົ້າຮ່ວມ.


ພົນຕີ ສຸວອນ ເລືອງບຸນມີ ເປັນປະທານປະກາດແຕ່ງຕັ້ງຫົວໜ້າກົມຊ່າງແສງກົມໃຫຍ່ເສນາທິການກອງທັບຜູ້ໃໝ່

     ໃນພິທີ ພັນໂທ ຄຳພັນ ເຊໃຫຍ່ທຸມມະແສງ ຮອງຫົວໜ້າຫ້ອງການເມືອງກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ
ຫົວໜ້າກົມຊ່າງແສງທີ່ຂຶ້ນກັບກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ໄດ້ຕົກລົງແຕ່ງຕັ້ງ ພັນເອກ ວຽງໄຊ ໄຊສະໝອນ ເປັນຫົວໜ້າກົມ
ຊ່າງແສງກົມໃຫຍ່ເສນາທິການກອງທັບ, ການປະກາດການແຕ່ງຕັ້ງໃນຄັ້ງນີ້ຖືເປັນການປະຕິບັດຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດ
ຕັ້ງນຳພາ-ບັນຊາໃນກຳລັງປະກອບອາວຸດ ກໍຄືໃນກົມກອງເຫຼົ່າຮົບຊ່າງແສງໃຫ້ນັບມື້ເຂັ້ມແຂງໜັກແໜ້ນໃນຮອບດ້ານ ເພື່ອນຳພາກົມກອງເຮັດສຳເລັດ
ໜ້າທີ່ປົກປັກຮັກສາ ແລະພັດທະນາປະເທດຊາດໃນໄລຍະໃໝ່ກ້າວຂຶ້ນສູ່ແບບແຜນທັນສະໄໝ.

     ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນຄັ້ງນີ້, ທ່ານ ພົນຕີ ສຸວອນ ເລືອງບຸນມີ ກໍໄດ້ມີຄຳເຫັນຊີ້ນຳ ຫຼາຍບັນຫາສຳຄັນວ່າ: ການປັບປຸງການຈັດ
ຕັ້ງໃນເທື່ອນີ້ແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ຂອງກົມກອງເວົ້າລວມ, ເວົ້າສະເພາະກໍຄືຂອງເຫຼົ່າຮົບຊ່າງແສງ, ສະນັ້ນ
ສຳລັບຜູ້ທີ່ໄດ້ຮັບການ ແຕ່ງຕັ້ງໃໝ່ຕ້ອງໄດ້ສືບຕໍ່ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ສູງ
ຂຶ້ນປະກອບສ່ວນກໍ່ສ້າງກົມກອງເຫຼົ່າຮົບວິຊາສະເພາະໃຫ້ມີຄວາມເຂັ້ມແຂງໜັກແໜ້ນຂຶ້ນຢ່າງບໍ່ຢຸດຢັ້ງ.