ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ເຂົ້າຮ່ວມຍ່າງເພື່ອສຸຂະພາບ

     ຫ້ອງການສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ເພື່ອພ້ອມກັນກັບຊາວໂລກລະນຶກວັນສາກົນຕ້ານການໃຊ້
ຄວາມຮຸນແຮງຕໍ່ແມ່ຍິງ ຄົບຮອບ 56 ປີ ໃນຕອນເຊົ້າຂອງວັນທີ 18 ພະຈິກນີ້, ທີ່ເດີ່ນໜ້າສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການເຂົ້າຮ່ວມ
ເປັນປະທານຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ມີບັນດາສະຫາຍ
ຄະນະນຳກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ອົງການ, ກົມກອງຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ຫ້ອງ
ການສະຫະພັນແມ່ຍິງກອງທັບ ແລະເອື້ອຍນ້ອງແມ່ ຍິງຈາກບັນດາກົມກອງອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.


                     

     ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ກ່າວວ່າ: ການຈັດກິດຈະ
ກຳຍ່າງເພື່ອສຸຂະພາບ ເພື່ອພ້ອມກັນກັບຊາວໂລກລະນຶກວັນສາກົນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນປີ 2016 ນີ້, ແມ່ນເປັນການສະທ້ອນໃຫ້ເຫັນ
ເຖິງນະໂຍບາຍ ຂອງພັກ ແລະລັດຖະບານຕໍ່ກັບບັນຫາການລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ເຊິ່ງມັນເກີດຂຶ້ນໄດ້ທຸກເວລາ, ທຸກສະຖານທີ່ໂດຍບໍ່
ຈຳແນກຊັ້ນວັນນະ, ເຊື້ອຊາດ, ສາສະໜາ, ວັດທະນະທຳ, ຖານະໃນສັງຄົມ, ລະດັບການສຶກສາທີ່ແຜ່ລາມໄປໃນຂອບເຂດທົ່ວໂລກ ເຊິ່ງໃນຍຸກແຫ່ງການ
ເຂົ້າເຖິງ ແລະ ຊົມໃຊ້ເຕັກໂນໂລຊີ-ຂໍ້ມູນຂ່າວສານຢ່າງກວ້າງຂວາງນີ້ແມ່ນໄດ້ເກີດຄວາມຮຸນແຮງຕໍ່ແມ່ຍິງຜ່ານທາງອິນເຕີເນັດ ແລະໂທລະສັບມືຖືຮູບ
ການຄ້າມະນຸດສາກົນ ແລະຄວາມຮຸນແຮງທີ່ຕິດພັນກັບການເຄື່ອນຍ້າຍແຮງງານທີ່ຜິດກົດໝາຍ ແລະອື່ນໆຢ່າງກວ້າງຂວາງ.