ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜ່ວຍຊາວໜຸ່ມພາສາຕ່າງປະເທດ ວປກ ເປີດກອງປະຊຸມໃຫຍ່ຄັ້ງທີ II

     ໃນວັນທີ 4 ພະຈິກ 2016 ນີ້, ຄະນະບໍລິຫານງານຊາວໜຸ່ມພາສາຕ່າງປະເທດ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ເປີດກອງປະຊຸມ
ໃຫຍ່ຄັ້ງທີ II ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ພັນໂທ ທອງດີ ສີປະເສີດ ຮອງຫົວໜ້າຄະນະຮັບຜິດຊອບນັກສຶກສາພາສາຕ່າງປະເທດ
ວປກ, ມີຄະນະພະແນກຊາວຫນຸ່ມ ວປກ, ຕາງໜ້າຄະນະບໍລິຫານງານ, ຄະນະໜ່ວຍຊາວຫນຸ່ມຈາກ 11 ຫົວໜ່ວຍ, ຕະຫຼອດຮອດ ບັນດາສະມາຊິກ
ຊາວໜຸ່ມທົ່ວພາສາຕ່າງປະເທດເຂົ້າຮ່ວມ.


                    

     ຮ້ອຍເອກ ບົວໄລ ເລຂາຄະນະບໍລິຫານງານຊາວໜຸ່ມພາສາຕ່າງປະເທດ ກໍໄດ້ຂຶ້ນຜ່ານບົດລາຍງານການເມືອງຕະຫຼອດໄລຍະ 3 ປີທີ່ຜ່ານມາ ເຊິ່ງ
ສະຫາຍໄດ້ຍົກໃຫ້ເຫັນເຖິງຜົນງານໝາກຜົນທີ່ສາມາດຍາດໄດ້ ໂດຍສະເພາະທາງດ້ານການເມືອງແນວຄິດໃຫ້ແກ່ສະມາຊິກແມ່ນໄດ້ເຮັດດ້ວຍຫຼາຍວິ
ທີການ. ເອົາໃຈໃສ່ປະຕິ ບັດບັນດາຂໍ້ກຳນົດກົດລະບຽບຕ່າງໆຂອງ ວປກ ກໍຄືກະຊວງປ້ອງກັນປະເທດວາງອອກຢ່າງເຂັ້ມງວດ, ເຂົ້າຮ່ວມທຸກໆຂະບວນ
ການທີ່ທາງ ວປກ ຈັດຂຶ້ນ ບໍ່ວ່າຈະເປັນການອະນາໄມສວນອຸທິຍານ, ອະນາໄມທົ່ວຄ້າຍຄູ, ເຂົ້າຮ່ວມຂະບວນການແຮກສ່ຽວກັບ 3 ວິທະຍາຄານ, ເຂົ້າ
ຮ່ວມສ້າງຜົນງານສະເຫຼີມສະຫຼອງວັນຊາດທີ 2 ທັນວາ, ເຂົ້າຮ່ວມຮັບຟັງການເຜີຍແຜ່ບັນດາເອກະສານຕ່າງໆ, ໄປຢ້ຽມຢາມຄົນເຈັບ-ເກີດລູກ, ພິມເອກະ
ສານ ຮັບໃຊ້ຫ້ອງການ ແລະເຂົ້າຮ່ວມທັດສະນະທ່ຽວຊົມໃນຫຼາຍໆໂອກາດມີຈຳນວນທັງຫມົດ 165 ຄັ້ງ ເທົ່າກັບ 1.592 ເທື່ອຄົນ. ນອກຈາກນີ້ຍັງໄດ້
ປຸກລະດົມໃຫ້ສະມາຊິກພາຍໃນໜ່ວຍປະກອບສ່ວນແຮງງານ ແລະຊ່ວຍເຫຼືອວັດຖຸປັດໄຈຕ່າງໆເຊັ່ນ: ສ້ອມແປງເຮືອນຊານພະນັກງານທີ່ຖືກອຸທົກກະໄພ
ທາງທຳມະຊາດ ແລະບາດເຈັບຈາກການປະຕິບັດໜ້າທີ່ວຽກງານ ເປັນເງິນ 1.330.000 ກີບ, ຊື້ຕົ້ນໄມ້ປະດັບ ຈຳນວນ 20 ຕົ້ນ, ຊື້ວາລະສານຂອງ ວິ
ທະຍາຄານ ແລະວາລະສານໄວຫນຸ່ມ ຈຳນວນ 58 ຫົວ, ເຂົ້າຮ່ວມບໍລິຈາກເລືອດ ຈຳນວນ 3 ຄັ້ງ 53 ສະຫາຍ. ທາງດ້ານວຽກງານເພີ່ມພູນຜະລິດຜົນ
ແມ່ນໄດ້ຊຸກຍູ້ສະມາຊິກຊາວຫນຸ່ມເພີ່ມພູນຜະລິດຜົນປູກພືດລົ້ມລຸກຕາມລະດູການ ແລະຕາມເງື່ອນໄຂຂອງແຕ່ລະສະຫາຍ ເຊິ່ງສາມາດຕອບສະໜອງ
ຜັກໃຫ້ແກ່ເຮືອນຄົວລວມໄດ້ທັງຫມົດ 20.580 ກິໂລ ເປັນເງິນ 41.160.000 ກີບ. ຈາກຜົນງານທີ່ດັ່ງກ່າວມາຂ້າງ ເທິງນັ້ນຈຶ່ງເຮັດໃຫ້ຫຼາຍສະຫາຍ
ໄດ້ຮັບການຍ້ອງຍໍດັ່ງນີ້: ໄດ້ຮັບຫຼຽນໄຊພິລະອາດຫານຊັ້ນ II ຈຳນວນ 25 ສະຫາຍ, ຫຼຽນໄຊພິລະອາດຫານຊັ້ນ III ຈຳນວນ 39 ສະຫາຍ, ໃບຍ້ອງຍໍ ກະຊວງປ້ອງກັນປະເທດ 14 ສະຫາຍ, ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ 9 ສະຫາຍ, ໄດ້ຮັບໃບຍ້ອງຍໍເປັນຊາວຫນຸ່ມນຳໜ້າ 4 ບຸກ 143 ສະຫາຍ
ແລະຊາວຫນຸ່ມແຂງ 74 ສະຫາຍ.

     ກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານຊາວຫນຸ່ມຊຸດໃໝ່ໄດ້ຕາມລະດັບຄາດໝາຍ.