ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຕ່ງຕັ້ງຮອງຫົວໜ້າກອງບັນນາທິການໜັງສືພິມກອງທັບ

     ພິທີປະກາດການຈັດຕັ້ງຮອງຫົວໜ້າກອງບັນນາທິການໜັງສືພິມກອງທັບ ເພີ່ມອີກ 1 ສະຫາຍ ໄດ້ຈັດຂຶ້ນໃນວັນທີ 17 ພະຈິກ 2016 ນີ້, ໂດຍ
ການເຂົ້າຮ່ວມຂອງ ທ່ານ ພົນຈັດຕະວາ ສອນທອງ ພົມລາວົງ ຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຫົວໜ້າຫ້ອງການເມືອງ,
ຮອງກົມ, ຄະນະພັກ-ຄະນະບັນນາທິການ ແລະພະນັກງານຫຼັກແຫຼ່ງພາຍໃນກອງບັນນາທິການໜັງສືພິມກອງທັບເຂົ້າຮ່ວມ.


ພົນຈັດຕະວາ ສອນທອງ ພົມລາວົງ ເປັນປະທານປະກາດແຕ່ງຕັ້ງຮອງຫົວໜ້າກອງບັນນາທິການໜັງສືພິມກອງທັບ

     ອີງຕາມຂໍ້ຕົກລົງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າບັນນາທິການໜັງສືພິມກອງທັບ, ກະຊວງປ້ອງກັນປະເທດໄດ້ຕົກລົງແຕ່ງ
ຕັ້ງ ພັນໂທ ສົມສັກ ວົງສະຫງ່າ ເປັນຮອງຫົວໜ້າກອງບັນນາ ທິການໜັງສືພິມກອງທັບ, ການປະກາດແຕ່ງຕັ້ງໃນຄັ້ງນີ້ຖືເປັນການປະຕິບັດຕາມທິດທາງ
ກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາໃນກຳລັງປະກອບອາວຸດ ກໍຄືໃນກອງບັນນາທິການໜັງສືພິມກອງທັບ ໃຫ້ນັບມື້ເຂັ້ມແຂງ
ໜັກແໜ້ນໃນຮອບດ້ານ ເພື່ອນຳພາກົມກອງເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະພັດທະນາປະເທດໃນໄລຍະໃໝ່.

     ພົນຈັດຕະວາ ສອນທອງ ພົມລາວົງ ກໍໄດ້ມີຄຳເຫັນຊີ້ນຳຫຼາຍບັນຫາສຳຄັນ ຊີ້ໃຫ້ເຫັນວ່າ: ການປັບປຸງບູລະນະການຈັດຕັ້ງເທື່ອນີ້ ແມ່ນຄວາມຮຽກ
ຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ຂອງກົມກອງ, ສະນັ້ນສຳລັບຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຕ້ອງສືບຕໍ່ຍົກສູງຄວາມຮັບຜິດຊອບການ
ເມືອງຂອງຕົນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ສູງຂຶ້ນຕື່ມອີກກ້າວໜຶ່ງ, ຕ້ອງເປັນແບບຢ່າງທີ່ດີໃນການເຄື່ອນໄຫວເຮັດໜ້າທີ່ວຽກງານ ແລະ
ການດຳລົງຊີວິດທີ່ປອດໃສຂາວສະອາດ, ພ້ອມກັນເສີມຂະຫຍາຍຄວາມສາມັກຄີພາຍໃນໝູ່ຄະນະໃຫ້ເລິກເຊິ່ງ, ມີແບບແຜນວິທີເຮັດວຽກນຳພາທີ່ດີ
ແລະພ້ອມກັນສືບຕໍ່ນຳພາກົມກອງເຮັດສຳເລັດໜ້າທີ່ດ້ວຍໝາກຜົນອັນຈົບງາມ.