ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຕີ ສຸວອນ ເລືອງບຸນມີ ລົງປະກາດການຈັດຕັ້ງຢູ່ກອງ “ ກ 4 ”

     ໃນວັນທີ 15 ພະຈິກ 2016 ນີ້, ກອງ “ກ 4” ໄດ້ຈັດພິທີປະກາດແຕ່ງຕັ້ງຫົວໜ້າການເມືອງກອງ “ກ 4” ຜູ້ໃໝ່ ແລະຊັບຊ້ອນໜ້າທີ່ນາຍທະຫານຂັ້ນ
ນຳພາ-ບັນຊາຈຳນວນໜຶ່ງຂຶ້ນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພົນຕີ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນ
ປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ມີຜູ້ຕາງໜ້າມາຈາກອົງການກະຊວງປ້ອງກັນປະເທດ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ
ສະຫວັນນະເຂດ, ແຂວງຄຳມ່ວນ, ອຳນາດການປົກຄອງເມືອງອຸທຸມພອນ, ກອງ “ຂ 644”, ໂຮງໝໍ 109, ໂຮງງານປະສານເຫຼົ່າພາກກາງ, ສາງນ້ຳມັນ
ເລກ 9, ສາງ “ອ 4” ແລະພ້ອມດ້ວຍຄະນະພັກ-ຄະນະບັນຊາອົງການ 5 ຫ້ອງອ້ອມຂ້າງກອງ “ກ 4” ເຂົ້າຮ່ວມ.


ທ່ານພົນຕີ ສຸວອນ ເລືອງບຸນມີ ເປັນປະທານພິທີປະກາດການຈັດຕັ້ງຢູ່ກອງ “ ກ 4 ”

     ພັນເອກ ບຸນປັນ ຂຸນພູມີ ຮອງຫົວໜ້າກົມພະນັກງານ ໄດ້ຂຶ້ນອ່ານດຳລັດວ່າດ້ວຍການແຕ່ງຕັ້ງຫົວໜ້າການເມືອງ “ກ 4” ໂດຍອີງໃສ່ຄວາມຮຽກ
ຮ້ອງຕ້ອງການຂອງໜ້າທີ່ຕົວຈິງຂອງກະຊວງປ້ອງກັນປະເທດ ອີງໃສ່ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບເລກທີ 7 ລົງວັນທີ 22
ຕຸລາ 2004 ອີງຕາມໜັງສືສະເໜີຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 360 ລົງວັນທີ 25 ຕຸລາ 2016 ນາຍົກລັດຖະມົນຕີອອກດຳລັດແຕ່ງຕັ້ງ
ພັນເອກ ຄຳໄຂ ວິໄລເຄືອ ເປັນຫົວໜ້າການເມືອງກອງ “ກ 4” (ປ່ຽນແທນສະຫາຍ ພັນເອກ ວັນນະວົງ ສຸກແສງອາລຸນ ເສຍຊີວິດ) ແລະຂໍ້ຕົກລົງວ່າ
ດ້ວຍການແຕ່ງຕັ້ງຄະນະກອງ “ກ 4” ແລະຄະນະຫ້ອງທີ່ຂຶ້ນກັບ, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວໝວດທີ 4 ມາດຕາ 21 ວ່າດ້ວຍ
ການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ
ໜັກແໜ້ນໃນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ການປົກປັກຮັກສາ ແລະພັດທະນາປະເທດຊາດ, ອີງຕາມມາດຖານຂອງນາຍທະຫານທີ່ໄດ້ກຳນົດໄວ້ໃນ
ໝວດທີ 2 ມາດ ຕາ 10 ຂອງກົດໝາຍນາຍທະຫານກອງທັບປະຊາຊົນລາວ ກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງຄະນະກອງ “ກ 4” ແລະຄະນະຫ້ອງ
ຂຶ້ນກັບ ລະອຽດຄື: 1) ແຕ່ງຕັ້ງ ພັນໂທ ສົມຈິດ ກິດຕະຍະລາດ ເປັນຮອງການເມືອງ ທັງເປັນຫົວໜ້າຫ້ອງການເມືອງ, 2) ພັນໂທ ທອງເດືອນ ໄຊຍະລາດ
ເປັນຮອງກອງ “ກ 4” ຮັບ ຜິດຊອບວຽກງານເຕັກນິກ ທັງເປັນຫົວໜ້າຫ້ອງເຕັກນິກ ແລະພັນໂທ ທອງສາ ອິນວໍລະພົນ ເປັນຮອງຫ້ອງ ການເມືອງ ພ້ອມ
ດຽວກັນນັ້ນ ພັນເອກ ສົມບັດ ບຸນກົງຄຳ ຮອງຫົວໜ້າກົມຈັດຕັ້ງພັກ ກໍໄດ້ຂຶ້ນອ່ານມະຕິຕົກ ລົງຂອງຄະນະພັກກະຊວງປ້ອງກັນປະເທດວ່າດ້ວຍການບົ່ງ
ຕົວ, ແຕ່ງຕັ້ງປ່ຽນແທນເລຂາຄະນະພັກກອງ “ກ 4” ໂດຍແຕ່ງຕັ້ງບົ່ງຕົວ ພັນເອກ ຄຳໄຂ ວິໄລເຄືອ ເປັນເລຂາຄະນະພັກກອງ “ກ 4”.

     ທ່ານ ພົນຕີ ສຸວອນ ເລືອງບຸນມີ ກໍໄດ້ໂອ້ລົມ ແລະຊີ້ທິດເຍືອງທາງໃຫ້ຕໍ່ບັນດາສະຫາຍທີ່ຖືກແຕ່ງຕັ້ງ ແລະຍົກຍ້າຍໄປຮັບໜ້າທີ່ໃໝ່ ເຊິ່ງໄດ້ເນັ້ນ
ໜັກໃຫ້ເອົາໃຈໃສ່ຍົກສູງຄວາມສາມັກຄີເປັນປຶກແຜ່ນ, ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະບຸກຄົນຮັບຜິດຊອບ ເພີ່ມ
ທະວີຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ເປັນເຈົ້າການຊີ້ນຳ-ນຳພາສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບໃນກົມ
ກອງມີແນວຄິດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກຢ່າງເລິກເຊິ່ງ, ຮູ້ຈຳແນກມິດສັດຕູ, ຕັ້ງໜ້າເຄື່ອນໄຫວປະຕິບັດໜ້າທີ່ວຽກງານທີ່
ໄດ້ຮັບມອບໝາຍ ເພື່ອນຳພາກົມກອງກ້າວຂຶ້ນສູ່ຜົນສຳເລັດອັນໃໝ່ ແລະເຕີບໃຫຍ່ຂະຫຍາຍຕົວ, ມີຄວາມໜັກແໜ້ນເຂັ້ມແຂງຮອບດ້ານເທື່ອລະກ້າວ.