ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມເສນາຮັກ ລົງເຄື່ອນໄຫວເຮັດວຽກຢູ່ກອງ “ ຄ 224 ” ໃນກອງ “ ກ 2 ”

     ໃນວັນທີ 17 ພະຈິກ 2016 ນີ້, ພັນເອກ ບົວສິງ ອິນທະວົງ ຫົວໜ້າກົມເສນາຮັກກົມໃຫຍ່ພະລາທິ ການກອງທັບ ພ້ອມຄະນະໄດ້ລົງເຄື່ອນ
ໄຫວ ແລະເຮັດວຽກຢູ່ກອງ “ຄ 224” ໂຮງໝໍກອງ “ກ 2” ໂດຍການເປັນກຽດຕ້ອນຮັບຂອງ ພັນໂທ ດຣ ພູວິໄລ ພູນສະຫວັດ ຫົວໜ້າການທະຫານກອງ
“ຄ 224” ພ້ອມຄະນະ ແລະພະນັກງານແພດໝໍກອງດັ່ງກ່າວເຂົ້າຮ່ວມ.


ພັນເອກ ບົວສິງ ອິນທະວົງ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວແລະເຮັດວຽກຢູ່ກອງ “ຄ 224” ໂຮງໝໍກອງ “ກ 2”

     ພັນໂທ ດຣ ພູວິໄລ ພູນສະຫວັດ ຫົວໜ້າການທະຫານກອງ “ຄ 224” ໄດ້ຂຶ້ນລາຍງານການເຄື່ອນ ໄຫວວຽກງານຮອບດ້ານໂດຍຫຍໍ້ໃນໄລຍະທີ່
ຜ່ານມາໂດຍປິ່ນອ້ອມວຽກງານວິຊາສະເພາະຂອງກົມກອງວ່າກອງ “ຄ 224” ເປັນກົມກອງເລົາຮົບວິຊາສະເພາະເສນາຮັກ ໃນປັດຈຸບັນປະກອບມີຂັ້ນປະ
ລິນຍາໂທ 1 ສະຫາຍ, ປະລິນຍາຕີ 4 ສະຫາຍ, ຊັ້ນສູງ 7 ສະຫາຍ, ຊັ້ນກາງ 15 ສະຫາຍ, ຊັ້ນຕົ້ນ 29 ສະຫາຍ ແລະບໍລິຫານ 27 ສະຫາຍ, ມີໜ້າ
ທີ່ການເມືອງໃນການຮັບປະກັນສຸຂະພາບໃຫ້ນາຍ ແລະພົນທະຫານໃນທົ່ວກອງ “ກ 2” ພ້ອມນັ້ນ ຍັງເປີດກ້ວາງຮັບປິ່ນປົວສຸຂະພາບຂອງພໍ່ແມ່ປະຊາ
ຊົນໃນເຂດໃກ້ຄຽງກໍຄືໃນຂອບເຂດກົມກອງຕັ້ງທັບ ຈາກໜ້າທີ່ການເມືອງອັນມີກຽດສະຫງ່າທີ່ພັກ-ລັດການຈັດຕັ້ງມອບໝາຍໃຫ້ນັ້ນ ຄະນະພັກ-ຄະ
ນະບັນຊາກົມກອງໄດ້ຖືເອົາວຽກງານສຶກສາອົບຮົມການເມືອງນໍາພາແນວຄິດເປັນກົກ ແນໃສ່ໃຫ້ພະນັກງານແພດໝໍແຕ່ລະສະຫາຍມີຄວາມໜັກແໜ້ນ
ທາງດ້ານການເມືອງແນວຄິດ ເຊື້ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດຮັກສາໄດ້ຈັນຍາບັນແພດປະຕິວັດ ພ້ອມນັ້ນກໍໄດ້ເອົາໃຈໃສ່
ຊີ້ນໍາການເຮັດວຽກງານວິຊາສະເພາະຂອງກົມກອງດ້ວຍຄວາມຮັບຜິດຊອບສູງ ເປັນຕົ້ນການໃຫ້ການບໍລິການຄົນເຈັບທີ່ເຂົ້າມາໃຊ້ບໍລິການການປາກເວົ້າ
ສຸພາບອ່ອນຫວານ, ການວາງຢາໃຫ້ຖືກຕ້ອງ, ເຕັກນິກການປິ່ນປົວກໍໄດ້ຮັບການຍົກລະດັບຂຶ້ນເທື່ອລະກ້າວມາເຖິງປັດຈຸບັນກົມກອງສາມາດຜ່າຕັດໄດ້
ຂະໜາດກາງ, ຂະໜາດໃຫຍ່ຈຳນວນໜຶ່ງເຊັ່ນ: ຜ່າຕັດຕ່ອມໄທລອຍ, ຜ່າຕັດໃສ່ເຫຼັກດູກແຂນຫັກ, ຜ່າຕັດເອົາລູກອອກ, ຜ່າຕັດອະໄວຍະວະເພດ, ຜ່າ
ຕັດໃສ່ຊອດ, ຜ່າຕັດໜີ້ວໄຂ່ຫຼັງຜ່າຕັດລິດສະດວງ ແລະຜ່າຕັດອື່ນໆອີກ ເຊິ່ງມັນໄດ້ສະແດງອອກໃນສົກປີ 2016 ນີ້ ມີຄົນເຈັບເຂົ້າກວດຢູ່ເຂດນອກ
ທັງໝົດ 7.838 ເທື່ອຄົນ, ເຂົ້ານອນໂຮງໝໍ 2.838 ເທື່ອຄົນ, ປິ່ນປົວດີ 2.538 ເທື່ອຄົນ, ສົ່ງຕໍ່ ໂຮງໝໍອື່ນ 70 ເທື່ອຄົນ, ຜ່າຕັດກາງ ແລະຜ່າຕັດ
ໃຫຍ່ໄດ້ທັງໝົດ 313 ກໍລະນີ.

     ໃນໂອກາດດຽວກັນນີ້ ພັນເອກ ບົວສິງ ອິນທະວົງ ກໍໄດ້ໂອ້ລົມແນະນໍາບາງວຽກ ແລະ ໃຫ້ທິດຊີ້ນໍາພ້ອມທັງເນັ້ນໜັກຫຼາຍບັນຫາໃຫ້ຄະນະພັກ-ຄະ
ນະບັນຊາ, ພະນັກງານແພດໝໍເປັນເຈົ້າການໃນການເຄື່ອນໄຫວຈັດຕັ້ງປະຕິບັດໃຫ້ແທດເໝາະກັບໜ້າທີ່ການເມືອງ ກໍ່ຄືໜ້າທີ່ວຽກງານວິຊາສະເພາະຂອງ
ກົມກອງໃຫ້ນັບມື້ນັບເຕີບໃຫຍ່ທາງດ້ານປະລິມານ ແລະຄຸນະພາບ ຈາກນັ້ນກໍ່ໄດ້ເຄື່ອນໄຫວຢ້ຽມຢາມສະຖານທີ່ໃຫ້ການບໍລິ ການຄົນເຈັບ ແລະອຸປະ
ກອນນໍາໃຊ້ເຂົ້າການປິ່ນປົວຕື່ມອີກ.