ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ລົງກວດກາໂຄງການກໍ່ສ້າງ

     ໃນວັນທີ 18 ພະຈິກຜ່ານມານີ້, ທ່ານ ພົນຈັດຕະວາ ຄຳລຽງ ອຸທະໄກສອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ແລະທ່ານ ພົນຈັດຕະວາ
ວົງຄຳ ພົມມະກອນ ຫົວໜ້າກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍຄະນະ ໄດ້ລົງກວດກາໂຄງການກໍ່ສ້າງຢູ່ເຂດຜາລຳແທນ-ທົ່ງຜາເຈຍ, ໂດຍມີ ພັນ
ໂທ ກົມພັນ ຈັນທະວົງ ຫົວໜ້າພະແນກສະໜາມຮົບ ກົມສູ້ຮົບກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ
ໃຫ້ການຕ້ອນຮັບ.

 
ພົນຈັດຕະວາ ຄຳລຽງ ອຸທະໄກສອນ ໄດ້ລົງກວດກາໂຄງການກໍ່ສ້າງຢູ່ເຂດຜາລຳແທນ-ທົ່ງຜາເຈຍ

     ການລົງກວດກາໃນຄັ້ງນີ້ ທ່ານຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ແລະຄະນະໄດ້ລົງກວດກາພື້ນທີ່ຕົວຈິງຢູ່ເຂດຜາລຳແທນ, ເຂດທົ່ງຜາເຈຍ.
ໂດຍໄດ້ເນັ້ນໃຫ້ຄະນະຮັບຜິດຊອບຢູ່ເຂດນັ້ນຈົ່ງເປັນເຈົ້າການປົກປັກຮັກສາ ແລະເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ປະຊາຊົນບັນດາ
ເຜົ່າເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ ເຂົ້າຮ່ວມເຮັດໜ້າທີ່ປ້ອງກັນຊາດປ້ອງກັນຄວາມສະຫງົບເຂດດັ່ງກ່າວໃຫ້ມີຄວາມສະຫງົບ ແລະເປັນລະ
ບຽບຮຽບຮ້ອຍຕາມທິດຊີ້ນຳຂອງກະຊວງປ້ອງກັນປະເທດ.

     ໂອກາດລົງຢ້ຽມຢາມໃນຄັ້ງນີ້ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ມອບເຄື່ອງອຸປະໂພກ ແລະເຄື່ອງນຸ່ງຫົ່ມທີ່ນຳໃຊ້ປະຈຳວັນຈຳນວນໜຶ່ງ
ລວມມູນຄ່າ 10 ລ້ານກວ່າກີບ ຕາງໜ້າກ່າວຮັບຂອງ ພັນໂທ ແສງເດືອນ ພົມມະຈັນ ພ້ອມທັງສະແດງຄວາມຮູ້ບຸນຄຸນມາຍັງທ່ານຮອງຫົວໜ້າກົມໃຫຍ່
ເສນາທິການກອງທັບ ທີ່ໃຫ້ຄວາມຊ່ວຍເຫຼືອພ້ອມທັງເປັນຫ່ວງເປັນໃຍຕໍ່ພະນັກງານ-ນັກຮົບ ແລະຈະສືບຕໍ່ນຳພາພະນັກງານ-ນັກຮົບເຮັດສຳເລັດໜ້າທີ່
ການເມືອງຂອງຕົນທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດສູງ.