ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໂອ້ລົມ
ກອງປະຊຸມທາບທາມບຸກຄະລາກອນຄະນະພັກກະຊວງ ຮສສ


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ

     ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມປະກອບຄຳຄິດເຫັນຕໍ່ຮ່າງລາຍງານການເມືອງກອງປະຊຸມໃຫຍ່, ແຜນພັດທະ
ນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ 5 ປີ ຄັ້ງທີ V ແລະ ຮ່າງບົດສຳຫຼວດການນຳພາລວມຂອງຄະນະພັກກະຊວງ ແລະ ທາບທາມບຸກຄະລາ
ກອນ ຄະນະບໍລິຫານງານພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະໄໝທີ VI ຮອບ III ຂຶ້ນໃນວັນທີ 21 ຕຸລານີ້, ພາຍໃຕ້ການເປັນປະທານ
ຂອງ ສະຫາຍ ຄຳແພງ ໄຊສົມແພງ ກຳມະການສູນກາງພັກເລຂາຄະນະພັກລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍໃຫ້ກຽດເຂົ້າ
ຮ່ວມໂອ້ລົມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງ ປ້ອງກັນປະເທດ, ມີບັນດາສະ
ຫາຍ ຮອງເລຂາ, ຫົວໜ້າກົມ ພ້ອມດ້ວຍພະນັກງານການນຳເຂົ້າຮ່ວມ.

     ສະຫາຍ ຄຳແພງ ໄຊສົມແພງ ໄດ້ລາຍງານໂດຍຫຍໍ້, ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອປະກອບຄຳເຫັນຕໍ່ຮ່າງບົດລາຍງານການເມືອງ, ຮ່າງແຜນ
ພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ 5 ປີ ຄັ້ງທີ V ແລະ ຮ່າງບົດສຳຫຼວດການນຳພາລວມຂອງຄະນະພັກກະຊວງ ແລະ ທາບທາມ
ບຸກຄະລາກອນຄະນະບໍລິຫານງານພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມສະໄໝທີ VI ຮອບ III.

     ຈາກນັ້ນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມຈົ່ງພ້ອມກັນນຳເອົາຜົນສຳເລັດດັ່ງກ່າວໄປຄົ້ນຄວ້າ
ແລະ ໝູນໃຊ້ເຂົ້າໃນການຄັດເລືອກບຸກຄົນທີ່ມີຄວາມຮູ້-ຄວາມສາມາດ, ມີມາດຖານເງື່ອນໄຂຄົບຖ້ວນ ໃນນີ້ມາດຖານເງື່ອນໄຂແມ່ນໄດ້ກໍານົດໄວ້ໃນ
ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຖານຂອງພະນັກງານນໍາພາ-ຄຸ້ມຄອງເປັນມາດຖານທີ່ຈໍາເປັນ ແລະ ຂາດບໍ່ໄດ້ຂອງພະນັກງານນໍາພາຄຸ້ມ
ຄອງ ເພາະສະນັ້ນ, ບັນດາສະຫາຍຕ້ອງໄດ້ເລືອກເຟັ້ນບຸກຄົນທີ່ມີຄວາມເໝາະສົມເພື່ອສະໝັກເຂົ້າໃນຄະນະບໍລິຫານງານພັກກະຊວງ ສະໄໝທີ VI ແຕ່ກໍ
ຕ້ອງຮັບປະກັນ 3 ຮຸ່ນຄື: ຮຸ່ນອາວຸໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມ; ໃນນີ້, ຮຸ່ນກາງ ແລະ ຮຸ່ນໜຸ່ມ ໃຫ້ກວມອັດຕາສ່ວນຫຼາຍ ແລະ ຫຼີກລ້ຽງທີ່ສຸດແນວຄິດອະ
ຄະຕິ, ກຸ່ມກ້ອນ, ພັກພວກ, ຈຸ້ມເຈື້ອ, ເຊື້ອສາຍ, ເພດ-ເຜົ່າ ແລະ ອື່ນໆ ທີ່ ຂັດຕໍ່ແນວທາງນະໂຍບາຍຂອງພັກ ແລະ ຮັກສາໄດ້ມູນເຊື້ອຄວາມສາມັກຄີອັນ
ເປັນປຶກແຜ່ນ ແລະ ບົດຮຽນຕົວຈິງທີ່ໄດ້ສະສົມຜ່ານມາ ບວກກັບຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບສູງຂອງສະມາຊິກພັກ, ພະນັກງານ-ລັດ
ຖະກອນທົ່ວຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ຈະສາມາດຜ່ານຜ່າຂໍ້ຫຍຸ້ງຍາກ ແລະ ເຮັດສໍາເລັດໜ້າທີ່ການເມືອງຕາມທີ່ຄາດຫວັງໄວ້ທຸກ
ປະການ.