ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບ​ຮອງ​ ກອງ​ບັນຊາ​ການ​ທະຫານສູງສຸດ
ກອງທັບ ແຫ່ງ ສສ ມຽນມາ ​ເຂົ້າ​ຢ້ຽມຂໍ່ານັບ


     ໃນວັນທີ 22 ຕຸລາ ນີ້, ຢູ່ທີ່ຫ້ອງຮັບແຂກ ກະຊວງປ້ອງກັນປະເທດລາວ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດ
ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພົນເອກ ອາວຸໂສ ໂຊວິນ ຮອງຜູ້ບັນຊາການທະຫານສູງສຸດ, ຜູ້ບັນຊາການທະຫານກອງທັບບົກ ແຫ່ງ ສສ ມຽນມາ ພ້ອມດ້ວຍ
ຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມມິດຕະພາບຢ່າງເປັນທາງການ ຢູ່ ສປປ ລາວ ໃນລະຫວ່າງວັນທີ 21-25 ຕຸລາ ນີ້.

     ໂອກາດດັ່ງກ່າວ ທ່ານ ລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບດ້ວຍໄມຕີຈິດມິດຕະພາບ ແລະ ຍົກໃຫ້ເຫັນເຖິງໝາກຜົນການ
ຮ່ວມມືລະຫວ່າງສອງປະເທດ ເວົ້າລວມ, ເວົ້າສະເພາະກໍແມ່ນ ກະຊວງປ້ອງກັນປະເທດ ລາວ-ສສ ມຽນມາ ໃນໄລຍະຜ່ານມາ, ພ້ອມທັງຕີລາຄາຕໍ່ການມາ ຢ້ຽມຢາມ ແລະ
ເຮັດວຽກໃນຄັ້ງນີ້ວ່າເປັນການປະກອບສ່ວນ ຮັດແໜ້ນສາຍພົວພັນລະຫວ່າງ ກອງທັບປະຊາຊົນລາວ ແລະ ກອງທັບ ແຫ່ງ ສສ ມຽນມາ ໃຫ້ນັບມື້ນັບມີບາດກ້າວ ແລະ
ໃບໜ້າອັນໃໝ່. ພ້ອມທັງກ່າວອວຍພອນໃຫ້ ຄະນະຜູ້ແທນການທະຫານຂັ້ນສູງກອງທັບ ແຫ່ງ ສສ ມຽນມາ ໃນການເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ
ໃນຄັ້ງນີ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

     ໂອກາດນີ້, ທ່ານ ພົນເອກ ອາວຸໂສ ໂຊວິນ ກໍໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ, ພ້ອມດຽວກັນນີ້ຍັງໄດ້ລາຍງານ
ການພົບປະກັບ ຄະນະກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ນຳໂດຍທ່ານ ພົນຕີ ປະສິດ ທ່ຽງທຳ ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ ໃຫ້ ທ່ານ ລັດຖະ
ມົນຕີ ໄດ້ຮັບຊາບວ່າ: ທັງສອງຝ່າຍໄດ້ແຈ້ງສະພາບການໂດຍສັງເຂບກ່ຽວກັບການພັດທະນາເສດຖະກິດ-ສັງຄົມຢູ່ ພາຍໃນປະເທດຂອງຕົນໃຫ້ກັນຊາບ ແລະ ພ້ອມກັນ
ທົບທວນຄືນເຖິງໝາກຜົນຂອງການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນໄລຍະຊຸມປີຜ່ານມາ ພ້ອມກັບວາງທິດທາງແຜນການຮ່ວມມືກັນໃນຕໍ່ໜ້າ, ເຊິ່ງເຫັນ
ວ່າ: ໝາກຜົນຂອງສາຍພົວພັນການຮ່ວມມືລະຫວ່າງສອງຊາດ, ສອງ ກອງທັບ ລາວ-ມຽນມາໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ, ຄະນະຜູ້ແທນລະດັບສູງຂອງ
ສອງປະເທດ ໄດ້ແລກປ່ຽນການ ຢ້ຽມຢາມເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ, ດ້ານວຽກງານຊາຍແດນຂອງສອງປະເທດ ແມ່ນມີຄວາມສະຫງົບໂດຍພື້ນຖານປາສະຈາກ
ບັນຫາຕ່າງໆ ທີ່ກະທົບເຖິງອະທິປະໄຕຂອງແຕ່ລະປະເທດ, ການປັກຫຼັກໝາຍຊາຍແດນຂອງສອງປະເທດ ແມ່ນໄດ້ຮັບຜົນສໍາເລັດຢ່າງຖາວອນ. ຈາກນັ້ນກໍສືບຕໍ່ການຮ່ວມ
ມືແລກປ່ຽນການຢ້ຽມຢາມລະຫວ່າງຄະນະຜູ້ແທນຂັ້ນສູງ ແລະ ທ້ອງຖິ່ນ, ສ້າງກິດຈະກຳແຂ່ງຂັນກີລາມິດຕະພາບ, ສິລະປະ-ວັນນະຄະດີ, ກໍ່ສ້າງນັກສຶກສາຂອງສອງກອງ
ທັບຢ່າງຕໍ່ເນື່ອງ.