ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສຳເລັດການເຂົ້າຮ່ວມ
ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນຄັ້ງທີ 12
ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 5


ພົນໂທ ຈັນສະໝອນ ຈັນຍາລາດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນຄັ້ງທີ 12
ແລະ ກອງປະຊຸມລັດ ຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 5 ທີ່ປະເທດ ສິງກະໂປ

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ສໍາເລັດການເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງ
ກັນປະເທດອາຊຽນ ຄັ້ງທີ 12 ແລະ ກອງປະຊຸມລັດ ຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 5 ທີ່ປະເທດ ສິງກະໂປ ໃນລະຫວ່າງວັນທີ 18-21 ຕຸລາ 2018 ນີ້.
ການເດີນທາງເຂົ້າຮ່ວມກອງປະຊຸມຄັ້ງນີ້ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຖືກຕ້ອນຮັບຢ່າງອົບອຸ່ນ ຈາກ ທ່ານ ດຣ ເອງ ອືນເຮນ ລັດຖະມົນຕີກະຊວງປ້ອງ
ກັນປະເທດສິງກະໂປ. ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 12 ໄດ້ຈັດຂຶ້ນໃນວັນທີ 19 ຕຸລາ 2018. ມີທ່ານຮອງເລຂາທິການໃຫຍ່ອາຊຽນ ພ້ອມ
ດ້ວຍບັນດາທ່ານລັດຖະມົນຕີປ້ອງກັນປະເທດຈາກບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.

     ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນຄັ້ງທີ 12 ນີ້ແມ່ນໄດ້ທົບທວນຄືນເຖິງໝາກຜົນແຫ່ງການຮ່ວມມືໃນດ້ານຕ່າງໆທີ່ນອນຢູ່ໃນຂອບການຮ່ວມມືຂອງ
ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ ເຊິ່ງໝາກຜົນຂອງການຮ່ວມມືນັ້ນໄດ້ເຮັດໃຫ້ສາຍພົວພັນທາງດ້ານການເມືອງ ແລະ ຄວາມໝັ້ນຄົງກັບປະເທດ
ຕ່າງໆໃນອາຊຽນໃນທຸກລະດັບໄດ້ຮັບການເພີ່ມທະວີກາຍເປັນຮາກຖານອັນສໍາຄັນປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນໃຫ້ແຂງແກ່ນ ກາຍເປັນເສົາຫຼັກຂອງ
ການຮ່ວມມືໃນດ້ານຄວາມໝັ້ນຄົງຂອງອາຊຽນນັບມືນັບໄດ້ຮັບການພັດທະນາດີຂຶ້ນຢ່າງຕໍ່ເນື່ອງ ເຖິງແມ່ນວ່າສະພາບແວດລ້ອມທາງດ້ານການເມືອງ ແລະ ຄວາມໝັ້ນ
ຄົງໃນໂລກ ກໍຄືພາກພື້ນອາຊຽນມີຄວາມທ້າທາຍຫຼາຍດ້ານທັງເກົ່າ ແລະ ໃໝ່, ໂດຍສະເພາະແມ່ນໄພຂົ່ມຂູ່ທາງທຳມະຊາດ ແລະ ມະນຸດສ້າງຂຶ້ນ ເປັນຕົ້ນແມ່ນການກໍ່
ການຮ້າຍ, ການຄ້າມະນຸດ, ຢາເສບຕິດ, ອາຊະຍາກໍາທາງສື່ອອນລາຍ ແລະ ບັນຫາອື່ນໆ.

     ໂອກາດດຽວກັນນີ້, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ກໍໄດ້ກ່າວຄໍາເຫັນຕໍ່ກອງປະຊຸມ ເຊິ່ງທ່ານໄດ້ກ່າວ
ວ່າ: ຕະຫຼອດໄລຍະຫຼາຍປີຜ່ານມາ, ຂ້າພະເຈົ້າຕີລາຄາສູງຕໍ່ກັບການພົວພັນຮ່ວມມືໃນຂອບກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນຂອງພວກເຮົາ ແລະ
ສາມາດດຳເນີນໄປຕາມແຜນການທີ່ກຳນົດໄວ້, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີທ່ວງທ່າທີດີ. ພວກເຮົາສາມາດຍາດໄດ້ຜົນງານຫຼາຍດ້ານ ເຊິ່ງມັນສະແດງອອກ
ໃນບັນດາບົດລາຍງານ ກໍຄືບົດຖະແຫຼງການຮ່ວມຕ່າງໆທີ່ພວກເຮົາໄດ້ຮັບຮອງເອົາ ແລະ ຈັດຕັ້ງຜັນຂະຫຍາຍເປັນກ້າວໆມາ. ເຊິ່ງເປັນການປະກອບສ່ວນອັນສຳຄັນ ແລະ
ຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ.

     ຕໍ່ກັບບັນຫາໄພພິບັດທໍາມະຊາດ ກໍເຫັນວ່າຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງ ແລະ ການພັດທະນາຂອງບັນດາປະເທດສະມາຊິກອາຊຽນພວກເຮົາ, ເພາະມັນບໍ່
ພຽງແຕ່ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ຊີວິດແລະ ຊັບສິນຂອງປະຊາຊົນ ແລະ ລັດຖະບານຂອງປະເທດໃດໜຶ່ງເທົ່ານັ້ນ, ແຕ່ມັນຍັງໄດ້ສົ່ງຜົນກະທົບຕໍ່ພາກພື້ນໂດຍ
ລວມ. ສະນັ້ນ, ພວກເຮົາຄວນສືບຕໍ່ຮ່ວມມືກັນ ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຮັບມືຕ້ານກັບບັນຫາດັ່ງກ່າວຕາມກົນໄກຮ່ວມມືທີ່ມີຢູ່ ແລະ ສອດຄ່ອງກັບເນື້ອ
ໃນຈິດໃຈຂອງຖະແຫຼງການອາຊຽນທີ່ວ່າ: 1 ອາຊຽນ, 1 ການຕອບໂຕ້ ທີ່ບັນດາຜູ້ນຳອາຊຽນໄດ້ຮັບຮອງເອົາໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 28, 29 ທີ່ນະຄອນ
ຫຼວງວຽງຈັນ, ສປປ ລາວ.

     ພ້ອມດຽວກັນນີ້, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ຍັງເປັນກຽດແຈ້ງໃຫ້ທີ່ປະຊຸມຊາບວ່າກອງ ທັບປະຊາຊົນລາວ ແລະ ກອງທັບແຫ່ງສະຫະພັນຣັດເຊຍໃນນາມ
ເປັນປະທານຮ່ວມໜ່ວຍງານດ້ານການເກັບກູ້ລະເບີດເພື່ອມະນຸດສະທຳໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ, ກໍໄດ້ພ້ອມກັນຈັດຕັ້ງປະຕິບັດບັນ
ດາກິດຈະກຳທີ່ນອນຢູ່ໃນແຜນການ 3 ປີຢ່າງເປັນເຈົ້າການ. ຄຽງຂ້າງກັນນີ້, ກອງທັບຣັດເຊຍກໍໄດ້ສົ່ງໜ່ວຍເກັບກູ້ລະເບີດເພື່ອມະນຸດສະທຳມາສົມທົບກັບກອງເກັບກູ້ລະ
ເບີດເພື່ອມະນຸດສະທຳຂອງກອງທັບປະຊາຊົນລາວ ເພື່ອພ້ອມກັນເຮັດພາລະກິດເກັບກູ້ ແລະ ທຳລາຍລະເບີດບໍ່ທັນແຕກທີ່ຕົກຄ້າງແຕ່ປາງສະໄໝສົງຄາມຢູ່ແຂວງບໍລິຄຳ
ໄຊ, ສປປ ລາວ ໃນເນື້ອທີ່ປະມານ 200 ເຮັກຕາ, ເຊິ່ງຄາດວ່າຈະໃຊ້ເວລາປະມານ 6 ເດືອນຈຶ່ງຈະສຳເລັດ.

     ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 12 ໄດ້ມີການເຊັນຖະແຫຼງການຮ່ວມພາຍໃຕ້ ຄໍາຂວັນ “ເສີມຂະຫຍາຍການຮ່ວມມື, ເສີມສ້າງຄວາມເຂັ້ມ
ແຂງ” ແລະ ຮັບຮອງເອົາ 5 ເອກະສານ ຄື: ການສ້າງຕັ້ງເຄືອຂ່າຍຂອງໜ່ວຍງານຜູ້ຊ່ຽວຊານທາງດ້ານເຄມີ, ຊີວະພາບ ແລະ ກໍາມັດຕະພາບລັງສີອາຊຽນ, ການປະຕິບັດໃນ
ເວລາເຮືອບິນທະຫານປະເຊີນໜ້າກັນທາງອາກາດ, ພາລະບົດບາດຂອງຕົວແທນຝ່າຍທະຫານປະຈໍາຢູ່ສູນປະສານງານເພື່ອການຊ່ວຍເຫຼືອມະນຸດສະທໍາ ແລະ ບັນເທົາທຸກ
ໄພພິບັດອາຊຽນ, ແນວຄວາມຄິດວ່າດ້ວຍກົນໄກເຝົ້າຕິດຕາມສະພາບຄວາມໝັ້ນຄົງ ແລະ ການເຂ້ົາຮ່ວມສັງເກດການໜ່ວຍງານຜູ້ຊ່ຽວຊານໃນຂອບກອງປະຊຸມລັດຖະ
ມົນຕີປ້ອງກັນປະເທດອາຊຽນ-ບວກຂອງປະເທດທີ່ບໍ່ແມ່ນປະເທດບວກ.

     ພາຍຫຼັງສໍາເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 12 ມາໃນວັນທີ 20 ຕຸລາ 2018, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ
ພ້ອມຄະນະກໍໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 5. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ມີທ່ານຮອງເລຂາທິການໃຫຍ່ອາ
ຊຽນ, ບັນດາລັດຖະມົນຕີກະຊວງປ້ອງກັນປະເທດຈາກ 10 ປະເທດ ສະມາຊິກອາຊຽນ ແລະ ປະເທດຄູ່ຮ່ວມເຈລະຈາອີກ 8 ປະເທດຄື: ອົສຕຣາລີ, ຈີນ, ອິນເດຍ, ຍີ່ປຸ່ນ,
ສ ເກົາຫລີ, ນິວຊີແລນ, ຣັດເຊຍ ແລະ ອາເມຣິກາ.

     ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 5 ໄດ້ສະຫຼຸບຕີລາຄາຄືນເຖິງຜົນງານການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດບັນດາແຜນງານການ
ຮ່ວມມືໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກເຊ່ັນ: ການຮ່ວມມືວຽກງານຂອງໜ່ວຍງານຊ່ວຍເຫຼືອມະນຸດສະທໍາ ແລະ ບັນເທົາທຸກໄພພິບັດ,
ຄວາມໝັ້ນຄົງທາງທະເລ, ແພດທະຫານອາຊຽນ, ການຮັກສາສັນຕິພາບສາກົນ, ການຕໍ່ຕ້ານກໍ່ການຮ້າຍ, ການເກັບກູ້ລະເບີດເພື່ອມະນຸດສະທໍາ ແລະ ຄວາມໝັ້ນຄົງທາງ
ລະບົບຄອມພິວເຕີ. ນອກນີ້ ກອງປະຊຸມຍັງໄດ້ແລກປ່ຽນສະພາບການເມືອງ ແລະ ຄວາມໝັ້ນຄົງພາຍໃນພາກພື້ນ ແລະ ໃນໂລກ ເຊິ່ງກອງປະຊຸມໄດ້ໃຫ້ຄວາມສໍາຄັນຕໍ່
ການພົວພັນຮ່ວມມືຂອງບັນດາປະເທດສະມາຊິກອາຊຽນ ແລະ ອາຊຽນ-ບວກ ທັງນີ້ກໍເພື່ອຮັບມືກັບສິ່ງທ້າທາຍດ້ານຕ່າງໆ, ເພື່ອສົ່ງເສີມສັນຕິພາບສະຖຽນລະພາບ ແລະ
ການພັດທະນາຢູ່ພາກພື້ນ ພ້ອມກັນນີ້ປະເທດສະມາຊິກຍັງຈະໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດເພື່ອຮັດແໜ້ນສາຍພົວພັນ, ການຮ່ວມມື ແລະ ສ້າງຄວາມເຊື່ອໝັ້ນໄວ້ເນື້ອ
ເຊື່ອໃຈເຊິ່ງກັນ ແລະ ກັນ ໂດຍຜ່ານການປະສານງານ, ການແລກປ່ຽນຂໍ້ມູນ-ຂ່າວສານ, ວິຊາສະເພາະເຕັກນິກ, ບົດຮຽນປະສົບການ, ການເຝິກອົບຮົມ ແລະ ພຶດຕິກໍາຕົວ
ຈິງຂອງປະເທດສະມາຊິກອາຊຽນ ແລະ ອາຊຽນ-ບວກ. ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 5 ໄດ້ຮັບຮອງເອົາຖະແຫຼງການຮ່ວມຄື: ຖະແຫຼງການ
ຮ່ວມວ່າດ້ວຍມາດຕາການປະຕິບັດການສ້າງຄວາມໄວ້ເນື້ອເຊື່ອໃຈທີ່ເປັນຮູບປະທຳ ແລະ ຖະແຫຼງການຮ່ວມວ່າດ້ວຍການຕໍ່ຕ້ານການກໍ່ການຮ້າຍ.

     ໃນວາລະດໍາເນີນກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຍັງໄດ້ມີພິທີມອບໂອນການເປັນປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ
ຄັ້ງທີ 13 ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 6 ປີ 2019 ໂດຍແມ່ນຣາຊະອານາຈັກໄທໄດ້ຮັບກຽດເປັນປະທານ ແລະ ເປັນເຈົ້າພາບ.