ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມເປີດກວ້າງຄະນະພັກກົມໃຫຍ່ການ​ເມືອງ ປະຈຳໄຕທີມາດ III ປີ 2019


ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ປະທານ

     ກອງປະຊຸມເປີດກວ້າງຄະນະພັກກົມໃຫຍ່ ການເມືອງ ກອງທັບ ປະຈຳໄຕມາດທີ ປະຈຳໄຕມາດ ແລະ ວາງທິດທາງແຜນການປະຈຳໄຕມາດ IV ໄດ້ຈັດຂຶ້ນໃນ ວັນທີ
20 ກັນຍາ ນີ້, ໂດຍການເປັນ ປະທານ ຂອງ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່
ການເມືອງທັບ, ມີບັນດາສະຫາຍໃນຄະນະພັກ ກມທ ແລະ ມີຄະນະພັກ-ຄະນະບັນຊາ ກົມກອງຂຶ້ນກັບ ກມທ ເຂົ້າຮ່ວມ.

     ສະຫາຍ ພັນເອກ ອິນກອງ ວຽງດາວົງ ກຳມະການຄະນະພັກ ກົມໃຫຍ່, ຫົວໜ້າ ຫ້ອງການກົມໃຫຍ່ການເມືອງ ກອງທັບ ໄດ້ຜ່ານບົດສະຫຼຸບຕີລາຄາຄືນການເຄື່ອນ
ໄຫວຊີ້ນຳ-ນຳພາຂອງຄະນະພັກກົມໃຫຍ່ການເມືອງ ກອງທັບ ຕໍ່ຂົງເຂດວຽກງານຕ່າງໆ ໃນໄລຍະຜ່ານມາຍົກໃຫ້ເຫັນດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້.
ໃນໄລຍະຜ່ານມາຄະນະພັກກົມໃຫຍ່ ໄດ້ເອົາໃຈໃສ່ຊີ້ນຳໜ່ວຍງານທີ່ກ່ຽວຂ້ອງເອົາໃຈໃສ່ວຽກງານ ກໍ່ສ້າງຮາກຖານ ການເມືອງໃຫ້ແຂງແຮງ ແລະ ມີໝາກຜົນດີຂຶ້ນ. ເອົາ
ໃຈໃສ່ຊີ້ນຳການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໂຄສະນາປະຈຳປີ ຢູ່ບັນດາກົມກອງທ້ອງຖິ່ນ, ຕິດຕາມການຈັດຕັ້ງໂຄສະນາປາຖະກະຖາມູນເຊື້ອຂອງກອງທັບ, ວັນປະ
ຫວັດສາດສຳຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ແລະ ສາກົນ, ຊຸກຍູ້ຊີ້ນຳວຽກງານວິຊາສະເພາະ ຢູ່ບັນດາກົມກອງທ້ອງຖິ່ນເປັນເຈົ້າການເຄື່ອນໄຫວ ວຽກງານ
ຕາມພາລະບົດບາດຂອງຕົນໃຫ້ສຳເລັດເປັນຢ່າງດີ, ຊີ້ນຳບັນດາອານຸກຳມະການກະກຽມເນື້ອໃນກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະ
ເທດ. ໄດ້ສຳເລັດການປະກາດ ການສ້າງຕັ້ງ ໂຮງຮຽນທິດສະດີການເມືອງ ກອງທັບ, ປະດັບທຽບຊັ້ນນັກຮຽນທີ່ຮຽນຈົບສາຍລັດພາຍໃນ ແລະ ຕ່າງປະເທດໄດ້ຈຳນວນ
795 ສະຫາຍ, ປະດັບຊັ້ນ-ນຳສົ່ງນັກຮຽນທີ່ຮຽນຈົບຈາກບັນດາວິທະຍາຄານ, ໂຮງຮຽນຂອງ ກອງທັບ ຈຳນວນ 651 ສະຫາຍ, ອານຸມັດໃຫ້ພະນັກງານໄປຮຽນ ກໍ່ສ້າງ-
ບຳລຸງ ຢູ່ພາຍໃນ ແລະ ຕ່າງປະເທດຈຳນວນ 1.612 ສະຫາຍ, ແກ້ໄຂອຸດໜູນ-ບຳນານໄດ້ 154 ສະຫາຍ, ໄດ້ຊີ້ນຳຄົ້ນຄວ້າຍ້ອງຍໍຜົນງານ, ປະຕິບັດນະໂຍບາຍໃຫ້ກົມ
ກອງລວມໝູ່ ແລະ ບຸກຄົນ, ຄຽງຄູ່ກັນນັ້ນຄະນະພັກ ຍັງໄດ້ເອົາໃຈໃສ່ແກ້ໄຂບັນດາປາກົດການຫຍໍ້ທໍ້ຈຳນວນໜຶ່ງ ນອກນີ້ຍັງໄດ້ສ້າງຂະບວນການ ດ້ານຕ່າງໆພາຍໃນ
ກົມກອງໃຫ້ມີ ບັນຍາກາດຟົດຟື້ນຕໍ່ເນື່ອງ ເຮັດໃຫ້ບັນຍາກາດທົ່ວກົມໃຫຍ່ການເມືອງ ກອງທັບ ມີຄວາມເບີກບານມ່ວນຊື່ນ, ພະນັກງານ-ສະມາຊິກພັກ-ນັກຮົບ ມີຄວາມ
ບຸກບືນຫ້າວຫັນຕໍ່ໜ້າທີ່ວິຊາສະເພາະ ກໍຄືໜ້າທີ່ການເມືອງຂອງຕົນທີ່ຂັ້ນເທິງ ມອບໝາຍໃຫ້ໄດ້ເປັນຢ່າງດີ. ກອງປະຊຸມໄດ້ຜ່ານທິດທາງແຜນການນຳພາປະຈຳໄຕມາດທີ
IV ຈາກນັ້ນ ສະຫາຍ ປະທານກອງປະຊຸມກໍມີຄຳເຫັນຊີ້ນຳຫຼາຍບັນຫາວຽກງານຈຸດສຸມທີ່ສຳຄັນ ຈຳນວນໜຶ່ງຕໍ່ຄະນະພັກ-ຄະນະບັນຊາ ກົມກອງ ແນໃສ່ເຮັດໃຫ້ການຈັດ
ຕັ້ງປະຕິບັດຄາດໝາຍສູ້ຊົນໃນຕໍ່ໜ້າບັນລຸໝາກຜົນສູງ.