ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຕ່ງຕັ້ງສະພາວິທະຍາສາດຢູ່ກອງ “ ຂ 605


     ​ຕອນເຊົ້າຂອງວັນທີ 20 ກັນຍາ 2016 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ເຊິ່ງນຳໂດຍ ທ່ານ ພັນເອກ ວິຊຽນ
ສີສະອາດ ຮອງຫົວຫນ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ພ້ອມດ້ວຍຄະນະ ໄດ້ລົງປະກາດສະພາວິທະຍາສາດການທະຫານຢູ່ກອງ “ຂ 605”
ໂດຍໃຫ້ການຕ້ອນຮັບ ແລະເຮັດວຽກຮ່ວມຂອງ ທ່ານ ພັນເອກ ປະເສີດ ທ່ຽງທຳ ຫົວຫນ້າການທະຫານ ແລະພະນັກງານຫລັກແຫລ່ງທົ່ວກອງ “ຂ 605”
ເຂົ້າຮ່ວມ 100 ກວ່າສະຫາຍ.


                                                                        ພັນເອກ ວິຊຽນສີສະອາດ ເຂົ້າຮ່ວມປະກາດສ້າງຕັ້ງສະພາວິທະຍາສາດຢູ່ກອງ “ ຂ 605 ”

ີ່

     ໃນພິທີ ພັນໂທ ອຳພອນ ທຸມພາລາ ຫົວຫນ້າພະແນກການເມືອງກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຂຶ້ນຜ່ານມະຕິຕົກລົງຂອງລັດຖະ
ມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງສະພາວິທະຍາສາດຢູ່ ກອງ “ຂ 605” ເພື່ອຈັດຕັ້ງເຄື່ອນໄຫວວຽກງານດັ່ງກ່າວ ໂດຍແຕ່ງຕັ້ງ ທ່ານ ປະ
ເສີດ ທ່ຽງທຳ ຫົວຫນ້າການທະຫານກອງ “ຂ 605” ເປັນປະທານສະພາວິທະຍາສາດພ້ອມດ້ວຍຄະນະລວມທັງຫມົດ 7 ສະຫາຍ.

     ໃນໂອກາດນີ້ ທ່ານ ພັນເອກ ວິຊຽນ ສີສະອາດ ຍັງໄດ້ໂອ້ລົມຕໍ່ພິທີເຊິ່ງສະຫາຍໄດ້ເນັ້ນໃຫ້ກອງ “ຂ 605” ເອົາໃຈໃສ່ປະຕິບັດພາລະບົດບາດຂອງສະ
ພາວິທະຍາສາດຂັ້ນກົມກອງປະຕິບັດສິດ ແລະຫນ້າທີ່ຕາມການຊີ້ນຳຂອງຂັ້ນເທິງໃນການກຳນົດໂຄງການເອກະພາບບັນຫາ ແລະຕັດສິນບັນຫາ ໂດຍຖືບັນ
ຫາສຳຄັນໃນການຄົ້ນຄວ້າແນວທາງຍຸດທະສາດຂອງເຫລົ່າຮົບ, ຫັນເອົາວຽກວິທະຍາສາດເຂົ້າມາຫມູນໃຊ້ໃນຫນ້າທີ່ວຽກຕົວຈິງ ເພື່ອເຮັດໃຫ້ວຽກງານມີ
ຜົນສຳເລັດເປັນຢ່າງສູງ ແລະມີຄຸນະພາບ ສ່ວນວຽກປະຫວັດສາດໃຫ້ສືບຕໍ່ລົງເກັບກຳຂໍ້ມູນ, ມູນເຊື້ອຜົນງານຂອງກົມກອງໃນຕະຫລອດໄລຍະຜ່ານມາ ກໍ ຄືໄລຍະປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດມີບັ້ນຮົບ ບັ້ນຕີ ແລະມູນເຊື້ອຄວາມເປັນມາຄືແນວໃດຕ້ອງໄດ້ອອກແຮງຄົ້ນຄວ້າເພື່ອຂຽນ ແລະ
ຜ່ານສະພາຂັ້ນກົມກອງແລ້ວຂຶ້ນຜ່ານສະພາກົມ ແລະຂັ້ນກະຊວງຈິ່ຶງສາມາດຈັດພິມອອກແຈກຢາຍປຶ້ມທົ່ວສັງຄົມໄດ້ ແລະນຳໄປສຶກສາອົບຮົມພະນັກງານ
ນັກຮົບລຸ້ນຕໍ່ໄປ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012