ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະພັກຮາກຖານກົມປ້ອງກັນພາຍໃນກອງທັບເປີດກອງປະຊຸມໃຫຍ່ຄັ້ງທີ VIII


     ​ກອງປະຊຸມໃຫຍ່ຄະນະພັກຮາກຖານກົມປ້ອງກັນພາຍໃນໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 21 ກັນຍານີ້, ທີ່ສະໂມສອນກົມດັ່ງກ່າວ ໂດຍການເປັນ
ປະທານຂອງ ທ່ານ ພົນຈັດຕະວາ ບຸນລ້ຽງ ແສງພະຈັນ ຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າກົມປ້ອງກັນພາຍໃນກອງທັບ, ມີຄະນະພັກ-ຄະນະບັນ
ຊາພະນັກງານ, ສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.


                                                              ພົນຈັດຕະວາ ບຸນລ້ຽງ ແສງພະຈັນ ເປັນປະທານເປີດກອງປະຊຸມໃຫຍ່ຄັ້ງທີ VIII ຢູ່ກົມປ້ອງກັນພາຍໃນ

ີ່

     ໃນກອງປະຊຸມ ພັນໂທ ທອງດຳ ພົງສະຫວັດ ຄະນະພັກຮາກຖານກົມດັ່ງກ່າວໄດ້ຂຶ້ນຜ່ານບົດສະຫລຸບຕີລາຄາຜ່ານການເຄື່ອນໄຫວວຽກງານຊີ້ນຳ-ນຳ
ພາການຈັດຕັ້ງປະຕິບັດປີຜ່ານມາ, ໂດຍສະເພາະວຽກງານການເມືອງມະຫາພາກຫນ່ວຍພັກ ແມ່ນເອົາໃຈໃສ່ຊີ້ນຳ-ນຳພາວຽກງານວິຊາສະເພາະປ້ອງກັນພາຍ
ໃນທົ່ວກອງທັບ, ຈັດຕັ້ງປະຕິ ບັດຫນ້າທີ່ການເມືອງໄດ້ຮັບມອບຫມາຍຢ່າງຕັ້ງຫນ້າ.

     ຜົນງານທີ່ກົມກອງຍາດມາໄດ້ໃນໄລຍະ 3 ປີ, ໄດ້ມີພະນັກງານ-ນັກຮົບຫລາຍສະຫາຍໄດ້ຮັບການຍ້ອງຍໍປະເພດຕ່າງໆຄື: ໄດ້ຮັບຫລຽນໄຊອິດສະຫລະ
ຊັ້ນ II 2 ສະຫາຍ, ຫລຽນໄຊອິດສະຫລະ ຊັ້ນ III 4 ສະຫາຍ, ຫລຽນໄຊແຮງງານ ຊັ້ນ II 3 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ III 9 ສະຫາຍ, ຫຼຽນກາແຮງ
ງານ 3 ສະຫາຍ, ໃບຍ້ອງຍໍລັດຖະບານ 2 ສະຫາຍ, ຫຼຽນໄຊພິລາດອາດຫານ ຊັ້ນ II 2 ສະຫາຍ, ຫລຽນໄຊພິລາດອາດຫານ ຊັ້ນ III 2 ສະຫາຍ, ໃບຍ້ອງ
ຍໍກະຊວງປ້ອງກັນປະເທດ 2 ສະຫາຍ, ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ 1 ສະຫາຍ ກົມ ຍັງໄດ້ຮັບການຍ້ອງຍໍລວມຫມູ່ຫຼຽນໄຊອິດສະຫຼະຊັ້ນ 2,
ກົມຍັງໄດ້ຮັບນາມະຍົດເປັນກອງແຂງຫນ່ວຍພັກຮູ້ນຳພາຮອບດ້ານ 8 ສະໄຫມ ແລະກອງປອດໃສ ປອດໄພ ປອດຄະດີໄດ້ 5 ສະໄໝ, ມີເງິນກອງທຶນຊ່ວຍ
ເຫຼືອເຊິ່ງກັນ ແລະກັນຈຳນວນ 48.551.259 ກີບ.

     ກອງປະຊຸມຍັງໄດ້ປ່ອນບັດເອົາຄະນະຊຸດໃຫມ່ ເພື່ອຊີ້ນຳ-ນຳພາທິດທາງວຽກງານໃນຕໍ່ຫນ້າໄດ້ຕາມຄາດຫມາຍ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012