ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງໄຊຍະບູລີ


ສະຫາຍ ພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ພິທີປະກາດການແຕ່ງຕັ້ງ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ໄຊຍະບູລີ ໄດ້ຈັດຂຶ້ນໃນ ວັນທີ 19 ສິງຫາ 2021 ນີ້, ໂດຍ
ການເປັນປະທານຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ຄະນະກຳມະ
ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ເຂົ້າຮ່ວມມີ ສະຫາຍ ພົງສະຫວັນ ສິດທະວົງ ເຈົ້າແຂວງໆ ໄຊຍະບູລີ, ມີຄະນະພັກ-ຄະນະບັນຊາກອງ
ບັນຊາການທະຫານ-ປກສ ແຂວງ, ກອງພົນທີ 2 ແລະ ບັນດາພະແນກການທີ່ກ່ຽວຂ້ອງຮ່ວມ.

     ສະຫາຍ ພົນຕີ ສະຫວ່າງໄຊ ສິນນະວົງ ຫົວໜ້າຫ້ອງການຄະເຂລາທິການສູນກາງພັກ ສະບັບ ເລກທີ 18 /ຄລສພ ລົງວັນທີ 10 ກຸມພາ 2021 ວ່າ
ດ້ວຍການແຕ່ງຕັ້ງ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ໄຊຍະບູລີ, ໃນນີ້ ຄະນະເລຂາທິການສູນກາງພັກຕົກລົງແຕ່ງຕັ້ງ ສະຫາຍ
ພົງສະຫວັນ ສິດທະວົງ ເປັນປະທານ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະຫາຍ ພັນເອກ ດາວນ້ອຍ ບຸດບົວທອງ ຫົວໜ້າການເມືອງ
ທະຫານແຂວງ ເປັນຮອງປະທານ, ທັງເປັນຜູ້ປະຈຳການ, ສະຫາຍ ພັນເອກ ຄຳແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງ ເປັນຮອງປະທານ, ສະຫາຍ
ພັນເອກ ຄຳດີ ໄຊຍະວົງ ຫົວໜ້າການທະຫານ ກອງພົນທີ 2, ສະຫາຍ ສົມຈິດ ຈັນທະວົງ ຮອງເຈົ້າແຂວງ, ສະຫາຍ ພອນສະຫວັນ ໄຊສົມພັນ ຫົວໜ້າ
ຫ້ອງວ່າການປົກຄອງແຂວງ, ສະຫາຍ ວັນດາວ ແວວທະນັດສີ ຫົວໜ້າພະແນກການເງິນແຂວງ ເປັນກຳມະການ.

     ໂອກາດນີ້, ສະຫາຍ ພົນໂທ ທອງລອຍ ສິລິວົງ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງຍົກໃຫ້ເຫັນ
ເຖິງຄວາມໝາຍຄວາມສຳຄັນຂອງການປະກາດແຕ່ງຕັ້ງຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນຄັ້ງນີ້ ແມ່ນຄວາມຮຽກຮ້ອງຕ້ອງການ
ຂອງໜ້າທີ່ການເມືອງໃນສະເພາະໜ້າ ແລະ ຍາວນານ, ເພື່ອເປັນເສນາທິການຊ່ວຍ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງສູນກາງ ໃນ
ການເຄື່ອນໄຫວວຽກງານພາຍໃນແຂວງ ຕາມຄວາມຮຽກຮ້ອງຕ້ອງການຂອງສະພາບການໃນໄລຍະໃໝ່, ສະນັ້ນບັນດາສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງ
ມອບໝາຍໜ້າທີ່ໃນເທື່ອນີ້ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນ, ເຄື່ອນໄຫວເຮັດໜ້າທີ່ຕາມພາລະບົດບາດຢ່າງຕັ້ງໜ້າ, ເປັນເຈົ້າການຜັນຂະ
ຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງພັກລົງສູ່ຮາກຖານຕົວຈິງ, ເອົາໃຈໃສ່ ແກ້ໄຂບັນຫາປາກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດໜ້ອຍ
ຖອຍລົງ ໂດຍສະເພາະແມ່ນບັນຫາຢາເສບຕິດ, ຂີ້ລັກງັດແງະ, ປັບປຸງກໍ່ສ້າງກຳລັງ ປກຊ-ປກສ ໃນທົ່ວແຂວງ ໃຫ້ມີຄວາມເຂັ້ມແຂງທາງດ້ານປະລິມານ
ແລະ ຄຸນນະພາບ ເພື່ອຊ່ວຍເຫຼືອກອບກູ້ໄພພິບັດທາງທຳມະຊາດ, ຮັບປະກັນເຮັດໃຫ້ສະພາບທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີ
ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 23/08/2021