ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພົນທີ 3 ສະຫຼຸບຜົນຂອງການກອບກູ້ຜົນກະທົບຈາກໄພພິບັດ

     ວັນທີ 21 ສິງຫາ 2017 ນີ້, ທິມງານກອບກູ້ໄພພິບັດກອງພົນທີ 3 ໄດ້ຈັດຕັ້ງສະຫຼຸບຜົນຂອງການ ເຄື່ອນໄຫວລົງກອບກູ້ຜົນກະທົບຈາກໄພພິບັດ
ນ້ຳຖ້ວມໃນວັນທີ 5-6 ສິງຫາ 2017 ຜ່ານມາ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເພັດສາຄອນ ຫຼວງອາໄພ ເຈົ້າແຂວງໆອຸດົມໄຊ, ພັນເອກ ບຸນ
ເຈື້ອ ຕຽນແສງດາວ ຫົວໜ້າການເມືອງກອງພົນທີ 3, ພັນໂທ ດາວວັນດີ ວົງພະຈິດ ຫົວໜ້າຫ້ອງເຕັກນິກກອງພົນທີ 3 ທັງເປັນຫົວໜ້າຄະນະທິມງານ
ກອບກູ້ໄພພິບັດໃນຄັ້ງນີ້ ພ້ອມຄະນະພັກ-ຄະນະບັນຊາ ພະນັກງານ-ນັກຮົບຈາກກອງພົນທີ 3, ກອງບັນຊາການທະຫານແຂວງອຸດົມໄຊເຂົ້າຮ່ວມ.


ທິມງານກອບກູ້ໄພພິບັດກອງພົນທີ 3 ເຄື່ອນໄຫວລົງກອບກູ້ຜົນກະທົບຈາກໄພພິບັດນ້ຳຖ້ວມ

     ຜ່ານການເກັບກູ້ ແລະ ຟື້ນຟູຜົນກະທົບຈາກໄພພິບັດໃນຄັ້ງນີ້: ແມ່ນມີຂໍ້ສະດວກ, ຂໍ້ຫຍຸ້ງຍາກຫຼາຍດ້ານເຊັ່ນ: ການເກັບກູ້ ແລະ ມ້ຽນມັດເຄື່ອງອຸ
ປະກອນຕ່າງໆທີ່ຖືກຜົນກະທົບມາມ້ຽນທີ່ປອດໄພ ແລະ ອະນາໄມກ້ອນຫີນ, ດິນ, ໄມ້ ແລະ ຂຸດຮ່ອງລະບາຍນ້ຳສອງຟາກທາງເຂົ້າສາງ ໂດຍໄດ້ນຳໃຊ້ພາ
ຫະນະວັດຖຸອຸປະກອນ ແລະ ກຳລັງຄົນທັງໝົດ 86 ຄົນ ຈາກຫ້ອງເຕັກນິກ, ກອງພັນນ້ອຍ 407 ແລະ ກອງພັນນ້ອຍ 563 ສົມທົບ ກຳລັງຈາກກອງບັນ
ຊາການທະຫານແຂວງອຸດົມໄຊ ຈຳນວນ 55 ຄົນ ໂດຍນຳເອົາທໍ່ລອດພື້ນ ຈຳນວນ 9 ທໍ່ ມູນຄ່າ 3 ລ້ານກວ່າກີບ ມາວາງຢູ່ປາກທາງ ແລະ ພາຫະນະທີ່
ນຳມາໃຊ້ໃນຄັ້ງນີ້ມີ: ລົດຈົກ 1 ຄັນ, ລົດດາມ 3 ຄັນ, ລົດດຸດ 1 ຄັນ ແລະ ເຄື່ອງກວດກູ້ລະເບີດ, ຈົກ, ຊ້ວນ ແລະ ຈັກສະຕິນຕັດໄມ້ທີ່ເຈື່ອນລົງມາ
ທັບເສັ້ນທາງ, ເຮືອນນອນ, ຫ້ອງການຂອງກົມກອງທະຫານ ແລະ ເຮືອນຊານບ້ານຊ່ອງຂອງປະຊາຊົນຈຳນວນໜຶ່ງ ໃຊ້ເວລາ 15 ວັນ ຈຶ່ງສຳເລັດໃນຂັ້ນ
ເບື້ອງຕົ້ນ.

     ໃນໂອກາດດັ່ງກ່າວຄອບຄົວ ທ່ານ ເພັດສາຄອນ ຫຼວງອາໄພ ເຈົ້າແຂວງໆອຸດົມໄຊ, ຫ້ອງວ່າການປົກຄອງແຂວງອຸດົມໄຊ, ຄອບຄົວ ພັນເອກ ບຸນ
ເຈື້ອ ຕຽນແສງດາວ ຫົວໜ້າການເມືອງກອງພົນທີ 3, ຄອບຄົວ ພັນເອກ ຄຳຢືນ ແສງແສນອິນ ຫົວໜ້າຫ້ອງພະລາທິການກອງພົນທີ 3 ແລະ ຄອບຄົວ
ພັນໂທ ສໍຍັນ ລໍອິນສອນ ຫົວໜ້າຫ້ອງການເມືອງກອງພົນທີ 3 ໄດ້ນຳເອົາເງິນສົດ ແລະ ເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງມາຊຸກຍູ້ໃຫ້ທິມງານກອບ
ກູ້ໄພພິບັດນໍ້າຖ້ວມໃນຄັ້ງນີ້ອີກດ້ວຍ.