ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບໜ້າທີ່ຂັ້ນກົມ ແລະ ຫົວໜ້າການເມືອງໂຮງໝໍສູນກາງ 103 ກອງທັບ

     ວັນທີ 21 ກໍລະກົດ 2021 ນີ້, ຢູ່ທີ່ໂຮງໝໍສູນກາງ 103 ກອງທັບ ໄດ້ຈັດພິທີມອບ-ຮັບໜ້າທີ່ ຂັ້ນກົມ ແລະ ຫົວໜ້າການເມືອງໂຮງໝໍສູນກາງ 103
ກອງທັບ ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄຳເພັດ ສີຊານົນ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ເລຂາຄະນະອົງການກົມ
ໃຫຍ່, ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະອຳນວຍການໂຮງໝໍສູນກາງ 103 ກອງທັບ, ຄະນະກົມ, ຫ້ອງການ, ວິທະຍາຄານ, ສະ
ຖາບັນອ້ອມຂ້າງກົມໃຫຍ່ພະລາທິການ, ຕະຫຼອດຮອດ ຄະນະຫ້ອງ, ພະນັກງານຫຼັກແຫຼ່ງ ໃນທົ່ວໂຮງໝໍສູນກາງ 103 ກອງທັບ ເຂົ້າຮ່ວມ.

     ໂດຍປະຕິບັດຕາມການຕົກ ລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍນາຍທະຫານ ໄປຮັບໜ້າທີ່ໃໝ່ ໃນພິທີ ສະຫາຍ ພົນ
ຈັດຕະວາ ຄຳແພງ ພູມມາແກ້ວ ຄະນະພັກອົງການກົມໃຫຍ່ພະລາທິການ ກອງທັບ, ເລຂາຄະນະພັກ, ຫົວໜ້າການເມືອງໂຮງໝໍສູນກາງ 103 ກອງທັບ ຜູ້
ເກົ່າໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ ໃນໄລຍະຜ່ານມາ ແລະ ທິດທາງແຜນການຕໍ່ໜ້າໂດຍຫຍໍ້ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ບົດ ຮຽນທີ່
ຖອດຖອນໄດ້ໃນທຸກຂົງ ເຂດວຽກງານເປັນຕົ້ນແມ່ນວຽກງານ ເຂດໃຈກາງກໍຄືວຽກງານ ປິ່ນປົວບົວລະບັດຜູ້ບາດເຈັບ ແລະ ເຈັບປ່ວຍ ໂດຍຖືເອົາວຽກ
ງານ ສຶກສາອົບຮົມການເມືອງ-ນຳພາ ແນວຄິດເປັນຕົ້ນຕໍ ເພື່ອເຮັດໃຫ້ ພະນັກງານ-ນັກຮົບ ຢູ່ພາຍໃນກົມກອງຂອງຕົນ ມີແນວຄິດການເມືອງໜັກແໜ້ນ,
ມີຄວາມເຂັ້ມແຂງຮອບດ້ານ ແລະ ເຮັດສຳເລັດ ໜ້າທີ່ ທີ່ພັກ-ລັດ ແລະ ການຈັດຕັ້ງ ມອບໝາຍໃຫ້. ການມອບ-ຮັບໜ້າທີ່ໃນຄັ້ງນີ້ມີ 4 ຊຸດ ຄື: ລະຫວ່າງ
ຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ຜູ້ເກົ່າ ແລະ ຜູ້ໃໝ່, ຫົວໜ້າກົມເສນາຮັກຜູ້ເກົ່າ ແລະ ຜູ້ໃໝ່, ຫົວໜ້າ ການເມືອງໂຮງໝໍສູນກາງ
103 ກອງທັບ ແລະ ຫົວໜ້າຫ້ອງພະລາທິການ-ເຕັກນິກໂຮງໝໍສູນກາງ 103 ກອງທັບ.

     ໂອກາດນີ້, ສະຫາຍ ພົນຕີ ຄຳເພັດ ສີຊານົນ ໄດ້ໃຫ້ກຽດໂອ້ລົມ ເຊິ່ງສະຫາຍໄດ້ຕີ ລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ບັນດາ ສະຫາຍທີ່ເຮັດສຳ
ເລັດໜ້າທີ່ ປະກອບສ່ວນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແຕ່ລະໄລຍະ.

     ພ້ອມທັງ ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງຮັກສາມູນເຊື້ອອັນດີງາມ ແລະ ເສີມຂະຫຍາຍວຽກງານຮອບດ້ານ ແລະ ອຸທິດສະຕິປັນຍາ, ຄວາມຮູ້
ຄວາມສາມາດເຂົ້າ ໃນການນຳພາ-ຊີ້ນຳທຸກຂົງເຂດ ວຽກງານທີ່ຕົນຮັບຜິດຊອບໂດຍການຍຶດໝັ້ນຫຼັກການລວມສູນ ປະຊາທິປະໄຕ ຂອງພັກ, ຕັ້ງໜ້າຜັນ
ຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ຄັ້ງທີ V ຂອງອົງຄະນະພັກກະຊວງ ປ້ອງກັນປະເທດ ໃຫ້ປະກົດຜົນ ເປັນຈິງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 23/07/2021