ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດຮັບຮອງເອົາ ຄະນະບໍລິຫານງານພັກຫ້ອງວ່າການກະຊວງຊຸດ​ໃໝ່ສະໄໝທີ V


ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ພິທີປະກາດຮັບຮອງເອົາ ຄະນະບໍລິຫານງານພັກອົງການຫ້ອງວ່າການ ກະຊວງປ້ອງກັນປະເທດ ຊຸດໃໝ່ ສະໄໝທີ V ໄດ້ຈັດຂຶ້ນໃນ ວັນທີ 22 ກໍລະກົດ 2020 ນີ້,
ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການ
ເມືອງກອງທັບ, ມີຄະນະບໍລິຫານງານພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ກົມກອງ, ຫ້ອງການ, ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

     ສະຫາຍ ພັນເອກ ທອງສີ ວິຈິດວົງສາ ຮອງຫົວໜ້າ ກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ຄະນະພັກກະຊວງປ້ອງກັນປະເທດ ວ່າ
ດ້ວຍການຮັບຮອງເອົາອົງ ຄະນະພັກຫ້ອງວ່າການກະຊວງປ້ອງກັນປະເທດ ຊຸດໃໝ່ ສະໄໝທີ V ເຊິ່ງປະກອບມີ 13 ສະຫາຍຄື: ສະຫາຍ ພົນຕີ ຄຳສີ ວົງຄຳຊາວສະຫາຍ
ພົນຈັດຕະວາ ຄຳມ່ວນ ເລືອງວັນຫຼ້າ, ສະຫາຍ ພົນຈັດຕະວາ ບຸນທອນ ສິດສຸວົງ, ສະຫາຍພັນເອກ ໄພວັນ ຈັນທະພົມມາ, ສະຫາຍ ພັນເອກ ເດືອນສະຫວັນ ສາຍພິມ
ຄຳປະທຸມ, ສະຫາຍ ພົນຈັດຕະວາ ຄຳມີ ຫຼ້າບຸນທັນ, ສະຫາຍ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ, ສະຫາຍ ພັນເອກ ສີສະຫວາດ ວັນເພັງ, ສະຫາຍ ພັນເອກ ນາງ ທອງ
ສີ ວົງພະຈັນ, ສະຫາຍ ພັນເອກ ສະຫຼອງໄຊ ໄຊຍະເສນ, ສະຫາຍ ພັນເອກ ວິລະຕູ່ ວໍລະຈິດ, ສະຫາຍ ພັນເອກ ໂສວັດ ສັນຕິສຸກ, ສະຫາຍ ພັນເອກ ຕຸ້ມຄຳ ພົນເສນາ ໃນ
ນີ້, ຕົກລົງຮັບຮອງເອົາຄະນະປະຈຳພັກ ປະກອບມີ 5 ສະຫາຍຄື: ສະຫາຍ ພົນຕີ ຄໍາສີ ວົງຄໍາຊາວ, ສະຫາຍ ພົນຈັດຕະວາ ຄໍາມ່ວນ ເລືອງວັນຫຼ້າ ,ສະຫາຍ ພົນຈັດຕະວາ
ບຸນທອນ ສິດສຸວົງ, ສະຫາຍ ພັນເອກ ໄພວັນ ຈັນທະພົມມາ, ສະຫາຍ ພັນ ເອກ ເດືອນສະຫວັນ ສາຍພິມຄໍາປະທຸມ, ຕົກລົງຮັບຮອງເອົາເລຂາ, ຮອງເລຂາຄະນະພັກ, ປະ
ກອບມີ: ສະຫາຍ ພົນຕີ ຄໍາສີ ວົງຄໍາຊາວ ເປັນເລຂາຄະນະພັກ, ສະຫາຍ ພັນເອກ ໄພວັນ ຈັນທະພົມມາ ເປັນຮອງເລຂາຄະນະພັກ ແລະ ຕົກລົງຮັບຮອງເອົາປະທານ, ຮອງ
ປະທານກວດກາພັກ ປະກອບມີ 3 ສະຫາຍຄື: ພົນຈັດຕະວາ ຄໍາມ່ວນ ເລືອງວັນຫຼ້າ ເປັນປະທານກວດກາພັກ, ສະຫາຍ ພັນໂທ ຈັນທະວີ ໄຊຍະວົງ ເປັນຮອງປະທານກວດ
ກາພັກ, ສະຫາຍ ພັນໂທ ຄໍາຊາວ ພົມມະໄທ ເປັນຮອງປະທານກວດກາພັກ.

     ໂອກາດດັ່ງກ່າວ ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກໍໄດ້ໃຫ້ທິດຊີ້ນໍາຫຼາຍບັນຫາສໍາຄັນຕໍ່ ຄະນະບໍລິຫານງານພັກຫ້ອງວ່າການ ກະຊວງຊຸດໃໝ່ ເພື່ອເປັນແນວ
ທາງໃຫ້ແກ່ການ ຊີ້ນຳ-ນຳພາ ເຮັດສຳເລັດໜ້າທີ່ ການເມືອງຂອງກົມກອງໃນຕໍ່ໜ້າດ້ວຍໝາກຜົນສູງ. ຈາກນັ້ນຍັງໄດ້ຈັດກອງປະຊຸມເປີດກວ້າງ ຄະນະພັກຫ້ອງວ່າການ
ກະຊວງປ້ອງກັນປະເທດ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ ໃນກອງປະຊຸມໄດ້ຍົກໃຫ້ເຫັນດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້
ໃນໄລຍະຜ່ານມາ ຄະນະພັກໄດ້ເອົາໃຈໃສ່ຊີ້ນຳແຕ່ລະກົມກອງຈັດຕັ້ງປະຈຳການ ແລະ ປ້ອງກັນເປົ້າໝາຍສຳຄັນຕ່າງໆ ເຊັ່ນ: ປ້ອງກັນການນຳຂັ້ນສູງ, ສຳນັກງານ-ອົງການ,
ຄ້າຍຄູ, ສາງ, ສູນ, ວັດຖຸ-ພາຫະນະ, ເອກະສານສຳຄັນຕ່າງໆ, ຕິດຕາມສະພາບການເຄື່ອນໄຫວຂອງສັດຕູ ແລະ ກຸ່ມຄົນບໍ່ດີໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້
ມີຄວາມສະຫງົບ ປອດໄພໂດຍພື້ນຖານ, ເອົາໃຈໃສ່ຊີ້ນໍາການປະຕິບັດໜ້າທີ່ ເປັນເສນາທິການໃຫ້ ຄະນະນຳກະຊວງໃນວຽກງານຄົ້ນຄວ້າ-ສັງລວມສະຫຼຸບຕີລາ, ຄາວາງ
ມະຕິຂອງ ຄະນະພັກກະຊວງ, ສະຫຼຸບ ແລະ ວາງທິດທາງວຽກງານຮອບ ດ້ານຂອງ ກະຊວງປ້ອງກັນປະເທດ, ບົດໂອ້ລົມ-ບົດຄຳເຫັນໃຫ້ຂັ້ນເທິງປະສານສົມທົບກັບບັນດາ
ກົມໃຫຍ່, ກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ແລະ ບັນດາອົງການຂອງພັກ ແລະ ລັດຖະບານໃນການຈັດຕັ້ງປະຕິບັດ ວຽກງານຕາມການຊີ້ນໍາຂອງຂັ້ນເທິງໄດ້ທັນເວລາ,
ຄຸ້ມຄອງ ແລະ ປົກປັກຮັກສາເອກະສານເຂົ້າ-ອອກປະຕູດຽວ ແລະ ຮັກສາໄດ້ຄວາມລັບ, ຊີ້ນຳວຽກງານການພົວພັນຮ່ວມມືກັບກອງທັບປະເທດຕ່າງໆ ເຊັ່ນ: ຄະນະຜູ້ແທນ
ການທະຫານຂັ້ນສູງຂອງລາວ ໄປຢ້ຽມຢາມ, ແລກປ່ຽນບົດຮຽນຢູ່ຕ່າງປະເທດທັງໝົດ 20 ຄະນະ, ຕ້ອນຮັບຄະນະຜູ້ແທນຕ່າງປະເທດມາຢ້ຽມຢາມ ແລກປ່ຽນບົດຮຽນ
ຢູ່ລາວທັງໝົດ 7 ປະເທດ ແລະ ການພົວພັນຮ່ວມມືຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ນອກນີ້ຍັງໄດ້ສ້າງຂະບວນການດ້ານຕ່າງໆ ພາຍໃນກົມ ກອງໃຫ້ມີບັນຍາກາດ
ຟົດຟື້ນຕໍ່ເນື່ອງ ເຮັດໃຫ້ບັນຍາກາດທົ່ວຫ້ອງວ່າການ ກະຊວງປ້ອງກັນປະເທດ ມີຄວາມເບີກບານມ່ວນຊື່ນ, ພະນັກງານ-ສະມາຊິກພັກ-ນັກຮົບມີຄວາມບຸກບືນຫ້າວຫັນ
ຕໍ່ໜ້າທີ່ວິຊາສະເພາະ ກໍຄືໜ້າທີ່ການເມືອງຂອງຕົນ ທີ່ຂັ້ນເທິງມອບໝາຍໃຫ້ສຳເລັດເປັນຢ່າງດີ. ກອງປະຊຸມໄດ້ຜ່ານທິດທາງແຜນການນຳພາປະຈຳ 6 ເດືອນທ້າຍປີ ຈາກ
ນັ້ນ ສະຫາຍ ປະທານ ກອງປະຊຸມກໍມີຄຳເຫັນຊີ້ນຳຫຼາຍບັນຫາວຽກງານ ຈຸດສຸມທີ່ສຳຄັນ ຈຳນວນໜຶ່ງຕໍ່ຄະນະພັກ-ຄະນະບັນຊາກົມກອງ ແນໃສ່ເຮັດໃຫ້ການຈັດຕັ້ງປະ
ຕິບັດຄາດໝາຍສູ້ຊົນໃນຕໍ່ໜ້າບັນລຸໝາກຜົນສູງ.