ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການຈັດຕັ້ງຂັ້ນພະແນກການຂອງກົມວິທະຍາສາດ-ປະຫວັດສາດການທະຫານ


ພົນຈັດຕະວາ ວຽງໄຊ ສົມວິຈິດ ເປັນປະທານພິທີປະກາດການຈັດຕັ້ງຂັ້ນນຳພາ-ບັນຊາ
ຢູ່ແຕ່ລະພະແນກການພາຍໃນກົມວິທະຍາສາດ-ປະຫວັດສາດ ການທະຫານ

     ວັນທີ 18 ກໍລະກົດ 2019 ນີ້, ຢູ່ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດຕັ້ງພິທີປະກາດການຈັດຕັ້ງຂັ້ນນຳພາ-ບັນຊາຢູ່ແຕ່ລະພະແນກການພາຍໃນ
ກົມ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ, ມີຄະນະພັກ-ຄະນະບັນຊາ ແລະ
ພະນັກງານຫຼັກແຫຼ່ງພາຍໃນກົມ ວສ-ປສ ການທະຫານເຂົ້າຮ່ວມ.

     ສະຫາຍ ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຫົວໜ້າກົມວິທະຍາສາດ-ປະຫວັດສາດ
ການທະຫານ ວ່າດ້ວຍການແຕ່ງຕັ້ງຍົກຍ້າຍ ສະຫາຍ ພັນໂທ ບຸນມີ ແກ້ວວົງສາ ຫົວໜ້າຫ້ອງການໄປຮັບໜ້າທີ່ເປັນຫົວໜ້າພະແນກວິທະຍາສາດ, ຍົກຍ້າຍ ສະຫາຍ ພັນ
ໂທ ກາວິນ ຈັນທະມາດ ຫົວໜ້າພະແນກບໍລິຫານໄປເປັນຫົວໜ້າຫ້ອງການ, ຍົກຍ້າຍ ສະຫາຍ ພັນໂທ ຄຳສິງ ພັນທະວົງ ຫົວໜ້າພະແນກຍຸດທະສາດ ໄປເປັນຫົວໜ້າບໍ
ລິຫານ, ແຕ່ງຕັ້ງ ສະຫາຍ ພັນໂທ ທົງໄຊ ພິລາລັກ ເປັນຫົວໜ້າພະແນກຍຸດທະສາດ, ສະຫາຍ ພັນໂທ ອຸເທບ ພົມມະເທດ ຮອງຫົວໜ້າພະແນກການເມືອງຂຶ້ນເປັນຫົວໜ້າ
ພະແນກການເມືອງ, ສະຫາຍ ພັນໂທ ອຳພອນ ພົມມາລາ ຫົວໜ້າພະແນກການເມືອງ ໄປເປັນຮອງຫົວໜ້າພະແນກປະຫວັດສາດ, ສະຫາຍ ພັນໂທ ສັນຕິ ດວງພົມມີ ຮອງ
ຫົວໜ້າຫ້ອງການ ໄປເປັນຮອງຫົວໜ້າພະແນກຍຸດທະສາດ ແລະ ສະຫາຍ ພັນໂທ ນາງ ວັນທາ ບໍໃບຄຳ ເປັນຮອງຫົວໜ້າຫ້ອງການ. ນອກຈາກນີ້ຍັງໄດ້ອ່ານຂໍ້ຕົກລົງແຕ່ງ
ຕັ້ງເພີ່ມເຕີມບັນດາກຳມະການຄະນະໜ່ວຍພັກຈາກ 3 ສະຫາຍ ເປັນ 5 ສະຫາຍ ປະກອບມີໜ່ວຍພັກຫ້ອງການ, ບໍລິຫານ, ການເມືອງ, ຍຸດທະສາດ, ວິທະຍາສາດ, ປະ
ຫວັດສາດ ແລະ ຂໍ້ມູນ-ຂ່າວສານ ແລະ ອື່ນໆຕື່ມອີກ.

     ຕອນທ້າຍ ສະຫາຍຫົວໜ້າກົມ ໄດ້ເນັ້ນໜັກໃຫ້ທຸກພາກສ່ວນທີ່ໄດ້ຮັບການແຕ່ງຕັ້ງຄັ້ງນີ້ຈົ່ງສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ດີ, ອອກແຮງ
ຄົ້ນຄວ້າວິຊາສະເພາະໃຫ້ເກັ່ງຮັບປະກັນທຸກວຽກງານໃຫ້ມີການປັບປຸງດີຂຶ້ນ, ຫັນລົງກໍ່ສ້າງຮາກຖານ, ສ້າງພະນັກງານຕິດພັນກັບມະຫາຊົນພາຍໃນກົມກອງ ຂອງຕົນໃຫ້
ມີຄວາມເຂັ້ມແຂງ, ສ້າງພະນັກງານໃຫ້ມີຜູ້ສືບທອດປ່ຽນແທນ, ສ້າງຄວາມສາມັກຄີພາຍໃນໃຫ້  ແໜ້ນແກ່ນເຮັດວຽກເປັນໝູ່ຄະນະໃຊ້ສິດປະຊາທິປະໄຕຕ້ານແນວຄິດ
ງໍ້ຫງ່ຽງຄອນແຄນ, ແນວຄິດອາດຍາສິດເຫັນແກ່ຕົວ ຖ້າເຮັດໄດ້ແນວນັ້ນຈະເຮັດໃຫ້ກົມກອງມີຄວາມສະຫງົບປອດໄພຮັບປະກັນວຽກງານວິຊາສະເພາະໄດ້ຮັບການພັດ
ທະນາກ້າວຂຶ້ນເລື້ອຍໆ.