ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ - ປສ ປິດໂຄງການສ້າງຈິດສຳນຶກດ້ານສິ່ງແວດລ້ອມທົ່ວກອງທັບ ໄລຍະ I

     ວັນທີ 19 ກໍລະກົດ 2018 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມເພື່ອສະຫຼຸບຖອດຖອນບົດ
ຮຽນ ແລະ ປິດໂຄງການດ້ານການສ້າງຈິດສຳນຶກວຽກງານສິ່ງແວດລ້ອມ ຂຶ້ນ ພາຍຫຼັງທີ່ໄດ້ຈັດຕັ້ງດຳເນີນ ມາເປັນເວລາ 3 ປີ ໄດ້ສຳເລັດຕາມຄາດໝາຍ
ໂດຍມີມູນຄ່າ ຂອງໂຄງການ 450 ລ້ານກີບ ພາຍໃຕ້ການເປັນປະທານຂອງ ພັນເອກ ສຸລິວັນ ແສງຈັນ ຮອງຫົວໜ້າກົມ ວສ-ປສ ການທະຫານ ແລະ
ທ່ານ ນາງ ບຸນພາມາ ໂພທິສານ ຮອງອຳນວຍການກອງທຶນປົກປັກຮັກສາສິ່ງແວດລ້ອມ, ມີ ທ່ານ ສຸຂະຕະວິຈິດ ອະດີດຫົວໜ້າອຳນວຍການກອງທຶນປົກ
ປັກຮັກສາສິ່ງແວດລ້ອມຂອງ ລັດຖະບານ ແຫ່ງ ສປປ ລາວ ແລະ ຄະນະນຳພະແນກການ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.


ພັນເອກ ສຸລິວັນ ແສງຈັນ ເປັນປະທານກອງປະຊຸມປິດໂຄງການສ້າງຈິດສຳນຶກດ້ານສິ່ງແວດລ້ອມທົ່ວກອງທັບ ໄລຍະ I

     ໃນວາລະກອງປະຊຸມ ພັນໂທ ຄຳໄຊ ສະນີແກ້ວ ຮອງຫົວໜ້າພະແນກວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມການທະຫານ ໄດ້ຂຶ້ນຜ່ານບົດສະ
ຫຼຸບໃນຕະຫຼອດໄລຍະຂອງການປະຕິບັດໂຄງການ 3 ປີຜ່ານມາ ເຊິ່ງສະຫາຍກ່າວວ່າ: ໂຄງການສ້າງຈິດສຳນຶກດ້ານວຽກງານສິ່ງແວດລ້ອມການທະຫານ ໄດ້
ດຳເນີນມາແຕ່ວັນທີ 28 ມັງກອນ 2016 ພາຍຫຼັງໄດ້ເຊັນສັນຍາ ສະໜອງເງິນຈຳນວນ 450.000.000 ກີບ ກົມ ວສ- ປສ ການທະຫານ ໄດ້ຈັດຕັ້ງປະ
ຕິບັດໂດຍແບ່ງວຽກອອກເປັນແຕ່ລະໜ້າວຽກ ເປັນຕົ້ນວຽກສ້າງເອກະສານ ແລະ ເຜີຍແຜ່ເອກະສານດ້ານຈິດສຳນຶກວຽກງານສິ່ງແວດລ້ອມ, ສ້າງແຜນດຳ
ເນີນງານແຕ່ປີ 2016-2020, ສ້າງແຜ່ນພັບກ່ຽວກັບກິດຈະກຳດ້ານສິ່ງແວດລ້ອມ ແລະ ພິມປ້າຍໂຄສະນາແຈກຢາຍໃຫ້ແຕ່ລະກົມກອງກຳລັງຫຼວງ ແລະ
ທ້ອງຖິ່ນ ຈຳນວນ 150 ແຜ່ນ, ແຜນດຳເນີນງານ 2.000 ຫົວ, ແຜ່ນພັບ 3.000 ແຜ່ນ ແລະ ຄຳຖາມ-ຄຳຕອບດ້ານສິ່ງແວດລ້ອມຈຳນວນໜຶ່ງ, ໄດ້ເປີດ
ກອງປະຊຸມສ້າງຈິດ ສຳນຶກຢູ່ພາກເໜືອ, ພາກກາງ ແລະ ພາກໃຕ້ ມີຜູ້ເຂົ້າຮ່ວມ 592 ສະຫາຍ, ຍິງ 101 ສະຫາຍ, ມີຕົວແທນເຂົ້າຮ່ວມ 19 ແຂວງ, ກອງ
ພົນ, ກອງພັນໃຫຍ່, ວິທະຍາຄານ, ໂຮງຮຽນ ແລະ ໂຮງໝໍພາຍໃນກອງທັບ ເຂົ້າຮ່ວມ. ພາກເໜືອຈັດຢູ່ກອງບັນຊາການທະຫານແຂວງຫຼວງພະບາງ, ພາກ
ກາງຈັດຢູ່ກອງບັນຊາການທະຫານແຂວງວຽງຈັນ ແລະ ພາກໃຕ້ຈັດຢູ່ກອງບັນຊາການທະຫານແຂວງສະຫວັນນະເຂດ ແລະ ເຂດໃຈກາງຈັດຢູ່ ກອງພັນ
ໃຫຍ່ 941 ເຊິ່ງທັງໝົດ ສາມາດປະຕິບັດໂຄງການໄດ້ຕາມລະດັບຄາດໝາຍ.

     ນອກຈາກນີ້, ກອງປະຊຸມຍັງໄດ້ຜັດປ່ຽນກັນປະກອບຄຳຄິດ ຄຳເຫັນຢ່າງສ້າງສັນ ແລະ ກົງໄປກົງມາ ເພື່ອເຮັດໃຫ້ການພັດທະນາວຽກງານສິ່ງແວດ
ລ້ອມ ຂອງກອງທັບໃຫ້ດີຂຶ້ນ. ຂັ້ນຕອນຂອງການສະໜອງທຶນ ແລະ ການພົວພັນຮ່ວມມືລະຫວ່າງກົມ ວສ-ປສ ການທະຫານ ແລະ ຫ້ອງການກອງທຶນປົກ
ປັກຮັກສາສິ່ງແວດລ້ອມ ແມ່ນເພື່ອຈັດຕັ້ງ ຜັນຂະຫຍາຍວຽກງານສິ່ງແວດລ້ອມໃຫ້ດີຂຶ້ນເປັນກ້າວໆ. ພ້ອມນີ້ໃນອະນາຄົດຕໍ່ໜ້າ ທາງກົມ ວສ-ປສ ການ
ທະຫານໄດ້ມີແຜນ ປັບປຸງຫຼັກສູດການຮຽນ-ການສອນກ່ຽວກັບວຽກງານສິ່ງແວດລ້ອມ ເພື່ອຫັນເອົາວິຊາດັ່ງກ່າວ ນີ້ເຂົ້າໄປຈັດຕັ້ງສິດສອນຢູ່ບັນດາວິທະ
ຍາຄານ ແລະ ໂຮງຮຽນ ຕ່າງໆໃນຖັນແຖວກອງທັບຕື່ມອີກ.