ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະດິດສະຖານຮູບຫຼໍ່ ປະທານ ໄກສອນ ພົມວິຫານ
ຂຶ້ນແທ່ນຢູ່ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ

     ພິທີປະດິດສະຖານຮູບຫຼໍ່ ປະທານ ໄກສອນ ພົມວິຫານ ຂຶ້ນແທ່ນຕໍ່ໜ້າຕຶກອໍານວຍການໂຮງຮຽນກໍ່ ສ້າງນາຍສິບເລກ 2 ວຽງໄຊ ຈັດຂຶ້ນໃນວັນທີ 22
ມິຖຸນາ 2017, ພາຍໃຕ້ການເປັນປະທານຂອງ ທ່ານ ພົນຕີ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ການເມືອງກອງທັບ, ທ່ານ ປອ ບຸນຖອງ ດີວີໄຊ ກໍາມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງຈໍາປາສັກ, ທ່ານ ປ້າ ທອງວິນ ພົມ
ວິຫານ ຕາງໜ້າຄອບຄົວປະທານ ໄກສອນ ພົມວິຫານ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.


ພົນຕີ ວິໄລ ຫຼ້າຄໍາຟອງ ເປັນປະທານພິທີປະດິດສະຖານຮູບຫຼໍ່
ປະທານ ໄກສອນ ພົມວິຫານ ຂຶ້ນແທ່ນ ຢູ່ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ

     ພິທີສະຖິດຮູບຫຼໍ່ປະທານ ໄກສອນ ພົມວິຫານ ຂຶ້ນແທ່ນໜ້າຕຶກສວນອະນຸສອນສະຖານຂອງໂຮງຮຽນກໍ່ສ້າງນາຍສິບທະຫານຮາບເລກ 2 ວຽງໄຊ ໄດ້
ຈັດພິທີແຫ່ຈາກຈຸດຜາມໄຊໂຮງຮຽນ ມີບັນດານາຍ ແລະ ພົນທະຫານ, ພະນັກງານບໍານານຕະຫຼອດຮອດພໍ່ແມ່ປະຊາຊົນບ້ານອ້ອມຂ້າງເຂົ້າຮ່ວມແຫ່ຢ່າງ
ເປັນຂະບວນຄຶກຄື້ນ. ໂອກາດນີ້ ພັນເອກ ອິນຫວນ ວໍລະສານ ເລຂາຄະນະພັກ ຫົວໜ້າການທະຫານໂຮງຮຽນກໍ່ສ້າງນາຍສິບທະຫານຮາບເລກ 2 ວຽງໄຊ
ເຈົ້າຂອງໂຄງການສວນອະນຸສອນສະຖານປະທານ ໄກສອນ ພົມວິຫານ ທີ່ໂຮງຮຽນກໍ່ສ້າງນາຍສິບທະຫານຮາບເລກ 2 ວຽງໄຊໄດ້ກ່າວວ່າ: ຄືດັ່ງພວກເຮົາ
ຮູ້ນໍາກັນແລ້ວວ່າປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວບັນດາເຜົ່າ, ບັນພະບຸລຸດແຫ່ງຊາດທີ່ປີຊາສາມາດຂອງຊາດລາວ
ເຮົາ, ເພິ່ນໄດ້ສ້າງວີລະກໍາປະຫວັດສາດ, ຜົນງານອັນຍິ່ງໃຫຍ່ໃຫ້ຊາດລາວ ແລະ ການປະຕິວັດລາວຂອງພວກເຮົາຕະຫຼອດມາ, ເພິ່ນໄດ້ນໍາພາປະກາດສ້າງ
ຕັ້ງກອງລາດຊະວົງທັບລາວອິດສະຫຼະໃນວັນທີ 20 ມັງກອນ1949 (ເຊິ່ງແມ່ນກອງທັບປະຊາຊົນລາວປັດຈຸບັນ). ເພິ່ນໄດ້ເອົາພາລະກໍາປະຫວັດສາດຈາກ
ພັກກອມມູນິດ ອິນດູຈີນເຂົ້າມານໍາພາໃນການເຄື່ອນໄຫວປະຕິວັດ ເພື່ອເປັນຂີດໝາຍໃນການນໍາພາສ້າງຕັ້ງພັກປະຊາຊົນລາວ ໃນວັນທີ 22 ມີນາ 1955
ເຊິ່ງແມ່ນພັກປະຊາຊົນປະຕິວັດລາວໃນປັດຈຸບັນ ເພື່ອນໍາພາທຸກໄຊຊະນະຂອງ ການປະຕິວັດ, ເພິ່ນໄດ້ກະກຽມ ແລະ ນໍາພາລົບລ້າງລະບອບລາຊາທິປະໄຕ
ແລະ ຍຶດອໍານາດ, ສະຖາປະນາປະ ກາດເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ເພື່ອສືບຕໍ່ສອງໜ້າທີ່ຍຸດ
ທະສາດປົກປັກຮັກສາ ແລະ ພັດທະນາປະເທດຊາດ ເພິ່ນເປັນນັກອອກແບບ, ນັກປະຕິມາກໍາທາງດ້ານການເມືອງ ເຊິ່ງເພິ່ນໄດ້ວາງແນວທາງປ່ຽນແປງໃໝ່
ຮອບດ້ານຢ່າງມີຫຼັກການຂອງພັກຢູ່ໃນມະຕິກອງປະ ຊຸມໃຫຍ່ ຄັ້ງທີ IV ຂອງພັກປະຊາຊົນປະຕິວັດລາວ ປີ 1986. ຄໍາວ່າວຽງໄຊແມ່ນນາມລັບຂອງປະ
ທານ ໄກສອນ ພົມວິຫານ ສະໄໝເພິ່ນໄດ້ເຄື່ອນໄຫວຢູ່ເຂດທີ່ໝັ້ນປະຕິວັດ ເມືອງ ວຽງໄຊ ແຂວງ ຫົວພັນ ເຊິ່ງເມື່ອ ກ່ອນໂຮງຮຽນແຫ່ງນີ້ເປັນໂຮງຮຽນ
ວັດທະນະທໍາກອງທັບວຽງໄຊ ທີ່ປະທານ ໄກສອນ ພົມວິຫານ ໄດ້ຕົກລົງປະກາດສ້າງຕັ້ງໃນວັນທີ 22 ມີນາ 1962 ທີ່ບ້ານຊວນແທັງ, ເມືອງ ກູຍເຮີບ
ແຂວງ ເຫງະອານ ສສ ຫວຽດ ນາມ.

     ໂອກາດດຽວກັນໄດ້ຈັດພິທີທາງສາສະໜາຕາມຮີດຄອງປະເພນີອັງເຊີນຮູບຫຼໍ່ດ້ວຍທອງສໍາລິດຂອງປະ ທານ ໄກສອນ ພົມວິຫານ ຂຶ້ນປະດິດສະຖານ
ແທ່ນຕັ້ງທີ່ໂຮງຮຽນກໍ່ສ້າງນາຍສິບທະຫານຮາບເລກ 2 ວຽງໄຊ ຢ່າງເປັນທາງການ ແລະ ສົມກຽດ, ຈາກນັ້ນ ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ກໍໄດ້ເປັນກຽດ
ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນໃຫ້ແກ່ງານດັ່ງກ່າວ.