ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນຕີ ຈັນທອງ ສອນຕະອາດ ເນັ້ນໃຫ້ຄະນະໜ່ວຍພັກຫ້ອງການເມືອງ ກົມໃຫຍ່
ເສນາທິການ ຕ້ອງເປັນເສນາທິການໃນການເຄື່ອນໄຫວວຽກງານພັກ-ວຽກງານການເມືອງ


ພົນຕີ ຈັນທອງ ສອນຕະອາດ ໂອ້ລົມຕໍ່ກອງປະຊຸມໃຫຍ່ ຄັ້ງທີ VII ຂອງໜ່ວຍພັກຫ້ອງການເມືອງກົມໃຫຍ່ເສນາທິການກອງທັບ

     ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງເລຂາຄະນະພັກກົມໃຫຍ່, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້
ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໃຫຍ່ ຄັ້ງທີ VII ຂອງໜ່ວຍພັກຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໃນຕອນເຊົ້າວັນທີ 22 ພຶດສະພາ 2019 ນີ້, ໂດຍໄດ້ເນັ້ນໃຫ້
ຄະນະໜ່ວຍພັກ, ພະນັກງານສະມາຊິກພັກ ຕ້ອງສືບຕໍ່ເປັນເສນາທິການທີ່ເຂັ້ມແຂງໃນການເຄື່ອນໄຫວວຽກງານພັກ-ວຽກງານການເມືອງ, ເປັນຫຼັກແຫຼ່ງໃນການຊີ້ນຳ-ນຳ
ພາປັບປຸງກໍ່ສ້າງພັກ-ກໍ່ສ້າງພະນັກງານ, ອົງການຈັດຕັ້ງມະຫາຊົນໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ຄົ້ນຄວ້າຈັດຕັ້ງປະຕິບັດນະໂຍບາຍຕ່າງໆໃຫ້ຖືກຕ້ອງຕາມແນວ
ທາງນະໂຍບາຍລວມຂອງ ພັກ-ລັດ ວາງອອກ.

     ສະຫາຍ ຮອງເລຂາຄະນະພັກກົມໃຫຍ່ເສນາທິການ ກ່າວວ່າ: ຢາກເຮັດສຳເລັດໜ້າທີ່ດັ່ງກ່າວຄະນະໜ່ວຍພັກ, ສະມາຊິກພັກ ຕ້ອງເຊື່ອມຊຶມກຳແໜ້ນຕໍ່ແນວທາງ
ແຜນນະໂຍບາຍຂອງພັກ, ມະຕິຄໍາສັ່ງ, ຂໍ້ກຳນົດກົດລະບຽບຂອງພັກ, ກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບ ກໍຄືມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ VII ຂອງ
ໜ່ວຍພັກຫ້ອງການເມືອງຄັ້ງນີ້ສ້າງເປັນແຜນງານແຜນວຽກອັນລະອຽດຂອງຫ້ອງ, ຂອງບັນດາພະແນກ ການ, ຂະແໜງການເພື່ອການຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ.

     ໃນບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຂອງໜ່ວຍພັກດັ່ງກ່າວ ເຊິ່ງສະເໜີໂດຍ ສະຫາຍ ພັນໂທ ໄຊພອນ ສອນມະນີ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຫ້ອງ
ການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຊີ້ໃຫ້ເຫັນວ່າ: ໃນໄລຍະຜ່ານມາ, ຄະນະໜ່ວຍພັກໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ, ນຳພາແນວຄິດ ເປັນກົກ
ສອດຫ້ອຍເຂົ້າໃນທຸກຂະບວນການວຽກງານດ້ວຍຫຼາຍຮູບແບບຫຼາຍວິທີການ ເພື່ອເຮັດໃຫ້ສະພາບການເມືອງແນວຄິດຂອງພະນັກງານສະມາຊິກພັກ-ນັກຮົບພາຍໃນ
ຫ້ອງ ແລະ ກົມກອງໄດ້ມີຄວາມສະຫງົບ ໂດຍຕິດພັນກັບຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສ້າງກອງ 3 ປອດ, ກອງວັດ ທະນະທຳ-ນັກຮົບ
ວັດທະນະທຳ ແລະ ຂະບວນການຕ້ອນຮັບວັນສຳຄັນຕ່າງໆຂອງຊາດ ຂອງພັກ ເວົ້າສະເພາະ ແມ່ນຕ້ອນຮັບວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ດ້ວຍບັນ
ຍາກາດຟົດຟື້ນ, ພ້ອມກັນນັ້ນກໍເອົາໃຈໃສ່ຊີ້ນຳ-ນຳພາປັບປຸງກໍ່ສ້າງພັກຢູ່ພາຍໃນໜ່ວຍພັກຫ້ອງການເມືອງ ແລະ ບັນດາຮາກຖານພັກທີ່ຂຶ້ນກັບຄະນະພັກກົມໃຫຍ່ເສນາ
ທິການກອງທັບ ຕາມ 3 ທິດນຳ 5 ຫຼັກການ ຕິດພັນແໜ້ນກັບການສ້າງພັກທັງ 4 ດ້ານ (ດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາ) ໄປພ້ອມໆ
ກັນ, ໃນຊຸມປີຜ່ານມາໄດ້ປັບປຸງຄະນະພັກຮາກຖານ 22 ຄະນະ, ຂັ້ນຄະນະໜ່ວຍພັກ 31 ໜ່ວຍ, ຊີ້ນຳ-ນຳພາກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ປີ 2014,
2018 ແລະ 2019 ສຳເລັດ 21 ຄະນະພັກຮາກຖານ 96 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 31 ໜ່ວຍພັກເອກະລາດ, ໃນນີ້ສະເພາະໜ່ວຍພັກຫ້ອງການເມືອງສາມາດ
ຮັກສາໄດ້ນາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 8 ສະໄໝຕິດຕໍ່ກັນ ແລະ ສ້າງສະມາຊິກພັກແຂງຮູ້ນຳ ພາຮອບດ້ານໄດ້ 26 ສະຫາຍ ເທົ່າກັບ 70,2%,
ແຂງ 2 ສະຫາຍ, ໄດ້ຄົ້ນຄວ້ານຳສະເໜີຄະນະພັກຂັ້ນເທິງອອກບັດໃຫ້ສະມາຊິກພັກສົມບູນຊຸດທີ I-ຊຸດທີ IX ໃນທົ່ວກົມໃຫຍ່ເສນາທິການກອງທັບ ມີຈຳນວນ 3.453
ສະຫາຍ ໃນນີ້ມີສະມາຊິກພັກພາຍໃນໜ່ວຍພັກຫ້ອງການເມືອງ 28 ສະຫາຍ, ໄດ້ນຳສະເໜີຂໍອານຸມັດມະຫາ ຊົນກ້າວໜ້າເຂົ້າພັກໄດ້ 1.079 ສະຫາຍ, ເລື່ອນສະມາຊິກ
ພັກສຳຮອງຂຶ້ນສົມບູນ 972 ສະຫາຍ, ໄດ້ຈັດຕັ້ງຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າເຂົ້າພັກໄດ້ 3 ຊຸດ ມີ 735 ສະຫາຍ, ສະເພາະຢູ່ໜ່ວຍພັກຫ້ອງ ການເມືອງຂະ
ຫຍາຍມະຫາຊົນກ້າວໜ້າເຂົ້າພັກໄດ້ 6 ສະຫາຍ, ສຳຮອງຂຶ້ນສົມບູນ 2 ສະຫາຍ.

     ພ້ອມນີ້ ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຫ້ອງການເມືອງຊຸດໃໝ່, ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະພາບເລືອກເອົາ ສະຫາຍ ພັນເອກ
ກອງແກ້ວ ວໍລະຈິດ ເປັນເລຂາໜ່ວຍພັກ ແລະ ປ່ອນບັດຄັດເລືອກເອົາຜູ້ແທນສົມບູນໄປຮ່ວມກອງປະຊຸມໃຫຍ່ຂອງອົງຄະນະພັກຂັ້ນເທິງໄດ້ຕາມລະດັບຄາດໝາຍ.