ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຈັດຕະວາ ຄຳສີ ວົງຄຳຊາວ ຕ້ອນຮັບຄະນະວິຊາການເກັບກູ້ລະເບີດກອງທັບຣັດເຊຍ

     ໃນຕອນບ່າຍຂອງວັນທີ 22 ພຶດສະພາ 2017 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ທ່ານ ພົນຈັດຕະວາ ຄຳສີ ວົງຄຳຊາວ ຫົວໜ້າຫ້ອງວ່າການກະຊວງ
ປ້ອງກັນປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂຳ່ນັບຂອງທ່ານ ພັນເອກ ອາບຣາມົບ ແຊັກເກ ວັດສີຣິວິດ ຫົວໜ້າເຫຼົ່າຮົບຊ່າງແສງກອງທັບຣັດເຊຍ
ພ້ອມຄະນະ, ເນື່ອງໃນໂອກາດທີ່ເດີນທາງມາເປັນປະທານຮ່ວມກອງປະຊຸມໜ່ວຍງານວິຊາການດ້ານເກັບກູ້ລະເບີດເພື່ອມະນຸດສະທຳ ຄັ້ງທີ 5 ໃນຂອບຂອງ
ກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ-ບວກ.


ພົນຈັດຕະວາ ຄຳສີ ວົງຄຳຊາວ ຕ້ອນຮັບຄະນະວິຊາການເກັບກູ້ລະເບີດກອງທັບຣັດເຊຍ

     ທ່ານ ພົນຈັດຕະວາ ຄຳສີ ວົງຄຳຊາວ ໄດ້ກ່າວສະແດງຕ້ອນຮັບອັນອົບອຸ່ນຕໍ່ ທ່ານ ພັນເອກ ອາບຣາມົບ ແຊັກເກ ວັດສີຣິວິດ ພ້ອມດ້ວຍຄະນະ ພ້ອມ
ທັງກ່າວເຖິງສະພາບການເກັບກູ້ລະເບີດ ແລະ ຜົນຮ້າຍຂອງລະເບີດທີ່ຍັງບໍ່ທັນແຕກທີ່ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນລາວໃນໄລຍະຜ່ານມາ
ແລະ ກ່າວສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອທາງດ້ານວິຊາການເກັບກູ້ລະເບີດຂອງຣັດເຊຍທີ່ມາປະຈຳຢູ່ ສປປ ລາວ ໃນໄລຍະຜ່ານມາ ເຊິ່ງເປັນການ
ປະກອບສ່ວນເສີມສ້າງສາຍພົວພັນຮ່ວມມືຂອງສອງຝ່າຍລາວ-ຣັດເຊຍໃຫ້ມີການຂະ ຫຍາຍຕົວຍິ່ງໆຂຶ້ນ.

     ພັນເອກ ອາບຣາມົບ ແຊັກເກ ວັດສີຣິວິດ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ພົນຈັດຕະວາ ຄຳສີ ວົງຄຳຊາວ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ
ແລະ ເຊື່ອໝັ້ນວ່າການເປັນປະທານຮ່ວມຂອງ ລາວ-ຣັດເຊຍ ໃນກອງປະຊຸມໜ່ວຍງານວິຊາການເກັບກູ້ລະເບີດເພື່ອມະນຸດສະທຳ ຄັ້ງທີ 5 ນີ້ ຈະປະສົບຜົນ
ສຳເລັດດ້ວຍໝາກຜົນອັນຈົບງາມຕາມເປົ້າໝາຍທີ່ວາງໄວ້.