ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອົງຄະນະພັກ 3 ກົມໃຫຍ່ຂອງກະຊວງປ້ອງກັນປະເທດ
ໄຂບັ້ນດຳເນີນຊີວິດການເມືອງປົວແປງພັກ

     ໃນວັນທີ 22 ພຶດສະພາ 2017 ນີ້, ສາມກົມໃຫຍ່ທີ່ຂຶ້ນກັບກະຊວງປ້ອງກັນປະເທດຄື: ກົມໃຫຍ່ການ ເມືອງກອງທັບ, ກົມໃຫຍ່ພະລາທິການກອງ
ທັບ ແລະ ກົມໃຫຍ່ເຕັກນິກກອງທັບ ໄດ້ໄຂບັ້ນດຳເນີນຊີວິດການເມືອງທົ່ວອົງຄະນະພັກຂອງຕົນ ຊຸດທີ I ຢ່າງເປັນຂະບວນຟົດຟື້ນ ແລະ ມີຄວາມຮັບ
ຜິດຊອບສູງ.


ພົນຕີ ວິໄລ ຫຼ້າຄຳຟອງ ເປັນປະທານກອງປະຊຸມ ແລະ ກ່າວໄຂ ແລະ ຊີ້ນຳກອງປະຊຸມບັ້ນດຳເນີນຊີວິດການເມືອງ

ຢູ່ ສະໂມສອນ ກົມໃຫຍ່ການເມືອງກອງທັບ

     ສະຫາຍ ພົນຕີ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ເຂົ້າ
ຮ່ວມເປັນປະທານກອງປະຊຸມ ໄດ້ກ່າວໄຂ ແລະ ຊີ້ນຳກອງປະຊຸມບັ້ນດຳເນີນຊີວິດການເມືອງຢູ່ກົມໃຫຍ່ການເມືອງກອງທັບ, ສະຫາຍ ພົນຕີ ວິໄລ ຫຼ້າຄຳ
ຟອງ ໄດ້ກ່າວວ່າ: ການດຳເນີນຊີວິດການເມືອງພາຍໃນພັກຄັ້ງນີ້ມີຄວາມໝາຍ ແລະ ຄວາມສຳຄັນເປັນຢ່າງຍິ່ງ ເພາະເປົ້າໝາຍທີ່ເຂົ້າຮ່ວມສ່ວນຫຼາຍແມ່ນ
ຄະນະພັກຮາກຖານ-ໜ່ວຍພັກ ແລະ ພະນັກງານຫຼັກແຫຼ່ງຢູ່ບັນດາຮາກຖານກົມກອງທີ່ເປັນຜູ້ຈັດຕັ້ງຜັນຂະຫຍາຍວຽກງານຕົວຈິງແນວທາງນະໂຍບາຍຂອງ
ພັກເຂົ້າສູ່ພຶດຕິກຳຕົວຈິງ. ເພື່ອເຮັດໃຫ້ບັ້ນດຳເນີນຊີວິດພັກຄັ້ງນີ້ບັນລຸຕາມຈຸດປະສົງຄາດໝາຍນັ້ນ ສະຫາຍຫົວໜ້າກົມໃຫຍ່ການເມືອງກອງທັບໄດ້ຮຽກ
ຮ້ອງໃຫ້ຄະນະຮັບຜິດຊອບ, ຕະຫຼອດພະນັກງານສະມາຊິກພັກທຸກຄົນທີ່ເຂົ້າຮ່ວມຈົ່ງສຸມທຸກຄວາມພະຍາຍາມ ແລະ ຄວາມຮັບຜິດຊອບຂອງຕົນໃຫ້ສູງເອົາ
ໃຈໃສ່ໃນການຄົ້ນຄວ້າ, ຊອກໃຫ້ເຫັນດ້ານດີທີ່ຄວນສົ່ງເສີມ ແລະ ຜັນຂະຫຍາຍ, ດ້ານອ່ອນຂາດຕົກບົກຜ່ອງຕ້ອງໄດ້ປັບປຸງແກ້ໄຂ, ເພື່ອພ້ອມກັນເຊີດ
ຊູບົດບາດການນຳພາເປັນແບບຢ່າງນຳພາທີ່ດີ ບົນພື້ນຖານກ້າເສຍສະຫຼະກ້າຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ພັກມອບໝາຍໃຫ້.


ພົນຕີ ແອສະໄໝ ເລືອງວັນໄຊ ເປັນປະທານກອງປະຊຸມບັ້ນ ດຳເນີນຊີວິດການເມືອງປົວແປງພາຍໃນພັກຢູ່ກົມໃຫຍ່ເຕັກນິກ

     ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ຄະນະປະຈຳພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ ໄດ້
ເຂົ້າຮ່ວມເປັນປະທານຊີ້ນຳກອງປະຊຸມບັ້ນດຳເນີນຊີວິດການເມືອງປົວແປງພາຍໃນພັກຢູ່ກົມໃຫຍ່ເຕັກນິກ ກໍໄດ້ກ່າວຕໍ່ກອງປະຊຸມຄັ້ງນີ້ວ່າ: ການດຳເນີນ
ບັ້ນປົວແປງພັກຄັ້ງນີ້ມີຄວາມສຳຄັນ ທັງແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນພາວະວິໄສຂອງພັກເຮົາໃນການເຊີດຊູ ຄວາມຮັບຜິດຊອບຂອງຄະ
ນະພັກ, ສະມາຊິກພັກ ທັງເປັນການສຳຫຼວດຄືນຈຸດດີ-ຈຸດອ່ອນຂອງຕົນໃນການປະຕິບັດຫຼັກການນຳພາຂອງພັກ, ການກໍ່ສ້າງພັກ, ຕີຖອຍບັນດາປາກົດ
ການຫຍໍ້ທໍ້ຕ່າງໆພາຍໃນພັກ ເຊັ່ນ: ການຖືເບົາການເຝິກຝົນຫຼໍ່ຫຼອມຕົນເອງ, ປາກົດການເຊື່ອມທາດຂາດຄຸນ, ພະຍາດອາດຍາສິດ, ເອກະຊົນ, ການສໍ້
ລາດບັງຫຼວງ, ການຝ່າຝືນລ່ວງລະເມີດກົດໝາຍ ແລະ ອື່ນໆ.


ພົນຈັດຕະວາ ຄຳເພັດ ສີຊານົນ ເປັນປະທານກອງປະຊຸມບັ້ນປົວແປງພັກຢູ່ກົມໃຫຍ່ພະລາທິການກອງທັບ

     ສະຫາຍ ພົນຈັດຕະວາ ຄຳເພັດ ສີຊານົນ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ເຂົ້າຮ່ວມເປັນປະທານຊີ້ນຳ
ກອງປະຊຸມບັ້ນປົວແປງພັກຢູ່ກົມໃຫຍ່ພະລາທິການກອງທັບ ກ່າວຄຳເຫັນຊີ້ນຳກອງປະຊຸມວ່າ: ການເປີດບັ້ນດຳເນີນຊີວິດການເມືອງປົວແປງພັກທົ່ວອົງຄະ
ນະພັກກົມໃຫຍ່ພະລາທິການກອງທັບຄັ້ງນີ້ມີຄວາມສຳຄັນຫຼາຍ, ເປັນວຽກງານປັບປຸງປົວແປງພາຍໃນພັກເພື່ອເຊີດຊູຄວາມຮັບ ຜິດຊອບຂອງຄະນະພັກ
ທຸກຂັ້ນໃຫ້ສູງຂຶ້ນໃນການເຄົາລົບ, ປະຕິບັດຫຼັກການກໍ່ສ້າງພັກຫຼັກການລວມສູນປະຊາ ທິປະໄຕ, ການຕຳນິຕິຊົມຕົນເອງ ແລະ ຕິຊົມເຊິ່ງກັນ ແລະ ກັນ,
ການແກ້ໄຂປາກົດການຫຍໍ້ທໍ້ຕ່າງໆພາຍໃນພັກ ແລະ ແນໃສ່ກໍ່ສ້າງພັກໃຫ້ປອດໃສເຂັ້ມແຂງ ແລະ ໜັກແໜ້ນ.

     ການດຳເນີນບັ້ນປົວແປງພາຍໃນພັກຢູ່ບັນດາກົມໃຫຍ່ທີ່ກ່າວມານີ້, ຜູ້ເຂົ້າຮ່ວມຈະໄດ້ຄົ້ນຄວ້າບັນດາເອກະສານສຳຄັນຈຳນວນໜຶ່ງເຊັ່ນ: ເອກະສານ
ປົວແປງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເອກະສານສະຫຼຸບຕີລາຄາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະພັກ
ກະຊວງປ້ອງກັນປະ ເທດ ແລະ ເອກະສານສະຫຼຸບຕີລາຄາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກົມໃຫຍ່ຂອງຕົນ.