ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າພະລາທິການກອງທັບມຽນມາ ຢ້ຽມຢາມ ສປປ ລາວ


ພົນຕີ ວົງຄຳ ພົມມະກອນ ຕ້ອນຮັບຫົວໜ້າພະລາທິການກອງທັບມຽນມາເດີນທາງມາຢ້ຽມຢາມ ສປປ ລາວ

     ທ່ານ ພົນໂທ ໂຢ ຊໍ ຫົວໜ້າພະລາທິການກອງທັບມຽນມາ ແລະ ຄະນະໄດ້ເດີນທາງມາຢ້ຽມຢາມລາວຢ່າງເປັນທາງການ ໃນວັນທີ 22 ເມສາ 2019 ນີ້, ໂດຍມີ ທ່ານ
ພົນຕີ ວົງຄຳ ພົມມະກອນ ຫົວໜ້າກົມໃຫຍ່ພະລາທິການກອງທັບ ແລະ ຄະນະໃຫ້ການຕ້ອນຮັບ.

     ການຢ້ຽມຢາມຂອງ ທ່ານ ພົນໂທ ໂຢ ຊໍ ໃນຄັ້ງນີ້ ໄດ້ມີກອງປະຊຸມພົບປະແລກປຽ່ນບົດຮຽນກັບຄະນະຝ່າຍລາວ ລະຫວ່າງ 2 ເຫຼົ່າຮົບພະລາທິການ ໂດຍຜັດປ່ຽນກັນ
ລາຍງານການພັດທະນາຂອງສອງເຫຼົ່າຮົບ, ເຖິງແມ່ນວ່າການພົວພັນຍັງບໍ່ທັນກວ້າງຂວາງແຕ່ໄລຍະທີ່ຜ່ານມາໃນສົກ 1995-1996 ກົມໃຫຍ່ພະລາທິການກອງທັບປະຊາ
ຊົນລາວໄດ້ສົ່ງນັກວິຊາການໄປທັດສະນະສຶກສາ ແລະ ແລກປຽ່ນບົດຮຽນທາງດ້ານການຜະລິດກະສິກຳຢູ່ມຽນມາ. ດັ່ງນັ້ນ ເພື່ອເປັນການສືບຕໍ່ສາຍພົວພັນດັ່ງກ່າວກົມ
ໃຫຍ່ພະລາທິການກອງທັບໄດ້ມີຂໍ້ສະເໜີໃນການຮ່ວມມືດັ່ງນີ້:

     1. ສະເໜີສືບຕໍ່ແລກປ່ຽນຄະນະຜູ້ແທນພະລາທິການເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຕາມເງື່ອນໄຂທີ່ເໝາະສົມຕາມຂັ້ນຕ່າງໆ. 2. ຍົກລະດັບການຮ່ວມມື
ໃຫ້ນັບມື້ຂະຫຍາຍຕົວ ໂດຍສະເພາະການຊ່ວຍເຫຼືອເຊິ່ງກັນ ແລະ ກັນທາງດ້ານການແພດຕາມເງື່ອນໄຂຕົວຈິງຂອງສອງຝ່າຍຜ່ານກົນໄກຮ່ວມມືຂອງ 2 ກອງທັບ. 3. ສະ
ເໜີຮ່ວມມືຂົງເຂດອຸດສາຫະກຳປຸງແຕ່ງອາຫານ, ການລ້ຽງສັດ ແລະ ການປະມົງ. 4. ສະເໜີ 2 ຝ່າຍຊ່ວຍອຳນວຍຄວາມສະດວກໃນການເບິ່ງແຍງຊີວິດການເປັນຢູ່, ການ
ປິ່ນປົວສຸຂະພາບ, ນັກຮຽນ-ນັກສຶກສາທະຫານທີ່ຮຽນຢູ່ລາວ ແລະ ມຽນມາຕາມສັນຍາຂອງ 2 ກອງທັບ ແລະ 5. ສ້າງເງື່ອນໄຂໃຫ້ພະນັກງານນາຍທະຫານພະລາທິການ
ກອງທັບປະຊາຊົນລາວໄດ້ໄປທັດສະນະສຶກສາ ຫຼື ເຝິກອົບຮົມ ແລະ ກໍ່ສ້າງຂະແໜງວິຊາຊີບຕາມຄວາມເໝາະສົມ. ເຊິ່ງທາງຝ່າຍມຽນມາໄດ້ເຫັນດີທີ່ຈະປະຕິບັດຕາມຂໍ້
ສະເໜີຂອງຝ່າຍ ກົມໃຫຍ່ພະລາທິການຂອງລາວຕາມຄວາມເປັນຈິງທີ່ສາມາດເປັນໄປໄດ້.

     ໃນໂອກາດທີ່ຢ້ຽມຢາມລາວຂອງ ທ່ານ ພົນໂທ ໂຢ ຊໍ ຄັ້ງນີ້, ຄະນະຍັງໄດ້ໄປຢ້ຽມຢາມໂຮງງານເສັ້ນດ້າຍ, ໂຮງງານເກີບທັນວາ, ໄປຢ້ຽມຢາມກອງຕົວແບບໃນການຜະ
ລິດຢູ່ກອງພັນໃຫຍ່ 11, ໄປຢ້ຽມຢາມໂຮງງານຕັດຫຍິບເລກ 1 ແລະ ທ່ຽວຊົມສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳໃນນະຄອນຫຼວງວຽງຈັນ ແລະ ຢູ່ຫຼວງພະບາງ
ຈົນເຖິງວັນທີ 25 ເມສາ 2019 ຈຶ່ງຈະເດີນທາງກັບຄືນປະເທດ.