ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ຈັດພິທີປະດັບຫຼຽນໄຊ ແລະ ມອບໃບຍ້ອງຍໍ

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕາງໜ້າໃຫ້ລັດຖະບານປະດັບ
ຫຼຽນໄຊແຮງງານ ແລະ ມອບໃບຍ້ອງຍໍລັດຖະບານໃຫ້ແກ່ກົມກອງລວມໝູ່ ແລະ ບຸກຄົນທີ່ມີຜົນງານດີເດັ່ນຢູ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງ
ແວດລ້ອມ ໃນວັນທີ 12 ເມສາ ນີ້.


ພົນໂທ ຈັນສະໝອນ ຈັນຍາລາດ ປະດັບຫຼຽນໄຊແຮງງານແລະມອບໃບຍ້ອງຍໍລັດຖະບານ
ຢູ່ກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ

     ໂອກາດນີ້ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ຜ່ານການຮັບຟັງການລາຍງານກ່ຽວກັບຜົນສຳເລັດໃນການຈັດຕັ້ງຜັນຂະຫຍາຍມະຕິ
ກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ເວົ້າລວມ, ເວົ້າສະເພາະແມ່ນການຈັດຕັ້ງປະຕິບັດແຜນການ 5 ປີ (2011-2015) ຂອງກະຊວງຊັບພະຍາກອນທຳມະ
ຊາດ ແລະ ສິ່ງແວດລ້ອມ ສະນັ້ນເວົ້າໄດ້ວ່າ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມສາມາດບັນລຸຜົນສຳເລັດຫຼາຍດ້ານ ອັນພົ້ນເດັ່ນແມ່ນ
ຄະນະພັກຄະນະນຳກະຊວງໄດ້ສຳເລັດການປັບປຸງກົງຈັກການຈັດຕັ້ງແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນໃນຖານະທີ່ເປັນກະຊວງທີ່ສ້າງຕັ້ງຂຶ້ນໃໝ່ໃນທ້າຍປີ
2011 ທີ່ສາມາດຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນຕາມການມອບໝາຍຂອງລັດຖະບານ. ຄຽງຄູ່ກັນນີ້ຍັງສາມາດສ້າງຫຼາຍນິຕິກຳເພື່ອເປັນບ່ອນອີງ
ໃນການຄຸ້ມຄອງຊັບພະຍາກອນທຳມະຊາດ ກໍຄືປົກປັກຮັກສາສິ່ງແວດລ້ອມ.

     ທັງໝົດນັ້ນແມ່ນຜົນງານຕົວຈິງທີ່ບັນດາກົມກອງ, ບຸກຄົນຍາດມາໄດ້ໃນໄລຍະຜ່ານມາ ເຊິ່ງໄດ້ຮັບການປະເມີນຢັ້ງຢືນຮັບຮູ້ຜົນງານຂອງພວກທ່ານ,
ພັກ-ລັດ ຈຶ່ງໄດ້ຕົກລົງປະດັບຫຼຽນໄຊແຮງງານຊັ້ນ 1, ຊັ້ນ 2, ແລະ ຊັ້ນ 3, ຫຼຽນກາແຮງງານ ແລະ ໃບຍ້ອງຍໍຈາກລັດຖະບານຢ່າງສົມກຽດ.