ປະທານປະເທດຢ້ຽມຢາມ ແລະ ພົບປະໂອ້ລົມ
ພະນັກງານຫຼັກແຫຼ່ງທະຫານແຂວງຫຼວງພະບາງ
ໃນຕອນບ່າຍຂອງວັນທີ 14 ເມສາ 2018 ນີ້, ທີ່ຫ້ອງປະຊຸມໃຫຍ່ຂອງກອງບັນຊາການທະຫານແຂວງຫຼວງພະບາງ ທ່ານ ບຸນຍັງ ວໍລະຈິດ ປະທານ
ປະເທດແຫ່ງ ສປປ ລາວ ໄດ້ລົງຢ້ຽມຢາມ ແລະ ພົບປະໂອ້ລົມນາຍ ແລະ ພົນທະຫານກອງບັນຊາການທະຫານແຂວງຫຼວງພະບາງ ໂດຍໃຫ້ກຽດຕ້ອນຮັບ
ຂອງ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງໆຫຼວງພະບາງ, ມີຄະນະພັກ-ຄະນະກອງບັນຊາການທະຫານແຂວງເຂົ້າຮ່ວມ.
ທ່ານ ບຸນຍັງ ວໍລະຈິດ ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງທະຫານແຂວງຫຼວງພະບາງ
ພັນເອກ ບຸນຊູ ດວງຄຳມີ ຫົວໜ້າການເມືອງກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ກ່າວຕ້ອນຮັບ ພ້ອມທັງລາຍງານຫຍໍ້ສະພາບການເຄື່ອນ
ໄຫວປະຕິບັດໜ້າທີ່ໃຫ້ທ່ານປະທານປະເທດໄດ້ຮັບຊາບ: ເຊິ່ງໂດຍລວມແລ້ວທົ່ວແຂວງຫຼວງພະບາງ ແມ່ນມີຄວາມສະຫງົບໂດຍພື້ນຖານປະຊາຊົນແຕ່ລະ
ເຂດແມ່ນທຳມາຫາກິນເຮັດການຜະລິດ ແລະ ແລກປ່ຽນສິນຄ້າທາງເສດຖະກິດແກ້ໄຂຊີວິດການເປັນຢູ່ດີຂຶ້ນຢ່າງຕໍ່ເນື່ອງ, ການໄປມາຫາສູ່ກັນມີຄວາມສະ
ດວກສະບາຍປະຊາຊົນມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍ ແລະ ການນຳພາຂອງພັກ-ລັດ, ສະພາບກົມກອງທະຫານພະນັກງານ-ນັກຮົບມີຄວາມອຸ່ນ
ອ່ຽງທຸ່ນທ່ຽງມີຄວາມຫ້າວຫັນປະຕິບັດໜ້າທີ່ວຽກງານຕາມພາລະບົດບາດຂອງຕົນເປັນຢ່າງດີ, ໄປຄຽງຄູ່ກັບການປັບປຸງກໍ່ສ້າງກົມກອງ-ກໍ່ສ້າງກຳລັງ ແລະ
ໄດ້ຖືເອົາຄວາມສຳຄັນວຽກງານຫັນລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ ໂດຍລົງກໍ່ສ້າງຮາກຖານການເມືອງແບບມູນເຊື້ອມອບໃຫ້
ແຕ່ລະກົມກອງຢູ່ບ່ອນໃດແມ່ນລົງພື້ນຖານປະຊາຊົນຢູ່ບ່ອນນັ້ນ ເພື່ອຊ່ວຍປັບປຸງອຳນາດການປົກຄອງ, ການພັດທະນາທ້ອງຖິ່ນ ແລະ ວຽກງານປ້ອງກັນ
ຊາດ-ປ້ອງກັນຄວາມສະຫງົບເຮັດໃຫ້ທ້ອງຖິ່ນມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບ.
ໃນໂອກາດໂອ້ລົມດັ່ງກ່າວ ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ກອງບັນຊາການທະຫານແຂວງຫຼວງພະບາງຍາດ
ມາໄດ້. ພ້ອມທັງເນັ້ນໃຫ້ສືບຕໍ່ເຊີດຊູບົດບາດການຊີ້ນຳ, ບັນຊາ-ນຳພາ ເພາະກຳລັງປະກອບອາວຸດຢູ່ໃນຂັ້ນທ້ອງຖິ່ນເປັນກຳລັງຫຼັກແຫຼ່ງໃນການປົກປັກຮັກ
ສາທ້ອງຖິ່ນ ແລະ ປະເທດຊາດໄວ້ໃຫ້ໝັ້ນຄົງ, ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຢ່າງຮອບດ້ານແລະ ໜັກແໜ້ນ ຢາກເຮັດສຳ
ເລັດໜ້າທີ່ການເມືອງຂອງຕົນນັ້ນຕ້ອງຕັ້ງໜ້າເຝິກຝົນຫຼໍ່ຫຼອມທາງດ້ານຄຸນທາດການເມືອງຄຸນສົມບັດສິນທຳປະຕິວັດໃຫ້ໜັກແໜ້ນ, ຍົກສູງສະຕິ ແລະ
ຄວາມຮັບຜິດຊອບຕໍ່ມະຕິຄຳສັ່ງຂອງຂັ້ນເທິງ, ເພີ່ມທະວີຄວາມສາມັກຄີພາຍໃນກົມກອງໃຫ້ເປັນປຶກແຜ່ນແໜ້ນໜາ, ສືບຕໍ່ສູ້ຊົນປະຕິບັດ 4 ໜ້າທີ່ໃຫຍ່
26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້ປາກົດຜົນເປັນຈິງ.
ການມາຢ້ຽມຢາມຂອງທ່ານ ປະທານປະເທດໃນຄັ້ງນີ້ຍັງໄດ້ນຳເອົາເຄື່ອງຄອມພິວເຕີຈຳນວນ 10 ຊຸດ ມູນຄ່າທັງໝົດ 1 ຕື້ກວ່າກີບ ມອບໃຫ້ກອງ
ບັນຊາການທະຫານແຂວງຫຼວງພະບາງ.