ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການນຳພັກ-ລັດ ​ແລະ ກຳລັງ​ປະກອບ​ອາວຸດ​ວາງ​ພວງມາລາ
 ​ເນື່ອງ​ໃນ​ໂອກາດ​ວັນ​ສ້າງ​ຕັ້ງ​ພັກ ຄົບຮອບ 65 ປີ


     ເນື່ອງໃນໂອກາດ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ (22/03/ 1955-22/03/2020) ບັນດາ ການນຳພັກ-ລັດ ແຫ່ງ ສປປ ລາວ, ເຊິ່ງນຳໂດຍ
ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍບັນດາສະຫາຍ ກົມການເມືອງສູນກາງພັກ,
ເລຂາທິການສູນກາງພັກ, ກຳມະການສູນກາງພັກໄດ້ເຂົ້າວາງພວງມາລາຢູ່ ອະນຸສາວະລີ ນັກຮົບນິລະນາມ (ດາວແດງ) ໃນຕອນເຊົ້າວັນທີ 22 ມີນາ 2020.

     ການວາງພວງມາລາໃນຄັ້ງນີ້ ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນ ຍູຮູ້ບຸນຄຸນ ເຖິງ ຄຸນງາມຄວາມດີ ແລະ ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ
ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດທີ່ເສຍສະຫຼະຊີວິດ, ເລືອດເນື້ອເພື່ອປະເທດຊາດ ແລະ ປະຊາຊົນຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳໆ
ພາຂອງ ພັກປະຊາຊົນ ປະຕິວັດລາວ ຈົນໄດ້ຮັບໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ
1975, ເຊິ່ງ ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງດັ່ງກ່າວ ໄດ້ຖືກຈາລຶກໄວ້ໃນຊີວິດຈິດໃຈຂອງທົ່ວປວງຊົນລາວທັງຊາດຕະຫຼອດໄປ.

     ພາຍຫຼັງສໍາເລັດການວາງພວງມາລາທີ່ ອະນຸສາວະລີນັກ ຮົບນິລະນາມແລ້ວ ບັນດາການນໍາພັກ-ລັດ ແຫ່ງ ສປປ ລາວ, ໄດ້ເຂົ້າວາງກະຕ່າດອກໄມ້ທີ່ຫໍພິພິຕະພັນ ໄກ
ສອນ ພົມວິຫານ ເພື່ອສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນທີ່ໄດ້ສຸມສະຕິປັນຍາ ເຂົ້າໃນການນໍາພາຂະບວນການຕໍ່ສູ້ຕ້ານການຮຸກຮານຂອງພວກຕ່າງດ້າວ ຈົນສາມາດ
ໄດ້ຮັບໄຊ ຊະນະ ແລະ ນໍາເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວ ບັນດາເຜົ່າ, ຂອງປະທານ ໄກສອນ ພົມວິຫານ ແລະ ການນຳລຸ້ນກ່ອນທີ່ໄດ້ອຸທິດເຫື່ອແຮງສະຕິ
ປັນຍາຕະຫຼອດຮອດຊີວິດເລືອດ ເນື້ອເພື່ອພາລະກິດຂອງການປະຕິວັດເຮົາ.

     ໃນໂອກາດດຽວກັນນີ້, ຄະນະນຳກຳລັງປະກອບອາວຸດ ປະຊາຊົນລາວ ນຳໂດຍ ສະຫາຍ ພົນເອກຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດ
ຖະມົນຕີ ກະຊວງປ້ອງກັນປະເທດ ແລະ ສະຫາຍ ພົນໂທ ວິໄລ ຫລ້າຄຳຟອງ ເລຂາທິການສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ ກໍໄດ້
ເຂົ້າວາງພວງມາລາທີ່ ອະນຸສາວະລີນັກຮົບນີລະນາມ ເຊັ່ນດຽວກັນ.