ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພາຍໃຕ້ການນຳພາຂອງພັກ, ກົມໃຫຍ່ເຕັກນິກກອງທັບນັບມື້ເຕີບໃຫຍ່ເຂັ້ມແຂງ


ພົນຈັດຕະວາ ຄຳພາ ສີພອນໄຊ ກ່າວຄວາມເຫັນຕໍ່ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 62 ປີ

     ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 62 ປີ (22/3/1955-22/3/2017), ທ່ານ ພົນຈັດຕະວາ ຄຳພາ
ສີພອນໄຊ ຄະນະພັກກະຊວງປ້ອງກັນປະເທດ ຮອງເລຂາຄະນະພັກ ຮອງຫົວໜ້າກົມ ໃຫຍ່ເຕັກນິກກອງທັບ ໄດ້ກ່າວຄວາມເຫັນຕໍ່ວັນສຳ
ຄັນດັ່ງກ່າວວ່າ
: “ຕະຫຼອດໄລຍະ 62 ປີຜ່ານມາ ພັກປະຊາຊົນປະຕິວັດລາວ ໄດ້ກໍ່ສ້າງ ແລະເອົາໃຈໃສ່ຊີ້ນຳ-ນຳພາກອງທັບເຮົາເດັດຂາດໂດຍກົງຮອບ
ດ້ານເຮັດໃຫ້ ກອງທັບມີຄວາມເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະຄຸນນະພາບ, ເຊິ່ງໃນນີ້ກົມໃຫຍ່ເຕັກນິກກອງ ທັບກໍແມ່ນອົງການໜຶ່ງໃຕ້
ການຊີ້ນຳຂອງພັກທີ່ເຫັນໄດ້ຄວາມຈຳເປັນພິເສດ ໂດຍສະເພາະແມ່ນວຽກງານຮັບປະ ກັນເຕັກນິກໃຫ້ແກ່ກອງທັບເຮົາ ເຊິ່ງພັກ-ລັດຖະບານໄດ້ອະນຸ
ມັດໃຫ້ສ້າງຕັ້ງກົມໃຫຍ່ເຕັກນິກກອງທັບຂຶ້ນຕະຫຼອດໄລຍະຜ່ານມາ ຄະນະພັກອົງການກົມໃຫຍ່ເຕັກນິກກອງທັບກໍໄດ້ເປັນເອກະພາບຈັດຕັ້ງຜັນຂະ
ຫຍາຍບັນດາເນື້ອໃນຈິດໃຈທີ່ພັກໄດ້ຊີ້ນຳໃນຂົງເຂດວຽກງານເຕັກນິກກອງທັບ, ໂດຍໄດ້ເອົາໃຈໃສ່ປັບປຸງກໍ່ສ້າງພັກ-ກໍ່ ສ້າງພະນັກງານ ແລະບັນ
ດາວຽກງານໃຈກາງຂອງກົມກອງ ທັງປັບປຸງໂຄງປະກອບການຈັດຕັ້ງຊັບຊ້ອນພະນັກ ງານເຂົ້າເປັນລະບົບຄົບຊຸດປັບປຸງບັນດານິຕິກຳຕ່າງໆ ເພື່ອເປັນ
ພື້ນຖານໃຫ້ແກ່ການນຳພາໃນຂົງເຂດວຽກງານ ເຕັກນິກໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງເປັນກ້າວໆ. ໂດຍຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງ
ປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດເວົ້າສະເພາະແມ່ນສ້າງຂະບວນ
ການແຂ່ງຂັນຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ແລະວັນສ້າງຕັ້ງກົມໃຫຍ່ເຕັກນິກກອງທັບ ຄົບຮອບ 5 ປີ ເຊິ່ງຄະນະ
ພັກ-ຄະນະນຳກົມໃຫຍ່ເຕັກນິກກອງທັບ ກໍໄດ້ຈັດຕັ້ງເຊື່ອມຊຶມບັນດາເອກະສານຄຳສັ່ງຕ່າງໆຂອງຂັ້ນເທິງ ແລະແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳແຕ່ລະ
ຂົງເຂດວຽກງານເປັນອັນລະອຽດ ເພື່ອແນໃສ່ເຮັດໃຫ້ຂະບວນການດັ່ງກ່າວມີບັນຍາກາດຟົດຟື້ນແຂງແຮງຢ່າງເນື່ອງນິດລຽນຕິດ.

     ສະນັ້ນ, ໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 62 ປີ ຂ້າພະເຈົ້າຕາງໜ້າໃຫ້ຄະນະພັກ, ພະນັກງານຫຼັກແຫຼ່ງທົ່ວຂະແໜງການ
ເຕັກນິກກອງທັບ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກປະຊາຊົນປະຕິວັດລາວ ເຊິ່ງຍາມໃດກໍໄດ້ເປັນຫ່ວງເປັນໄຍເອົາໃຈໃສ່ຊີ້ນຳປັບປຸງກໍ່ສ້າງກອງ
ທັບປະຊາຊົນລາວເວົ້າລວມ, ເວົ້າສະເພາະແມ່ນກົມໃຫຍ່ເຕັກນິກກອງທັບໄດ້ມີຄວາມເຕີບໃຫຍ່ເຂັ້ມແຂງເປັນກ້າວໆມາ.