ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ຈັດຕັ້ງຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານຈັດຕັ້ງພັກ-ພະນັກງານ

     ໃນຕົ້ນເດືອນມີນານີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ໄຂກອງປະຊຸມຈັດຕັ້ງຜັນຂະ ຫຍາຍເນື້ອໃນກອງປະຊຸມວຽກງານຈັດຕັ້ງພັກ
ພະນັກງານ ຄັ້ງທີ V ທົ່ວກອງທັບ. ໂດຍການເປັນປະທານຂອງທ່ານ ພົນຈັດຕະວາ ຄຳຫຼ້າ ພັນໄຊຍະສຸກ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວ
ໜ້າການເມືອງ ວປກ ມີຄະນະພັກ, ຮາກຖານ, ເລຂາ, ຮອງເລຂາ, ຄະນະພັກຮາກຖານ, ຄະນະໜ່ວຍພັກທົ່ວ ວປກ ພ້ອມດ້ວຍພະນັກງານສະມາຊິກພັກ
ເຂົ້າຮ່ວມ.


ພົນຈັດຕະວາ ຄຳຫຼ້າ ພັນໄຊຍະສຸກ ເປັນປະທານກອງປະຊຸມຈັດຕັ້ງຜັນຂະຫຍາຍ
ເນື້ອໃນກອງປະຊຸມວຽກງານຈັດຕັ້ງພັກ-ພະນັກງານຄັ້ງທີ V ທົ່ວກອງທັບ

     ໃນກອງປະຊຸມແຕ່ລະສະຫາຍໄດ້ຮັບຟັງບົດສະຫຼຸບຕີລາຄາວຽກງານຈັດຕັ້ງພັກ-ພະນັກງານທົ່ວກອງທັບໃນ 5 ປີຜ່ານມາ ແລະທິດທາງແຜນການ 5 ປີ
ຕໍ່ໜ້າ, ວຽກງານຈຸດສຸມໃສ່ປີ 2017, ບົດໂອ້ລົມຂອງສະຫາຍ ເລຂາຄະນະພັກກະຊວງປ້ອງກັນປະເທດຕໍ່ກອງປະຊຸມວຽກງານຈັດຕັ້ງພັກ-ພະນັກງານທົ່ວ
ກອງທັບ ຄັ້ງທີ V, ຂໍ້ກຳນົດຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການຄຸ້ມຄອງການເຄື່ອນໄຫວຊີວິດວັດທະນະທຳ, ສິລະປະ-ວັນນະຄະດີໃນກອງທັບ
ປະຊາຊົນລາວ ທັງນີ້ກໍເພື່ອສ້າງສະຕິ ແລະຄວາມຮັບຜິດຊອບຢ່າງເປັນເອກະພາບຂອງພະນັກງານສະມາຊິກພັກທົ່ວ ວປກ ຕໍ່ຜົນສຳເລັດຂອງກອງປະຊຸມ
ແລະທັງເປັນການຍົກລະດັບຄຸນທາດການເມືອງ, ຄວາມຮູ້, ຄວາມສາມາດ ເພື່ອສ້າງບາດກ້າວບຸກທະລຸໃໝ່ໃນປີ 2017 ນອກນີ້ຍັງເປັນການເປີດກວ້າງ
ປະຊາທິປະໄຕໃຫ້ພະນັກງານສະມາຊິກພັກທົ່ວ ວປກ ເຊື່ອມຊຶມ, ຮັບຮູ້, ກຳແໜ້ນ, ເປັນເອກະພາບຕໍ່ວຽກ ງານຈັດຕັ້ງພັກ-ພະນັກງານໄລຍະໃໝ່.