ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມວສ-ປສ ການທະຫານ ພ້ອມດ້ວຍອະນຸກຳມະການກ່ຽວຂ້ອງລົງຕິດຕາມ
ຄວາມພ້ອມບ່ອນຈັດຕັ້ງກອງປະຊຸມສຳມະນາບັ້ນຮົບປົດປ່ອຍຜາຖີ່ ຄົບຮອບ 50 ປີ


ພົນຈັດຕະວາ ວຽງໄຊ ສົມວິຈິດ ພ້ອມດ້ວຍຄະນະລົງຕິດຕາມຄວາມພ້ອມຂອງສະຖານທີ່ຮອງຮັບ
ກອງປະຊຸມສຳມະນາວິທະຍາສາດບັ້ນຮົບປົດປ່ອຍຜາຖີ່ ຄົບຮອບ 50 ປີ

     ຕອນບ່າຍຂອງວັນທີ 19 ກຸມພາ 2018 ນີ້, ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ກະ
ຊວງປ້ອງກັນປະເທດ ພ້ອມດ້ວຍຄະນະຈາກບັນດາກົມໃຫ່ຍ,ຫ້ອງວ່າການກະຊວງ, ກອງບັນຊາການທະຫານແຂວງຫົວພັນ ໄດ້ລົງຕິດຕາມຄວາມພ້ອມ
ຂອງສະຖານທີ່ຮອງຮັບກອງປະຊຸມສຳມະນາວິທະຍາສາດບັ້ນຮົບປົດປ່ອຍຜາຖີ່ຄົບຮອບ 50 ປີ ເຊີ່ງຈະໄດ້ຈັດຢູ່ຖໍ້າຊ້າງລອດ ຫຼື ເອີ້ນຢ່າງໜື່ງວ່າຖໍ້າຫ້ອງ
ການເມືອງ ຢູ່ເມືອງວຽງໄຊ ແຂວງຫົວພັນ ການລົງເຄື່ອນໄຫວກວດກາຄວາມພ້ອມຄັ້ງນີ້ທາງຄະນະຊີ້ນຳໄດ້ແນະນຳສະຫາຍອານຸກຳມະການກອງບັນຊາ
ການທະຫານແຂວງ ແລະ ເມືອງວຽງໄຊເຈົ້າພາບ ຈົ່ງພ້ອມກັນສົມທົບກັນເຮັດວຽກງານອະນາໄມລວມທົ່ວບໍລິເວນອ້ອມຮອບຖໍ້າ ແລະ ຖະໜົນຫົນທາງ
ບ້ານເຮືອນ ໂດຍສະເພາະລະບົບນໍ້າ, ລະບົບໄຟປ້າຍໂຄສະນາຄຳຂວັນຕ່າງໆ ໂຕະຕັ່ງບ່ອນພັກເຊົາບ່ອນຮັບແຂກ ແລະ ບ່ອນສະແດງສີລະປະວັນນະຄະດີ
ລວມຮອດສະຖານທີ່ຮັບປະທານອາຫານແລະ ວາງສະແດງຕ່າງໆໃຫ້ມີຄວາມສະອາດຈົບງາມ ແລະ ມີຄວາມເປັນເອກະພາບກັນ.


ພົນຈັດຕະວາ ວຽງໄຊ ສົມວິຈິດ ພ້ອມດ້ວຍຄະນະກວດກາຄວາມພ້ອມສະຖານທີ່ຮອງຮັບ
ກອງປະຊຸມສຳມະນາວິທະຍາສາດບັ້ນຮົບປົດປ່ອຍຜາຖີ່ ຄົບຮອບ 50 ປ