ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມປຶກສາຫາລືກຽມຄວາມພ້ອມໃຫ້ແກ່ກອງປະຊຸມ
ສຳມະນາວິທະຍາສາດບັ້ນຮົບປົດປ່ອຍຜາຖີ່ຄົບຮອບ 50

     ວັນທີ 19 ກຸມພາ 2018 ນີ້, ຢູ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງຫົວພັນໄດ້ມີການຈັດຕັ້ງກອງປະຊຸມປຶກສາຫາລື ແລະ ມອບໝາຍໜ້າທີ່ໃຫ້
ແຕ່ລະອານຸກຳມະການກຽມຄວາມພ້ອມໃຫ້ແກ່ກອງປະຊຸມສຳມະນາວິທະຍາສາດບັ້ນຮົບປົດປ່ອຍຜາຖີ່ຄົບຮອບ 50 ປີ ແຕ່ວັນທີ 10-11 ປີ 1968 - 10
11 ປີ 2018 ຂື້ນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກຮອງລັດຖະມົນຕີ ກະຊວງປ້ອງກັນປະ
ເທດ ຫົວໜ້າກົມໃຫ່ຍການເມືອງກອງທັບ ມີທ່ານ ວັນໄຊ ແພງທຸມມາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຫົວພັນ ແລະ ອະນຸກຳມະ
ການຈາກກະຊວງປ້ອງກັນປະເທດ ແລະ ອຳນາດການປົກຄອງທ້ອງຖິ່ນແຂວງຫົວພັນເຂົ້າຮ່ວມ.


ພົນໂທ ວິໄລ ຫຼ້າຄຳຟອງ ເປັນປະທານກອງປະຊຸມປຶກສາຫາລືກຽມຄວາມພ້ອມໃຫ້ແກ່ກອງປະຊຸມ
ສຳມະນາວິທະຍາສາດບັ້ນຮົບປົດປ່ອຍຜາຖີ່ຄົບຮອບ 50 ປີ

     ໃນພິທີ ທ່ານເຈົ້າແຂວງໄດ້ຂຶ້ນລາຍງານຜ່ານການກະກຽມຂອງແຂວງຫົວພັນພາຍຫຼັງໄດ້ຮັບຂໍ້ຕົກລົງຂອງກົມການເມືອງສູນກາງພັກ ແລະ ແຈ້ງການ
ຈຳນວນໜື່ງມາຮອດແຂວງທາງແຂວງກໍ່ໄດ້ແຕ່ງຕັ້ງອະນຸກຳມະການໃຫ້ແຕ່ລະພາກສ່ວນກະກຽມໂດຍສົມທົບກັບກະຊວງປ້ອງກັນປະເທດ, ກົມວິທະຍາ
ສາດ-ປະຫວັດສາດ ການທະຫານ ເຊີ່ງແບ່ງວຽກໃຫ້ແຕ່ລະອະນຸກຳມະກາ ນເປັນຕົ້ນອະນຸກຳມະການດ້ານເນື້ອໃນມີ 12 ຫົວບົດ ໂດຍມອບໃຫ້ແຂວງ 5
ບົດ, ອະນຸກຳມະການວຽກງານປັບປຸງພື້ນຖານໂຄງລ່າງກໍ່ໄດ້ສ້ອມແປງເສັ້ນທາງຂື້້ນສູ່ຜາຖີ່ສຳເລັດສ່ວນໃຫ່ຍ, ວຽກງານປ້ອງກັນຊາດປ້ອງກັນຄວາມສະ
ຫງົບ, ວຽກງານດ້ານງົບປະມານ, ວຽກງານຂະບວນການກິລາສີລະປະວັນນະຄະດີ ເຊິ່ງກ້ອນກຳລັງມີທັງໝົດ 15 ກ້ອນ ເພື່ອສະແດງ, ວຽກງານຮັບແຂກ
ບ່ອນ ພັກເຊົາ ແລະ ຮ້ານອາຫານ, ອະນຸກຳມະການຮັກສາສຸຂະພາບ ແລະ ພົວພັນພະຍານປະຫວັດສາດ ແລະ ອື່ນໆ. ປັດຈຸບັນແຕ່ລະອະນຸກຳມະການມີ
ຄວາມ ພ້ອມລໍຖ້າແຕ່ວັນເວລາກໍ່ສາມາດຈັດຕັ້ງປະຕິບັດໄດ້.

     ໃນໂອກາດນີ້ ສະຫາຍ ພົນໂທ ວິໄລ ຫຼ້າຄຳຟອງ ຍັງໄດ້ເນັ້ນໜັກໃຫ້ແຕ່ລະອະນຸກຳມະການເອົາໃຈ ໃສ່ຕື່ມວຽກທີ່ຕົນປະຕິບັດໂດຍຖອດຖອນເອົາບົດ
ຮຽນຂອງການປະຕິບັດໃນໄລຍະຜ່ານມາພ້ອມກັນປະສານງານກັນຢ່າງກົມກຽວກັນລະຫວ່າງກະຊວງກັບທ້ອງຖິ່ນແບ່ງວຽກກັນຢ່າງລະອຽດ ຈັບມືກັນພ້ອມ
ກັນປະຕິບັດເຮັດໃຫ້ກອງປະຊຸມສຳມະນາຄັ້ງນີ້ສຳເລັດຕາມຄາດໝາຍທັນຕາມກຳນົດເວລາ ຮຽກຮ້ອງໃຫ້ແຂວງເຈົ້າພາບຈົ່ງຖືເອົາການສຳມະນາຄັ້ງນີ້ເປັນ
ປາງບຸນໃຫ່ຍທົ່ວປວງຊົນໃຫ້ໄດ້ເນື້ອໃນ ແລະ ຄວາມໝາຍໄດ້ຂະບວນການຟົດຟື້ນມ່ວນຊື່ນ ພ້ອມກັນເປັນເຈົ້າພາບທີ່ດີເຮັດອະນາໄມ ແລະ ປະດັບປະດາ
ຕາມເສັ້ນທາງໃຫ້ສະອາດຈົບງາມເປັນໜ້າທ່ຽວຊົມເພື່ອດຶງດູດນັກທ່ອງທ່ຽວທາງພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍຂື້ນ.