ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບຄະນະຜູ້ແທນ
ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ


ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ
ຂອງຄະນະຜູ້ແທນອະດີດທະຫານອາສາສະໝັກແລະຊ່ຽວຊານຫວຽດ

     ໃນວັນທີ 19 ມັງກອນ 2019 ນີ້, ທີ່ຫ້ອງຮັບແຂກຕຶກສະໂມສອນກະຊວງປ້ອງກັນປະເທດ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນ
ກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນອະດີດທະຫານອາສາສະໝັກ ແລະ ຊ່ຽວຊານ
ຫວຽດນາມນຳໂດຍ ສະຫາຍ ພົນຈັດຕະວາ ຮີ້ງ ດັກ ເຮືອງ ອະດີດທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ພ້ອມດ້ວຍຄະນະ, ເນື່ອງໃນໂອກາດທີ່ເດີນທາງມາ
ຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ.

     ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ກ່າວສະແດງ
ຄວາມຂໍ່ານັບຊົມເຊີຍຂອງການມາຮ່ວມງານສະເຫຼີມສະຫຼອງຄົບຮອບ 70 ປີ ຂອງກອງທັບປະຊາຊົນລາວ ຂອງຄະນະອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດ
ນາມ ທີ່ເຄີຍມາຊ່ວຍເຫຼືອການປະຕິວັດລາວໃນປາງສົງຄາມ, ການມາຮ່ວມຂອງບັນດາສະຫາຍໃນ ເທື່ອນີ້ສຸດທີ່ມີຄວາມໝາຍ, ຄວາມສຳຄັນປະຫວັດສາດສຳລັບສອງ
ຊາດ, ສອງກອງທັບຂອງພວກເຮົາ 70 ປີແຫ່ງການກໍ່ສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບ ປະຊາຊົນລາວ ມັນຕິດພັນກັບການສະໜັບສະໜູນການຊ່ວຍເຫຼືອອັນ
ໃຫຍ່ຫຼວງຢ່າງບໍ່ມີຂອບເຂດຈາກພັກ-ລັດຖະບານ ແລະ ກອງທັບປະຊາຊົນຫວຽດນາມ, ເຊ່ິງໃນນັ້ນພິເສດທີ່ສຸດກໍແມ່ນມີການເຂົ້າຮ່ວມຂອງບັນດາສະຫາຍອາສາສະໝັກ
ແລະ ຊ່ຽວຊານຫວຽດນາມ, ທັງໝົດຜົນງານອັນລໍ້າຄ່າຂອງບັນດາສະຫາຍທະຫານອາສາສະໝັກຫວຽດນາມ ເຊິ່ງໄດ້ຕິດພັນກັບປະຫວັດສາດການຕໍ່ສູ້ມີໄຊຂອງກອງທັບ
ປະຊາຊົນລາວແຕ່ຕົ້ນຕະຫຼອດປາຍ. ພັກ-ລັດ, ກອງທັບປະຊາຊົນລາວ ຂໍສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງຂໍຈົດຈໍາໄວ້ຜົນງານອັນລໍ້າເລີດຂອງບັນດາສະຫາຍນັກຊ່ຽວ
ຊານ ແລະ ອາສາສະໝັກຫວຽດນາມທີ່ມີຕໍ່ພາລະກິດປະຕິວັດຊາດ, ປະຊາທິປະໄຕໃນເມື່ອກ່ອນ ກໍຄືໃນໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ
ຂອງພວກເຮົາໃນປັດຈຸບັນ.